spot_img
Homeຂ່າວທ້ອງຖິ່ນທ່ານ ໄຊ​ພອນ ຄູນ​ສິ­ລິ​ເຮື໋ອງປະ­ທານ ສພຂ ຫຼວງ​ນ້ຳ​ທາ​ຄົນ​ໃໜ່

ທ່ານ ໄຊ​ພອນ ຄູນ​ສິ­ລິ​ເຮື໋ອງປະ­ທານ ສພຂ ຫຼວງ​ນ້ຳ​ທາ​ຄົນ​ໃໜ່

Published on

ທ້າຍ​ອາ­ທິດ​ຜ່ານ​ມາ​ທີ່​ຫ້ອງ​ວ່າ ການ​ສະ­ພາ​ແຂວງ​ຫຼວງ​ນຳ​ທາ ໄດ້​ຈັດ​ພິທີ​ມອບ-ຮັບ​ໜ້າ­ທີ່​ປະ­ທານ​ຄະ­ນະ ສສຊ ແລະ​ສະ­ພາ​ປະ­ຊາ­ຊົນ​ແຂວງ​ຫຼວງ​ນ້ຳທາ ຊຸດ​ທີ 1 ລະ­ຫວ່າງ​ທ່ານ ວອນ​ຄຳ ເພັດ​ທະ​ວົງ ປະ­ທານ​ສະ­ມາ­ຊິກ​ສະ­ພາແຫ່ງ​ຊາດ ຊຸດ​ທີ 7 ຜູ້​ເກົ່າ ແລະ ທ່ານ ໄຊ ພອນ ຄູນ​ສິ­ລິ​ເຮື່ອງ ປະ­ທານ​ສະ­ພາ​ປະຊາ​ຊົນ​ແຂວງ​ຫຼວງ​ນ້ຳ​ທາ​ຜູ້​ໃໝ່ ໂດຍ​ມີທ່ານ ເພັດ​ຖາ­ວອນ ພິ­ລາ​ວັນ ເຈົ້າ­ແຂວງໆຫຼວງ​ນ້ຳ​ທາ, ມີ​ສະ­ມາ­ຊິກ​ສະ­ພາ​ແຫ່ງ ຊາດ​ເຂດ​ເລືອກ​ຕັ້ງ​ທີ 3 ແຂວງ​ຫຼວງ​ນ້ຳ ທາ, ຫົວ­ໜ້າ​ພະ­ແນກ­ການ-ຮອງ​ຫົວ­ໜ້າພະ­ແນກ­ການ, ເຈົ້າ­ເມືອງ ແລະ ພະ­ນັກງານ​ລັດ­ຖະ­ກອນ​ເຂົ້າ​ຮ່ວມ.

ການ​ມອບ-ຮັບ​ໜ້າ­ທີ່​ຄັ້ງ​ນີ້​ແມ່ນ​ປະ­ຕິບັດ​ຕາມ​ມະ­ຕິ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະລືກ​ຂອງ​ສະ­ພາ​ປະ­ຊາ­ຊົນ​ແຂວງ​ຫຼວງ​ນ້ຳ ທາ ດ້ວຍ​ການ​ຮັບ­ຮອງ​ເອົາ​ໂຄງ​ປະ­ກອບກົງ­ຈັກ ແລະ ບຸກ​ຄະ­ລາ​ກອນ​ຂອງ​ສະ­ພາປະ­ຊາ­ຊົນ​ແຂວງ.

ພິ­ທີ​ດັ່ງ­ກ່າວ​ທ່ານ ເພັດ​ຖາ­ວອນ ພິ­ລາວັນ ໄດ້​ໂອ້​ລົມ ຊຶ່ງ​ທ່ານ​ກໍ​ໄດ້​ຍ້ອງ­ຍໍ​ຕໍ່ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂອງ​ວຽກ​ງານ​ສະ ພາ​ໃນ​ໄລ­ຍະ​ຜ່ານ​ມາ​ຂອງ​ສະ­ມາ­ຊິກ​ສະພາ​ຊຸດ​ເກົ່າ​ທີ່​ໄດ້​ມີ​ຜົນ­ງານ​ເຮັດ​ໃຫ້​ແຂວງຫຼວງ​ນ້ຳ​ທາ​ມີ​ຄວາມ​ສະ­ຫງົບ​ໃນ​ການ​ບໍລິ​ຫານ​ນິ­ຕິ­ບັນ­ຍັດ, ອົງ­ການ​ຕຸ­ລາ­ການ ໂດຍ​ສະ­ເພາະ​ແມ່ນ​ເຂດ​ພິ­ເສດ​ບໍ່​ເຕ່ນແດນ​ງາມ, ການ­ຈັດ­ຕັ້ງ​ພາ­ລະ​ບົດ­ບາດ ສິດ​ໜ້າ­ທີ່​ເຂົ້າ​ໃນ​ໂຄງ­ການ​ປະ­ກອບ​ກົງຈັກ ແລະ ເນັ້ນ​ໜັກ​ໃຫ້​ປະ­ທານ​ສະ­ພາ​ຜູ້ໃໝ່​ເອົາ­ໃຈ­ໃສ່​ວຽກ​ງານ​ສຶກ​ສາ​ອົບ­ຮົມດ້ານ​ການ­ເມືອງ​ແນວ​ຄິດ, ເຊື່ອມ​ຊຶມ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ລະບຽບ​ກົດ­ໝາຍ​ຂອງ​ລັດ, ມະ­ຕິ​ຄຳ​ສັ່ງ, ນິຕິ​ກຳ, ຊີ້​ນຳໆ​ພາ​ຕາມ​ພາ­ລະ​ບົດ­ບາດສິດ ແລະ ໜ້າ­ທີ່, ຕິດ­ຕາມ​ການ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ ແລະ​ແບບ­ແຜນ​ວິ­ທີເຮັດ​ວຽກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...