spot_img
Homeຂ່າວເຫດການທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດ ສ.ເກົາຫລີ ຄົນໃໝ່ ເຂົ້າຢ້ຽມຂ່ຳນັບ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບທູດ ສ.ເກົາຫລີ ຄົນໃໝ່ ເຂົ້າຢ້ຽມຂ່ຳນັບ

Published on

ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ໄດ້​ໃຫ້ກຽດຕ້ອນຮັບ ​ການ​ເຂົ້າ​ຢ້ຽມຂ່ຳນັບ ຂອງ​ທ່ານ Yun Kang-hyeon ​ເອກ​ອັກຄະ​ລັດຖະທູດ​ ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​​ສ ​ເກົາຫລີ ປະ​ຈຳ​ ສປປ ລາວ ​ໃນ​ວັນ​ທີ 11 ກໍ​ລະ​ກົດ ນີ້ ທີ່​ຫ້ອງ​ວ່າການ​ ສຳນັກງານ​ ນາຍົກລັດຖະມົນຕີ ​ໃນ​ໂອກາດ ​ທີ່​ມາ​ດຳລົງ​ແໜ່ງ​ເປັນ ທູດ ​​ສ ​ເກົາຫລີ ຄົນ​ໃໝ່​ ປະຈຳ ສປປ ລາວ.

​ໃນ​ໂອກາດ​ນີ້, ​ທ່ານ ​ທອງ​ລຸນ ສີ​ສຸ​ລິດ ​ໄ​ດ້ສະ​ແດງ ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ພ້ອມ​ທັງ​ຕີ​ລາຄາ​ສູງ ຕໍ່​ທ່ານ​ທູດ ​ແລະ ​ເຊື້ອໝັ້ນວ່າ ການ​ມາ​ດຳລົງ​ ຕຳ​ແໜ່ງຂອງ​ທ່ານ ​ທູດ ຈະ​ເປັນ​ການ ​ປະກອບສ່ວນ​ສຳຄັນ​ ເຂົ້າ​​ໃນ​ການ​ເພີ່ມ​ທະວີ ​ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສ ​ເກົາຫລີ ​ໃຫ້​ມີ​ບາດກ້າວ ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ. ພ້ອມ​ທັງ​ ອວຍພອນ​ໃຫ້​ທ່ານ​ທູດ ຈົ່ງ​ປະສົບ​ຜົນສຳ​ເລັດ ​ໃນ​ຕະຫລອດ​ໄລຍະ​ ການ​ມາ​ປະຕິບັດ ໜ້າທີ່​ການ​ທູດ​ຢູ່​ ສປປ ລາວ​ ໃນ​ຄັ້ງ​ນີ້.

ພ້ອມ​ດຽວກັນ​ນີ້, ທ່ານທູດ ກໍ​ໄດ້​ສະ​ແດງ​ ຄວາມ​​ຂອບ​ໃຈ ຕໍ່​ທ່ານນາຍົກລັດຖະມົນຕີ ​ໃນການ​ຕ້ອນ​ຮັບ​ ອັນ​ອົບ​ອຸ່ນ​, ພ້ອມ​ທັງ​ຢືນຢັນ​ວ່າ ​ຈະ​ສຸມ​ທຸກ ​ຄວາມ​ພະຍາຍ​າມ ເຫື່ອ​ແຮງ ​ແລະ ສະຕິ​ປັນ​ຍາ ​ເພື່ອ​ປະກອບ​ສ່ວນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ ການ​ຮ່ວມມືດ້ານ ການພັດທະນາ ຮອບດ້ານ ​ໃຫ້​​ແຕກ​ດອກ​ອອກ​ຜົນ ງອກ​ງາມ​ຍິ່ງໆຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...