spot_img
Homeຂ່າວຕ່າງປະເທດຜູ້ນຳອີຣ່ານລະບຸ CIA ຂອງອາເມຣິກາ ແລະ ພັນທະມິດຕາເວັນຕົກ ເປັນຜູ້ລ້ຽງດູ ລັດທິກໍ່ການຮ້າຍ!

ຜູ້ນຳອີຣ່ານລະບຸ CIA ຂອງອາເມຣິກາ ແລະ ພັນທະມິດຕາເວັນຕົກ ເປັນຜູ້ລ້ຽງດູ ລັດທິກໍ່ການຮ້າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ທ່ານ ອາລີ ຄາເມອີ ຜູ້ນຳສູງສຸດຂອງອີຣ່ານ ໄດ້ກ່າວຄຳເຫັນໃນພິທີສະເຫລີມສະຫລອງ ວັນອອກເດືອນຖືສິນອົດ (Eid al Fitr) ຂອງຊາວມຸດສະລິມ ຢູ່ນະຄອນຫລວງເຕຫະຣານ ມື້ວານນີ້ (6 ກໍລະກົດ) ຊຶ່ງທ່ານໄດ້ຖະແຫລງວ່າ ວັນ​ບູນ Eid al Fitr ຢູ່​ບາງ​ປະ​ເທດ​ອິດ​ສະ​ລາມ​ປີນີ້ ຖືກ​ພວກກໍ່​ການ​ຮ້າຍ​ຫັນ​ເປັນ​​ພິ​ທີງານ​ສົບ​ ຊື່ງບັນ​ດາ​ໂທດ​ກຳ​ຄື​ແນວນັ້ນ​ ແມ່ນ​ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ ລ້ຽງ​ດູລັດ​ທິກໍ່​ການ​ຮ້າຍ ​ໂດຍ​ບັນ​ດາ​ອົງ​ການ​​ສືບ​ລາ​ຊະ​ການ​ລັບ​ຂອ​ງ​ອາ​ເມ​ຣິກາ (CIA), ອິດ​ສະ​ຣາ​ແອນ ແລະ ອັງ​ກິດ ເປັນຜູ້ດຳ​ເນີນການ. ທ່ານ​ໄດ້ກ່າວ​ເຕືອນ​ບັນ​ດາ​ຜູ້ຢູ່ເບື້ອງຫລັງ ໃນການກໍ່​ສ້າງ​ກູ່ມກໍ່​ການ​ຮ້າຍ​ ແມ່ນ​ຈະ​ບໍ່​ສາ​ມາດຫລີກ​ເວັ້ນ ຈາກບັນ​ດາ​ຜົນ​ສະ​ທ້ອນ ​ຂອງການ​ກໍ່​ການ​ຮ້າຍ​ໄດ້.

ພ້ອມດຽວກັນນີ້ ທ່ານ ອາລີ ຄາເມອີ ກໍ​ໄດ້​ກ່າວ​ປະ​ນາມ ​ບັນ​ດາ​ເຫດ​ບຸກ​ໂຈມ​​ຕີ ຢ​ູ່​ບັນ​ດາ​ປະ​ເທດ​ອິ​ດ​ສະ​ລາມ ຊຶ່ງເປັນເຫດເຮັ​ດ​ໃຫ້​ສາ​ມັນ​ຊົນ​ນັບ​ຮ້ອຍ​ຄົນ ​ເສຍ​ຊີ​ວິດ ແລະ ໄດ້ຮັບ​ບາດ​ເຈັບ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...