spot_img
Homeຂ່າວພາຍ​ໃນນາຍົກຯແນະນຳ ກະຊວງ ອກຄ ຄົ້ນຄວ້າຕະຫລາດໃຫ້ລະອຽດ ເພື່ອສົ່ງອອກຜົນຜະລິດ ຂອງປະຊາຊົນ!

ນາຍົກຯແນະນຳ ກະຊວງ ອກຄ ຄົ້ນຄວ້າຕະຫລາດໃຫ້ລະອຽດ ເພື່ອສົ່ງອອກຜົນຜະລິດ ຂອງປະຊາຊົນ!

Published on

ຂປລ. ການ​ຜະລິດ​ສິນຄ້າຂອງ​ປະຊາຊົນ​ລາວ ຮຽກຮ້ອງ​ໃຫ້​ພາກ​ລັດ ​ເປັນ​ຫົວ​ຈັກ​ຫລັກ​ແຫ​ລ່ງ ຊອກ​ຫາ​ຕະຫລາດ​ຈໍາໜ່າຍ​ສິນຄ້າ​ທີ່​ໝັ້ນຄົງ, ພ້ອມ​ທັງ​ຄວນສ້​າງນະ​ໂຍບາຍ​ຄໍ້າປະກັນ​ ລາຄາ​ສິນຄ້າຂອງ​ຜູ້​ຜະລິດ​ພາຍ​ໃນ​ຢ່າງ​ຈະ​ແຈ້ງ ຖ້າ​ເກີດ​ສະພາບ​ເສດຖະກິດ​ເໜັງ​ຕີ ​ແລະ ພົບ​ບັນຫາ​​ໄພ​ທໍາ​ມະ​ຊາດ. ຂະນະ​ທີ່ຊາວສວນ​ຢາງພາລາ, ສາລີ, ໝາກ​ເດືອ​ ໃນ​ພາກ​ເໜືອ ​ແລະ ພາກ​ໃຕ້ຂອງ​ລາວ​ ຍັງ​ພົບ​ບັນຫາ​ ລາຄາຜົນ​ຜະລິດ​ຂອງ​​ເຂົາ​ເຈົ້າ​ຕົກ​ຕໍ່າ ​ແລະ ບໍ່​ມີ​ຕະຫລາດ​ຮອງ​ຮັບ​.

ຕາມ​ການ​ລາຍ​ງານຂໍ້​ມູນ​ຕົວ​ຈິງ​ ຈາກ​ຊາວ​ສວນ​ຢາງພາລາຢູ່​ພາກ​ໃຕ້ ​ແລະ ພາກ​ເໜືອຂອງ​ລາວ​ ລະບຸ​ວ່າ: 10 ປີຜ່ານ​ມາ​, ​ເຂົາ​ເຈົ້າ​ໄດ້​ທໍາລາຍເນື້ອ​ທີ່​ຜະລິດ​ພືດ​ກະສິກໍາ ​ແລະ ຫັນ​ເອົາ​ດິນ​ທີ່​ອຸດົມສົມບູນ ມາ​ປູກ​ຢາງພາລາ​ຢ່າງ​ຫລວງ​ຫລາຍ​ ເພື່ອ​ຫວັງ​ກໍາ​ໄລຈາ​ກການ​ຂາຍ​ຢາງພາລາ​ ທີ່​ມີ​ລາຄາ​ສູງ​ ເຖິງ17.000 ກີບ​ຕໍ່​ກິ​ໂລ​ ໃນ​ປີ 2013-2014, ​ແຕ່​ຄວາມ​​ເປັນ​ຈິງ​ ການ​ປູກ​ຢາງພາລາ ບໍ່​ໄດ້​ຕາມ​ທີ່​ຄາດ​ຫວັງ​ໄວ້ຄື​ກັບ​ການ​ໂຄສະນາ ​ເຜີຍ​ແຜ່​ຂໍ້​ມູນ​ ຈາກ​ນັກ​ລົງທຶນ ​ແລະ ພໍ່ຄ້າ​ຄົນ​ກາງ ວ່າ​​ໃຜ​ປູກ​ຢາງພາລາຈະ​ຮັ່ງມີ, ​ພ້ອມທັງ​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ປະຊາຊົນ. ຫລ້າ​ສຸດຕົກ​ມາ​ປີ 2015-2016 ລາຄາ​ຢາງພາລາ​ໃນ​ທ້ອງ​ຕະຫລາດ​​ ໄດ້ຫລຸດ​ລົງ​ຈາກ 17.000 ກີບ​ ມາ​ເປັນ 3-5.000 ກີບ​ຕໍ່​ກິໂລ.

ຈາກບັນຫາ​ດັ່ງກ່າວ, ຊາວ​ສວນ​ຢາງພາລາ ​ຈຶ່ງຮຽກຮ້ອງ​ໃຫ້ທາງ​ພັກ​ລັດ ​ຄວນ​ມີ​ການ​ຄົ້ນ​ຄວ້າ, ສໍາ​ຫລວດ, ສຶກສາຜົນ​ກະທົບ​ທີ່​ຕະຫລາດ​ຮອງ​ຮັບ, ​ແຜນ​ສໍາຮອງ​ເມື່ອ​ເກີດ​ວິ​ກິດ, ຫລຸດຜ່ອນ​ຂັ້ນ​ຕອນ​ພໍ່ຄ້າ​ຄົນ​ກາງ, ກໍານົດ​ເງື່ອນ​ໄຂ, ​ເນື້ອ​ທີ່​ການ​ຜະລິດ ​ວ່າ​ອັນ​ໃດຄວນ​ເປັນ​ສິນຄ້າປາຍ​​ແຫລມ ​ແລະ ​ເປັນ​ບູລິ​ມະ​ສິດ​ ໃນ​ການ​ແກ້​ໄຂ ​ຄວາມທຸກ​ຍາກ​ ເພື່ອ​ຮັບປະກັນ​ບໍ່​ໃຫ້​ປະ​ຊາ​ຊົນ ຫລື ຜູ້​ຜະລິດ​ພາຍ​ໃນ​ເສຍ​ຜົນ​ປະ​ໂຫຍ​ດ.

ຫລ້າ​ສຸດ ລະຫວ່າງກອງ​ປະຊຸມ​ລັດຖະບານ ຮ່ວມ​ກັບ​ເຈົ້າ​ຄອງ​ນະຄອນຫລວງວຽງຈັນ ​ແລະ ເຈົ້າ​ແຂວງ ໃນທົ່ວປະເທດ​ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 23-24 ມິຖຸນາ 2016, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ​ ໄດ້​ແນະ​ນໍາ ​ແລະ ມອບ​ໃຫ້​ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ຊອກ​ຕະຫລາດ​ ເພື່ອ​ຮອງ​ຮັບ​ການ​ຜະລິດ​ສິນຄ້າ ຂອງ​ປະຊາຊົນ, ພ້ອມ​ດຽວ​ກັນ​ນັ້ນ​ ກໍ​ໃຫ້​ຄົນ​ຄວ້າ​ດັດສົມ​ລາຄາ​ສິນຄ້າ ​ຕາມ​ທ້ອງ​ຕະຫລາດ ລວມທັງ​ໃຫ້​ຕິດ​ສະ​ແຕມລາຄາ​ສິນຄ້າ​​ເປັນ​ພາສາ​ລາວ.

ສ່ວນບັນດ​າ​ເຈົ້າ​ແຂວງ ​ກໍ​ໄດ້​ປະກອບ​ຄໍາ​ເຫັນ​ບາງ​ບັນຫາສຳຄັນ ​ຄື: ຜູ້​ຜະລິດ​​ເປັນ​ສິນຄ້າ​ສ່ວນ​ໃຫຍ່ ​ຍັງ​​ເພີ່ງ​ພາ​​​ຕົນ​ເອງ ເພື່ອ​ຊອກ​ຫາ​ຕະຫລາດ​ຈໍາໜ່າຍ​ສິນຄ້າ, ບາງ​ຄັ້ງ​ກໍ​ພົບ​ບັນຫາ​ຫຍຸ້ງ​ຍາກ​ ຍ້ອນ​ທຶນ​ໜ້ອຍ, ການ​ຕໍ່​ລອງ​ບໍ່​ສູງ, ​ຄວາມເຊື່ອ​ໝັ້ນ​ບໍ່​ຫລາຍ. ນອກຈາກ​ນີ້, ພາກສ່ວນ​ກ່ຽວຂ້ອງ ກໍ​ຄວນ​ລົງ​ຕິດຕາມກວດກາ, ຄົ້ນ​ຄວ້າໃຫ້​ເຫັນ ​ສາເຫດ​ສິນຄ້າ​ເໜັງ​ຕີງ ​ແລະ ລາຄາ​ຂຶ້ນ​ລົງຕົວ​ຈິງ ເພື່ອ​ຫລີກ​ເວັ້ນການ​ສວຍ​ໂອກາດ​. ພ້ອມດຽວ​ກັນ​ນັ້ນ ​ກໍ​ຕ້ອງ​ໃຫ້​ພໍ່ຄ້າ​-ແມ່​ຄ້າ ​ແລະ ຜູ້​ປະກອບ​ການ ​ຕິດ​ສະ​ແຕມ​ລາຄາ​ສິນຄ້າ​ທີ່​ນໍາ​ເຂົ້າ​ ​ແລະ ຜະລິດ​ພາຍ​ໃນ​ເປັນ​ພາສາ​ລາວ ຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...