spot_img
Homeຂ່າວທ້ອງຖິ່ນອັດຕະປື ມີແຮງງານຕ່າງຊາດພັນກວ່າຄົນ

ອັດຕະປື ມີແຮງງານຕ່າງຊາດພັນກວ່າຄົນ

Published on

ປະ­ຈຸ​ບັນ​ປະ­ເທດ​ລາວ​ເຮົາ​ຖື​ວ່າ​ໄດ້​ເຂົ້າເປັນ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC) ແລ້ວ​ເຮັດ​ໃຫ້­ການ​ເຂົ້າ​ອອກ​ປະ­ເທດ​ຂອງ​ບຸກ­ຄົນໃດ​ໜຶ່ງ​ມີ​ຄວາມ​ສະ­ດວກ​ສະ­ບາຍ​ຂຶ້ນ​ກວ່າ​ເກົ່າ, ຫຼ້າ​ສຸດ​ຫຼາຍ​ເຂດ​ໃນ​ພື້ນ​ທີ່​ທົ່ວ​ປະ­ເທດ​ປາ­ກົດ​ວ່າມີ​ຊາວ​ຕ່າງ​ຊາດ​ເຂົ້າ​ມາ​ເຄື່ອນ​ເຮັດ​ວຽກ​ງານຫຼາຍ​ພໍ​ສົມ­ຄວນ, ສະ­ເພາະ​ແຂວງ​ອັດ​ຕະ​ປື​ມີ​ທັງໝົດ 1,31 ພັນ​ຄົນ, ໃນ​ນີ້​ແຮງ​ງານ​ບໍ່​ຖືກ­ຕ້ອງເປັນ​ສ່ວນ​ໃຫຍ່.

ວັນ​ທີ 4 ກໍ­ລະ­ກົດ 2016 ທີ່​ຫໍ​ປະ­ຊຸມ​ໃຫຍ່ແຂວງ​ອັດ​ຕະ​ປື, ພະ​ແນກ​ແຮງ​ງານ ແລະ​ສະ​ຫວັດດີ​ການ​ສັງ­ຄົມ​ແຂວງ​ອັດ​ຕະ​ປື​ຮ່ວມ​ກັບ​ກອງ​ບັນຊາ​ການ​ແຂວງ​ຈັດ​ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນບົດ­ຮຽນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແຮງງານ ແລະ​ຄຸ້ມ​ຄອງ​ແຮງ​ງານ​ໃນ​ການ​ຂຶ້ນ​ທະບຽນ ແລະ​ອອກ​ບັດ​ອະ­ນຸ­ຍາດ​ຊົ່ວ­ຄາວ​ໃຫ້​ຄົນຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ​ຢູ່​ແຂວງ​ອັດ​ຕະ​ປື ໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ບຸນ​ຄົງ ຫຼ້າ​ສຸກ​ກັນ ຮອງ​ລັດ­ຖະ­ມົນ­ຕີ​ກະຊວງ​ແຮງ​ງານ ແລະ​ສະ­ຫວັດ­ດີ​ການ​ສັງ­ຄົມ, ມີ​ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ​ສະ­ຫວັດ­ດີການ​ສັງ­ຄົມ​ແຂວງ, ບັນ­ດາ​ຮອງ​ເຈົ້າ­ເມືອງ, ເຈົ້າໜ້າ­ທີ່​ຈາກ​ກຳ­ລັງ ປກສ ແຂວງ ແລະ​ປກສ ເມືອງ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໃນ​ວາ­ລະ​ດຳ­ເນີນ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ຜູ້​ເຂົ້າຮ່ວມ​ໄດ້​ພ້ອມ​ກັນ​ຕີ​ລາ­ຄາ​ຄືນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ວຽກ​ງານ​ການ​ກວດ­ກາ​ແຮງ​ງານ ແລະ​ຄຸ້ມຄອງ​ແຮງ​ງານ​ໃນ​ການ​ຂຶ້ນ​ທະ­ບຽນ ແລະ​ອອກໃບ​ອະ­ນຸ­ຍາດ​ຊົ່ວ­ຄາວ​ໃຫ້​ຄົນ​ຕ່າງ­ປະ­ເທດ​ທີ່​ມາເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ​ຢູ່​ແຂວງ​ອັດ​ຕະ​ປື ຊຶ່ງ​ຜ່ານການ​ລົງ​ເຄື່ອນ​ໄຫວ​ກວດ­ກາຈາກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້​ກວດ​ພົບ​ແຮງ​ງານ​ທີ່​ເຂົ້າ​ມາ​ເຄື່ອນ​ໄຫວ​ຢູ່​ພາຍ​ໃນ​ແຂວງ​ມີ​ຈຳ­ນວນ 1.317 ຄົນ, ຍິງ 516 ຄົນ, ໃນ​ນັ້ນ ແຮງ​ງານ​ທີ່​ຖືກ­ຕ້ອງ​ມີ 469 ຄົນ, ຍິງ 150 ຄົນ, ແຮງ​ງານ​ບໍ່​ຖືກ­ຕ້ອງ​ມີ 848 ຄົນ, ຍິງ 366 ຄົນ ແລະ​ໄດ້​ຂຶ້ນ​ທະບຽນ​ໃຫ້​ສຳ­ເລັດ​ໝົດ.

ຈາກ​ຜົນ­ງານ​ທີ່​ຍາດ​ມາ​ໄດ້​ກໍ​ຍັງ​ມີບັນ­ຫາ​ຂໍ້​ຫຍຸ້ງ­ຍາກ​ເປັນ­ຕົ້ນ​ຄວາມ​ເຂົ້າ­ໃຈຕໍ່​ບັນ­ດາ​ນິ­ຕິ​ກຳ​ຕ່າງໆ​ຂອງ​ພະ­ນັກ­ງານຜູ້​ປະ­ຕິ­ບັດ​ແຕ່​ລະ​ຂັ້ນ​ຍັງ​ບໍ່​ທັນ​ໝັກ​ແໜ້ນ, ແຮງ​ງານ​ຕ່າງ­ປະ­ເທດ​ບາງ​ສ່ວນ​ຍັງ​ບໍ່ທັນ​ໃຫ້­ການ​ຮ່ວມ​ມື​ເທົ່າ​ທີ່​ຄວນ, ພ້ອມດຽວ​ກັນ​ນັ້ນ​ຍັງ​ມີ​ການ​ຫຼົບ​ຫຼີກ​ບໍ່​ໃຫ້­ການຮ່ວມ​ມື, ບໍ່​ອຳ­ນວຍ​ຄວາມ​ສະ­ດວກ​ໃນການ​ຂຶ້ນ​ທະ­ບຽນ, ສະ­ນັ້ນ ເພື່ອ​ແກ້​ໄຂ​ບັນ ຫາ​ດັ່ງ­ກ່າວ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໄດ້ ພ້ອມ​ກັນ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ປະ­ກອບຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອເຮັດ​ໃຫ້​ວຽກ​ງານ​ການ​ກວດ­ກາ​ແຮງງານ ແລະ​ຄຸ້ມ​ຄອງ​ແຮງ​ງານ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ການ​ອະ­ນຸ­ຍາດ​ຂຶ້ນ ທະ­ບຽນ​ຊົ່ວ­ຄາວ​ໃຫ້​ຄົນ​ຕ່າງ­ປະ­ເທດ​ທີ່ມາ​ເຄື່ອນ​ໄຫວ​ພາຍ​ໃນ​ແຂວງ​ອັດ​ຕະ​ປື ໃຫ້​ເຂົ້າ​ສູ່​ຫຼັກ­ການ ແລະ​ຖືກ­ຕ້ອງ​ຕາມ​ລະບຽບ​ກົດ­ໝາຍ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...