spot_img
Homeຂ່າວທ້ອງຖິ່ນບໍລິສັດຮ່ວມສາຍນໍ້າຂອງ ເປີດກິດຈະການຢູ່ບໍ່ແຕນແດນງາມ

ບໍລິສັດຮ່ວມສາຍນໍ້າຂອງ ເປີດກິດຈະການຢູ່ບໍ່ແຕນແດນງາມ

Published on

ມື້​ຕົ້ນ​ເດືອນ​ກໍ­ລະ­ກົດ​ນີ້ ທີ່​ເຂດ​ພັດທະ​ນາ​ເສດ­ຖະ­ກິດ​ສະ­ເພາະ​ບໍ່​ເຕນ​ແດນງາມ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ມີ​ພິ­ທີ​ເປີດກິດ­ຈະ­ການ​ບໍ­ລິ­ສັດ​ຮ່ວມ​ສາຍ​ນ້ຳ­ຂອງຈຳ­ກັດ ຊຶ່ງ​ເຂົ້າ​ຮ່ວມ​ຂອງ ທ່ານ ວອນ​ຄຳ ເພັດ​ທະ​ວົງ ຮອງ​ປະ­ທານ​ບໍ­ລິ­ຫານ​ເຂດພັດ­ທະ­ນາ​ເສດ­ຖະ­ກິດ​ສະ­ເພາະ​ບໍ່​ເຕນແດນ​ງາມ, ມີ​ທ່ານ ນາງ ສູມ ຮອງ​ເຈົ້າເມືອງໆ​ຫຼ້າ ສປ ຈີນ, ມີ​ແຂກ​ຖືກ​ເຊີນ ແລະ​ ນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ​ຕ່າງປະ­ເທດ​ເຂົ້າ​ຮ່ວມ.

ທ່ານ ຈູ​ຊວານ​ສູມ ປະ­ທານ​ບໍ­ລິ­ສັດ ຮ່ວມ​ສາຍ​ນ້ຳ­ຂອງຈຳ­ກັດ ໃຫ້​ຮູ້​ວ່າ: ການ​ເປີດ​ບໍ­ລິ­ສັດ​ຮ່ວມ​ສາຍ​ນ້ຳ­ຂອງຈຳກັດ ແມ່ນ​ເປັນ​ການ​ເປີດ​ໂຕ​ສິນ­ຄ້າ​ໃໝ່ ຊຶ່ງ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ (ປະ­ເທດ ສປ ຈີນ) ທີ່​ເປັນ​ປະ­ເພດ​ເຄື່ອງ​ປະ­ດັບ​ອັນຍະ​ມະ­ນີ​ເຊັ່ນ: ເພັດ​ພອຍ, ຢົກ ແລະ​ອື່ນໆ ທັງ​ນີ້ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາທ່ຽວ​ຊົມ​ແລກ­ປ່ຽນ​ຊື້​ຂາຍ​ສິນ­ຄ້າ​ເຂດເສດ­ຖະ­ກິດ​ສະ­ເພາະ​ບໍ່​ເຕນ​ແດນ​ງາມ​ນັບມື້​ນັບ​ຫຼາຍ​ຂຶ້ນ.

ເຂດ​ເສດ­ຖະ­ກິດ​ບໍ່​ເຕນ​ແດນ​ງາມ ແມ່ນ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ມາ​ແຕ່​ປີ 2013 ໃນ​ເນື້ອ­ທີ່ 1.640 ເຮັກ­ຕາ ໂດຍແມ່ນ​ບໍ­ລິ­ສັດ​ຫາຍ​ເຊິງ​ຢຸນ​ນານຈຳ­ກັດ ເປັນ​ຜູ້​ສຳ​ປະ­ທານ​ໃນ​ອາ­ຍຸ​ເບື້ອງ​ຕົ້ນ 50 ປີ ແລະ​ຮອດ​ປະ­ຈຸ​ບັນ​ໄດ້​ມີ​ການ​ພັດ​ທະນາ​ໃຫ້​ກາຍ­ເປັນ​ເຂດ​ທັນ​ສະ­ໄໝ ໂດຍແບ່ງ​ອອກ​ເປັນ 6 ເຂດ​ຄື: ເຂດ​ສູນ​ການຄ້າ, ສູນ​ການ​ເງິນການ​ທະ­ນາ­ຄານ, ສູນການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ ແລະ​ບໍ​ລິການ­ທ່ອງ­ທ່ຽວ, ເຂດ​ບ້ານ​ວັດ­ທະ­ນະ­ທຳ ແລະ​ສະ­ໜາມ​ກ໊ອບ ແລະ​ເຂດ​ສວນ​ປ່າ­ໄມ້ແບບ​ທຳ​ມະ​ຊາດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)