spot_img
Homeຂ່າວການພັດທະນາມອບ-ຮັບເສັ້ນທາງເມືອງຄູນ ແຂວງຊຽງຂວາງ ໄລຍະ 38 ກິໂລແມັດ ມູນຄ່າ 78 ຕື້ກວ່າກີບ!

ມອບ-ຮັບເສັ້ນທາງເມືອງຄູນ ແຂວງຊຽງຂວາງ ໄລຍະ 38 ກິໂລແມັດ ມູນຄ່າ 78 ຕື້ກວ່າກີບ!

Published on

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ສົມ​ກົດ ມັງ​ໜໍ່​ເມກ ເຈົ້າ​ແຂວງໆ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄະນະ ​​ລົງ​ກວດກາ​ ​ແລະ ມອບ-​ຮັບ ​​ໂຄງການ​ກໍ່ສ້າງເສັ້ນທາງ​ໄລຍະ 38 ກິ​ໂລ​ແມັດ ​ແຕ່​ບ້ານ​ໂພ​ສີ​ ຫາບ້ານ​ແກ່ວ​ແສດ​ ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ພາຍຫລັງລົງ​ມື​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2012 ລວມມູນ​ຄ່າ​ທັງ​ໝົດ 78 ຕື້​ກ່ວາ​ກີບ.

ທ່ານ ບຸນ​ທັນ ປັນຍາ​ທິລາດ ປະທານ​ບໍລິສັດ​ ປັນຍາ​ທິລາດ ຜູ້ຮັບ​ເໝົາ​ໂຄງການ​ ໄດ້​ໃຫ້​ຮູ້​ວ່າ: ​ໂຄງການ​ດັ່ງກ່າວ​ ໄດ້ເລີ່​ມລົງ​ມື​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ ມາ​ແຕ່​ປີ 2012-2016 ​ໂດຍ​ເບ່ງ​ອອກ​ເປັນ 2 ​ໄລຍະ ​ຄື: ​ໄລຍະ​ທີ 1 ມີ​ຄວາມ​ຍາວ 24 ກິ​ໂລ​ແມັດ, ມູນ​ຄ່າ 38 ຕື້ກ່ວາ​ກີບ, ​ໄລຍະ​ທີ 2 ມີ​ຄວາມ​ຍາວ 14 ກິ​ໂລ​​ແມັດ ມູນ​ຄ່າ 40 ຕື້​ກ່ວາ​ກີບ ​ໂດຍ​ແມ່ນ​ບໍລິສັດ ຜູ້​ຮັບ​ເໝົາລົງ​ທຶນກ່ອນ 100%  ​ແລະ ລັດຖະບານ​ ຈະ​ຊຳ​ລະ​ໃຫ້​ຕາມ​ສັນຍາ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...