spot_img
Homeຂ່າວຕ່າງປະເທດອົດ​ສະຕຣາລີ ຕັ້ງ​ຂໍ້​ຫາ​ຊາຍ​ມາ​ເລ​ເຊຍ​ຂົນ​ຢາ​ໄອສ ມູນ​ຄ່າ​ກວ່າ 206 ລ້ານ​ໂດ​ລາ

ອົດ​ສະຕຣາລີ ຕັ້ງ​ຂໍ້​ຫາ​ຊາຍ​ມາ​ເລ​ເຊຍ​ຂົນ​ຢາ​ໄອສ ມູນ​ຄ່າ​ກວ່າ 206 ລ້ານ​ໂດ​ລາ

Published on

ເຈົ້າ​ໜ້າ​ທີ່​ອົດ​ສະຕຣາລີ​ກ່າວ​ວ່າ ຊາຍຊາວ​ມາ​ເລ​ເຊຍ​ຢູ່​ໃນ​ກຸ່ມ​ຊາຍ 8 ຄົນ​ທີ່​ຖືກ​ຕັ້ງ​ຂໍ້​ຫາ​ຖານ​ຄອບ​ຄອງ​ຢາ​ໄອສ ມູນ​ຄ່າ 206 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ອົດ​ສະຕຣາລີ.

ສຳ​ນັກ​ງານ​ກວດ​ຄົນ​ເຂົ້າ​​ເມືອງ ​ແລະ ປ້ອງ​ກັນຊາ​ຍ​ແດນ​ອົດ​ສະຕຣາລີ ຖະ​ແຫລ​ງວ່າ ​ເຈົ້າ​ໜ້າ​ທີ່​ໄດ້ຮັບ​ແຈ້ງ​ເບົາ​ແສ​ແລະ​ພົບ​ຢາ​ໄອສນໍ້າໜັກ​ປະມານ 275 ກິ​ໂລກ​ຣາມ​​ເຊື່ອງ​ໄວ້​ໃນ​ຕູ້​ສິນຄ້າ ​ໂດ​ຍມີ​ຈຸດໝາຍ​ນຳ​ສົ່ງ​ໄປ​ຍັງ​ທີ່ຢູ່​ແຖວ​ການ​ຄ້າ​ໃນ​ນະຄອນຫລວງ​ເມລ​ເບີ​ນ ຈົນ​ນຳ​ໄປ​ສູ່​ການຈັບກຸມ​ຊາວ​ອົດ​ສະຕຣາລີ 7 ຄົນ ​ແລະ ຊາວ​ມາ​ເລ​ເຊຍ 1 ຄົນ ທັງ​ໝົດ​ອາຍຸ​ລະຫວ່າງ 24-34 ປີ ​ເຈົ້າ​ໜ້າ​ທີ່​ອົດ​ສະຕຣາລີ​ກ່າວ​ວ່າ ​ໃນ​ຈຳນວນ​ນີ້ ​3 ຄົນ​ຖືກ​ຕັ້ງ​ຂໍ້​ຫາ​ລັກລອບ​ນຳ​ເຂົ້າ​ຢາ​ເສບ​ຕິດ​ມາ​ເພື່ອ​ການ​ຄ້າ ສ່ວນ​ອີກ 5 ຄົນ​ຖືກ​ຕັ້ງ​ຂໍ​ຫາ​ພະຍາຍາມ​ຄອບ​ຄອງ ​ແລະ ຂົນ​ສົ່ງ​ຢາ​ໄອສຈຳນວນຫລາຍ ຊຶ່ງ​ມີ​ໂທດ​ສູງ​ສຸດ​ຄື​ຈຳ​ຄຸກ​ຕະຫລອດ​ຊີວິດ ຕຳຫລວດ​ອົດ​ສະຕຣາລີ​ເປີ​ດ​ເຜີຍ​ວ່າ​ໄດ້​ປະສານ​ກັບ​ທາງ​ການ​ຈີນ​ໃນ​ຄະດີ​ດັ່ງກ່າວ ຊຶ່ງ​ເປັນຄວາມ​ຮ່ວມ​ມື​ເພື່ອ​ປາບ​ປາມ​ເຄືອ​ຂ່າຍ​ລັກລອບ​ຄ້າ​ຢາ​ໄອສ​ເຂົ້າມາ​ໃນ​ອົດ​ສະຕຣາລີ ​ແລະ ຕ່າງປະ​ເທດ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...