spot_img
Homeເກັບຕົກ-ເລື່ອງແປກຜູ້ຊາຍສູງທີ່ສຸດໃນສປປ ລາວ ແລະ ເກືອບສູງທີ່ສຸດໃນໂລກ

ຜູ້ຊາຍສູງທີ່ສຸດໃນສປປ ລາວ ແລະ ເກືອບສູງທີ່ສຸດໃນໂລກ

Published on

ເມື່ອວັນທີ 29/6/2016 ໄດ້ພົບເຫັນຊາຍໄວ 27 ປີ ຊື່ ທ້າວ ພູດອຍ ຈາກບ້ານ ນໍ້າໃສເທີງ ເມືອງປະທຸມພອນ ແຂວງຈຳປາສັກ ແທກລວງສູງໄດ້ 2.23 ຊັງຕີແມັດ ແພດບອກວ່າສາເຫດທີ່ເຮັດໃຫ້ລາວສູງຜິດປົກກະຕິຍ້ອນ ຕ່ອມໃຕ້ສະໝອງຫລັງຮໍໂມນອອກມາຜິດປົກກະຕິ ເຮັດໃຫ້ຮ່າງກາຍຂອງລາວບໍ່ສາມາດຄວາມຄຸມການຈະເລີນເຕີບໂຕໄດ້.

ມື້ນີ້ມີຄົນພົບເຫັນລາວມາກວດພະຍາດຢູ່ຄລີນິກຂອງ ດຣ ໄຊສະໜຸກ ເພື່ອມາປິ່ນປົວພະຍາດເບົາຫວານ ທ້າວ ພູດອຍ ຖືວ່າເປັນຄົນທີ່ສູງທີ່ສຸດໃນປະເທດລາວ ແລະ ເກືອບກາຍເປັນຄົນທີ່ສູງທີ່ສຸດໃນໂລກ ເພາະປັດຈຸບັນຄົນທີ່ສູງທີ່ສຸດໃນໂລກແມ່ນ ທ່ານ ສຸຕານ ໂກເຊັນ ເປັນຊາວຕຸລະກີມີລວງສູງແທກໄດ້ 2.51 ຊັງຕີແມັດ ເຊິ່ງຖືກຈົດບັນທຶກລົງໃນ ກິເນສບຸກ ເຊິ່ງລາວໄດມີຄວາມກວ່າທ້າວ ພູດອຍ (ຄົນລາວ) ພຽງ 28 ຊັງຕີແມັດ

2026

ທີ່ມາຂອງຂ່າວ: Taning Ksb

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...