spot_img
Homeຂ່າວພາຍ​ໃນນາ­ຍົກ­ລັດ­ຖະ­ມົນ­ຕີ ເຂົ້າ​ຢ້ຽມ​ຂ່ຳ­ນັບ​ເຈົ້າ​ຊີ­ວິດກຳ­ປູ­ເຈຍ

ນາ­ຍົກ­ລັດ­ຖະ­ມົນ­ຕີ ເຂົ້າ​ຢ້ຽມ​ຂ່ຳ­ນັບ​ເຈົ້າ​ຊີ­ວິດກຳ­ປູ­ເຈຍ

Published on

ໃນ​ໂອ­ກາດ​ຢ້ຽມ­ຢາມຣາ​ຊະ​ອານາ​ຈັກກຳ­ປູ­ເຈຍຢ່າງ​ເປັນ​ທາງ​ການ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ​ລັດ​ຖະ​ມົນຕີ ແຫ່ງ ສປປ ລາວ ພ້ອມ​ພັນ​ລະ​ຍາ ແລະ​ຄະ­ນະ​ຜູ້​ແທນ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ພະ​ມະ­ຫາ​ກະ­ສັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ­ວິດແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ໃນ​ຕອນ​ເຊົ້າ​ວັນ​ທີ 28 ມິ­ຖຸ­ນາ 2016 ທີ່​ພຣະ​ລາດ​ຊະ​ວັງ ນະ­ຄອນ­ຫຼວງ​ພະ­ນົມເປັນຣາ​ຊະ​ອາ­ນາ­ຈັກກຳ­ປູ­ເຈຍ.

ໃນ​ໂອ­ກາດ​ນີ້ ພະ​ມະ­ຫາ​ກະ­ສັດໂນ​ໂຣດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ­ວິດ​ແຫ່ງ​ຣາ​ຊະ​ອານາ​ຈັກກຳ­ປູ­ເຈຍ ກໍ​ໄດ້​ສະ­ແດງ​ຄວາມ​ຍິນດີ​ຕ້ອນ­ຮັບ ແລະ​ຊົມ­ເຊີຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ພ້ອມ​ພັນ​ລະ​ຍາ ແລະ​ຄະ­ນະ​ຢ້ຽມຢາມ ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ຊຶ່ງ​ເປັນການ​ຢ້ຽມ­ຢາມ​ທີ່​ມີ​ຄວາມ​ໝາຍ​ຄວາມສຳ­ຄັນ​ໃນ​ການ​ເພີ່ມ​ທະ­ວີ​ຮັດ​ແໜ້ນ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ­ຫວ່າງ​ສອງ​ປະ­ເທດ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ­ແດງຄວາມ​ຂອບ­ໃຈ​ຢ່າງ​ສູງ​ຕໍ່​ການ​ຕ້ອນ­ຮັບ​ອົບ​ອຸ່ນ​ຂອງ​ພະ​ມະ­ຫາ​ກະ­ສັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ­ວິດແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ໃນ​ໂອ­ກາດ​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ຄັ້ງ​ນີ້ ພ້ອມ​ທັງ​ໄດ້​ແຈ້ງ​ຜົນ​ການ​ພົບ ປະ​ກັບ ສົມ­ເດັດ ຮຸນ​ແຊນ ນາ­ຍົກ​ລັດ​ຖະມົນ­ຕີ ແຫ່ງ​ຣາ​ຊະ​ອາ­ນາ­ຈັກກຳ­ປູ­ເຈຍ ຊາບໄດ້​ຕີ​ລາ­ຄາ​ການ​ພົວ­ພັນ ແລະ​ການຮ່ວມ​ມື​ສອງ​ຝ່າຍ​ມີ​ການ​ຂະ­ຫຍາຍ­ຕົວເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ໄດ້​ນຳ​ເອົາຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ ບຸນຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດແຫ່ງ ສປປ ລາວ ເຖິງ​ພະ​ມະ­ຫາ​ກະ­ສັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ເຈົ້າ​ຊີ­ວິດ​ແຫ່ງ ຣາ​ຊະ​ອາ­ນາ­ຈັກກຳ­ປູ­ເຈຍ ໃນ​ໂອ­ກາດ​ນີ້​ດ້ວຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...