spot_img
Homeຂ່າວພາຍ​ໃນລາວ-ໄທ ເພີ່ມການຮ່ວມມືດ້ານປະກັນໄພເງິນຝາກ

ລາວ-ໄທ ເພີ່ມການຮ່ວມມືດ້ານປະກັນໄພເງິນຝາກ

Published on

ຄະ­ນະ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ສະຖາ​ບັນ​ຄຸ້ມ​ຄອງ​ເງິນ​ຝາກ​ແຫ່ງ​ປະ­ເທດ (DPA) ນຳ​ໂດຍ​ທ່ານ ສໍ​ຣະ​ສິດ ສູນທອນ​ເກດ ຜູ້­ອຳ­ນວຍ­ການ DPA ໄດ້​ເດີນທາງ​ເຄື່ອນ​ໄຫວ ແລະ​ເຮັດ​ວຽກ​ກັບ​ກອງທຶນ​ປົກ​ປ້ອງ​ຜູ້​ຝາກ​ເງິນ (DPF) ທະ​ນາຄານ​ແຫ່ງ ສປປ ລາວ ລະ­ຫວ່າງ​ວັນ​ທີ 27-28 ມິ­ຖຸ­ນາ 2016 ຊຶ່ງ​ໄດ້​ມີ​ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ​ຈາກ ທ່ານ ນາງ ແສງ​ດາວ­ວີ ວົງ​ຄຳ​ຊາວ ຜູ້­ອຳ­ນວຍ­ການ DPF ພ້ອມ​ຄະ­ນະ ເຊີ່ງ​ມີ​ຈຸດ­ປະ­ສົງ​ເຂົ້າ​ຮ່ວມ​ພິ­ທີ​ເຊັນ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ປັບ­ປຸງ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ (MOU) ແລະ​ຈັດ​ຕັ້ງ​ການ​ສຳ​ມະ​ນາ.

ສຳ­ລັບ​ໃນ​ຕອນ​ແລງ 27 ມິ­ຖຸ­ນາທີ່​ໂຮງ­ແຮມ​ລາວ​ພລາ​ຊາ 2 ອົງ​ກອນ​ດັ່ງກ່າວ ໄດ້​ຈັດ​ພິ­ທີ​ເຊັນ MOU ຮ່ວມ​ກັນ ຊຶ່ງ​ຝ່າຍ​ລາວ​ໂດຍ​ແມ່ນ ທ່ານ ນາງ ແສງ ດາວ­ວີ ວົງ​ຄຳ​ຊາວ ຜູ້­ອຳ­ນວຍ­ການ DPF ແລະ​ຝ່າຍ​ໄທ ນຳໂດຍ​ທ່ານ ສໍ​ຣະ​ສິດ ສູນ​ທອນ​ເກດ ຜູ້­ອຳ­ນວຍ­ການ DPA, ມາ​ຮອດ​ປະ­ຈຸ​ບັນ​ເປັນ​ເວ­ລາ​ເກືອບ 3 ປີ​ແລ້ວ​ທີ່ DPF ແລະ DPA ໄດ້​ເຊັນ MOU ການ​ຮ່ວມ​ມື​ຊຶ່ງ​ຕະ­ຫຼອດ 3 ປີ ມາ​ນີ້ DPF ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ວິ­ຊາ​ການ​ຈາກ DPA ໂດຍ​ໄດ້​ມີ​ການ​ແລກ­ປ່ຽນ​ຄວາມ​ຮູ້​ທາງ​ດ້ານ​ວິ­ຊາ​ການ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກ ພ້ອມ​ທັງແລກ­ປ່ຽນ​ພະ­ນັກ­ງານ​ຈຳ­ນວນ 9 ຄັ້ງ, ສ່ວນ​ໃຫຍ່​ກໍ​ເປັນ​ການປຶກ­ສາ​ຫາ­ລື​ແລກ­ປ່ຽນ​ບົດ­ຮຽນ, ການ​ໃຫ້​ທຶນ​ການ​ສຶກ​ສາ​ໄລຍະ​ສັ້ນ, ການ​ຈັດ​ສຳ​ມະ​ນາ ແລະ​ການ​ຝຶກ​ອົບ­ຮົມ.

ໃນ​ໂຄງ­ການ​ດຳ­ເນີນ​ງານ​ຂອງ DPF 2016-2020 ໄດ້​ເນັ້ນ​ໃສ່​ການ​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ​ໃນ​ວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກ, ພ້ອມນີ້ ຍັງ​ສະ­ເໜີ DPA ຊ່ວຍ­ເຫຼືອ​ດ້ານ​ວິ­ຊາ​ການ ເພື່ອ​ສ້າງ​ຄວາມ​ອາດ​ສາ­ມາດ​ໃຫ້ແກ່​ພະ­ນັກ­ງານ ໂດຍ​ສະ­ເພາະ​ຊ່ວຍ­ເຫຼືອການ​ຈັດ​ສຳ​ມະ​ນາ​ຢູ່ ສປປ ລາວ ເພື່ອແລກ­ປ່ຽນ​ບົດ­ຮຽນ​ປະ­ສົບ​ການ​ກ່ຽວ​ກັບວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກ​ໃນ​ຫົວ­ຂໍ້ທີ່​ສຳ­ຄັນ ແລະ​ຈຳ­ເປັນ​ຄື: ການ​ຈ່າຍ​ຄືນເງິນ​ຝາກ​ໃຫ້​ຜູ້​ຝາກ​ເງິນ​ໃນ​ເວ­ລາ​ເກີດ​ມີ​ວິ​ກິດ​ການ​ທະ­ນາ­ຄານ​ລົ້ມ​ລະ­ລາຍ​ລວມໄປ​ເຖິງ​ການ​ແກ້​ໄຂ​ບັນ­ຫາ​ທະ­ນາ­ຄານ ແລະ​ການ​ຊຳ­ລະ​ສະ​ສາງ, ການ​ບໍ­ລິ­ຫານຈັດ­ການ​ພາຍ​ໃນ​ທີ່​ເປັນ​ລະ­ບົບ ແລະ​ທັນສະ­ໄໝ ແລະ​ການ​ຖອດ​ຖອນ​ບົດ­ຮຽນຈາກ DPA ໃນ​ການ​ຂຽນ​ໂຄງ­ການ​ຫັນເປັນ​ທັນ​ສະ­ໄໝ ແລະ​ລະ­ບຽບ​ການ​ອື່ນໆທີ່​ກ່ຽວ­ຂ້ອງ.

ຕໍ່​ມາ​ໄດ້​ຈັດ​ຕັ້ງ​ການ​ສຳ​ມະ​ນາ​ພາຍໃຕ້​ຫົວ­ຂໍ້: ຂັ້ນ​ຕອນ​ການ​ຈ່າຍ​ຄືນ​ເງິນ​ຝາກ ແລະ​ການ​ພັດ­ທະ­ນາ​ລະ­ບົບ​ການ​ແກ້​ໄຂບັນ­ຫາ​ສະ​ຖາ​ບັນ​ການ​ເງິນ​ຊຶ່ງ 2 ຫົວ­ຂໍ້ດັ່ງ­ກ່າວ ໄດ້​ມີ​ຄວາມ​ໝາຍ​ສຳ­ຄັນ​ຍິ່ງ​ຕໍ່​ກັບ​ການ​ພັດ­ທະ­ນາ​ວຽກ​ງານ​ປະ­ກັນ​ໄພ ເງິນ​ຝາກ​ຂອງ DPF ແລະ​ຍັງ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ແກ່​ບັນ­ດາ​ນັກ​ສຳ​ມະ​ນາກອນ​ໄດ້​ຮຽນ​ຮູ້​ແລກ­ປ່ຽນ​ປະ­ສົບ​ການ​ຕົວ​ຈິງ​ໃນ​ວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກຈາກ​ນັກ​ວິ­ທະ­ຍາ­ກອນ​ຜູ້​ມີ​ປະ­ສົບ​ການ​ສູງ​ຈາກ DPA, ເຖິງ​ຢ່າງ­ໃດ​ກໍ​ຕາມ​ການ​ຈັດ​ສຳ​ມະ​ນາ​ວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກ​ບໍ່​ພຽງ​ແຕ່​ເປັນ​ການ​ແລກ­ປ່ຽນ​ບົດ­ຮຽນ​ທາງ​ດ້ານ​ວິ­ຊາ​ການ​ເທົ່າ​ນັ້ນ​ແຕ່​ຍັງ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປະ­ກັນ​ໄພ​ເງິນ​ຝາກ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ກວ່າ​ເກົ່າ ແລະ​ອີກ​ດ້ານ​ໜຶ່ງ​ຍັງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ​ຂອງ​ອົງ​ກອນ​ອີກ​ດ້ວຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...