spot_img
Homeຂ່າວຕ່າງປະເທດນາຍົກກໍບໍ່ລອດ ສົມເດັດຮຸນເຊນ ຖືກໃໝຍ້ອນບໍ່ໃສ່ໝວກກັນກະທົບ

ນາຍົກກໍບໍ່ລອດ ສົມເດັດຮຸນເຊນ ຖືກໃໝຍ້ອນບໍ່ໃສ່ໝວກກັນກະທົບ

Published on

ເປັນນາຍົກລັດຖະມົນຕີກໍບໍ່ລອດ ສົມເດັດຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ຕ້ອງໄປເສຍຄ່າປັບໃໝຜິດກົດຈະລາຈອນ ຍ້ອນບໍ່ໃສ່ໝວກກັນກະທົບ.

ສົມເດັດຮຸນເຊນ ໄດ້ຖືກຕຳຫຼວດຈະລາຈອນກຳປູເຈຍ ປັບໃໝຂໍ້ຫາບໍ່ໃສ່ໝວກກັນກະທົບເປັນເງິນ 15,000 ຣຽວ ຫຼືປະມານ 30,000 ກີບ ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 18 ມິຖຸນາ 2016 ທີ່ຜ່ານມາ ສົມເດັດຮຸນເຊນ ໄດ້ໂພສເຟສບຸກສ່ວນຕົວ ເປັນຮູບພາບຂະນະທີ່ໂຕເອງກຳລັງຂີ່ລົດຈັກໂດບໍ່ໃສ່ໝວກກັນກະທົບຂ້າມຂົວໃຈແຂວງ ເກາະກົງ ເພື່ອໄປຢ້ຽມຢາມ ແລະແວ່ທັກທາຍປະຊາຊົນ.

ຮຸນເຊນ

ເຫດການດັ່ງກ່າວນັ້ນ, ໄດ້ຖືກຝ່າຍຄ້ານໂຈມຕີຢ່າງໜັກ ໂດຍບອກວ່ານາຍົກລັດຖະມົນຕີ ຮຸນເຊນ ບໍ່ເປັນແບບຢ່າງໃຫ້ພໍ່ແມ່ປະຊາຊົນ ແຕ່ຍັງໃຊ້ອະພິສິດເໜືອຄົນອື່ນໂດຍບໍ່ໃສ່ໝວກກັນກະທົບ ທ້າທາຍກົດໝາຍຈະລາຈອນຂອງກຳປູເຈຍ.

ໃນມື້ຕໍ່ມາ, ສົມເດັດຮຸນເຊນ ຈຶ່ງໄດ້ຂີ່ລົດຈັກພ້ອມໃສ່ໝວກກັນກະທົບຢ່າງດີ ເດິນທາງໄປຍັງສຳນັກງານຕຳຫຼວດ ເພື່ອຈ່າຍຄ່າປັບໃໝ.

ແນວໃດກໍຕາມ ຜູ້ຄົນທີ່ເຫັນຂ່າວຕ່າງກໍຍ້ອງຍໍ ຕໍ່ສະປິລິດຂອງນາຍົກຮຸນເຊນ ເຖິງແມ່ນວ່າອາດຈະເປັນການສ້າງພາບ ແຕ່ກໍຍັງຖືວ່າເປັນພາບທີ່ເປັນຕົວຢ່າງໄດ້ ພ້ອມທັງເຈົ້າໜ້າທີ່ຕຳຫຼວດທີ່ມີການບັງຄັບໃຊ້ກົດໝາຍໂດຍບໍ່ເລືອກປະຕິບັດແລະບໍ່ຢ້ານກົວຕໍ່ອຳນາດຫຼືອິດທິພົນໃດໆ ແມ່ນແຕ່ນາຍົກລັດຖະມົນຕີ.

13466045_1095332630539862_6945786550614258861_n

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...