spot_img
Homeຂ່າວການພັດທະນາກອງປະຊຸມຄັ້ງທີ 25 ຂອງຄະນະກຳມະການຊາຍແດນລາວ-ຫວຽດນາມ

ກອງປະຊຸມຄັ້ງທີ 25 ຂອງຄະນະກຳມະການຊາຍແດນລາວ-ຫວຽດນາມ

Published on

ກອງປະຊຸມຄັ້ງທີ 25 ຂອງຄະນະກຳມະການຊາຍແດນລາວ-ຫວຽດນາມ ໄດ້ຈັດຂຶ້ນທີ່ນະຄອນດານັງ ໃນວັນທີ 20 ມິຖຸນາ 2016. ຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍສະຫາຍສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຫວຽດນາມນຳໂດຍສະຫາຍ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ  ແຂວງຊາຍແດນຂອງສອງປະເທດເຂົ້າຮ່ວມນຳດ້ວຍ.

ສອງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາວ່າດ້ວຍລະບຽບການຊາຍແດນປະເທດລາວ-ຫວຽດ ນາມສະບັບປີ 1990 ແລະບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນລາວ-ຫວຽດ ນາມ ໃນໜຶ່ງປີຜ່ານມາ, ໂດຍສັງເກດຕີລາຄາຢ່າງຮອບດ້ານກ່ຽວກັບວຽກງານການຄຸ້ມຄອງຊາຍແດນ, ການ

ພັດທະນາເສດຖະກິດ, ການຄ້າ, ວັດທະນະທຳ, ທ່ອງທ່ຽວຊາຍແດນ, ການປະຕິບັດຂໍ້ຕົກລົງຂັ້ນລັດຖະບານກ່ຽວ ກັບການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງ ງານບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍ ແດນລາວ-ຫວຽດນາມນັບແຕ່ກອງປະຊຸມຄັ້ງທີXXIVມາເຖິງປະຈຸບັນ. ສອງຝ່າຍມີຄວາມເພິ່ງພໍໃຈທີ່ເຫັນວ່າວຽກ ງານຄຸ້ມຄອງສຳເລັດໂຄງການປັກຫັຼກໝາຍຖີ່ ແລະບູລະນະລະບົບຫັຼກໝາຍຊາຍແດນລະຫວ່າງສອງປະເທດ, ເຊັນອານຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫັຼກໝາຍຊາຍແດນປະເທດລາວ-ຫວຽດນາມ, ເຊັນສັນຍາ (ໃໝ່) ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນປະເທດລາວ-ຫວຽດນາມ.

ສອງຝ່າຍໄດ້ເນັ້ນໜັກການພົວພັນຮ່ວມມືຄຸ້ມຄອງຊາຍແດນ ໃນໄລຍະຜ່ານມາຍາມໃດກໍ່ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງ, ການເມືອງ, ປ້ອງກັນຊາດ, ຄວາມເປັນລະບຽບຮ້ອຍຂອງສັງຄົມຢູ່ບໍລິເວນຊາຍແດນລະຫວ່າງສອງປະເທດກໍ່ຄືການເພີ່ມທະວີສາຍພົວພັນມິດຕະພາບ, ເສດຖະກິດ, ການຄ້າ, ທ່ອງ ທ່ຽວ ແລະວັດທະນະທຳ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຍຸດທະສາດຮອບດ້ານລາວ-ຫວຽດນາມ. ພ້ອມກັນນັ້ນກໍ່ໄດ້ສະແດງຄວາມຍ້ອງ ຍໍສັນລະເສີນຄວາມພະຍາຍາມຂອງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດທີ່ຜ່ານຜ່າຄວາມຍຸ້ງຍາກທີ່ເກີດຂຶ້ນໃນການຄຸ້ມຄອງຊາຍແດນກໍ່ຄືໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງທີ່ສອງຝ່າຍຈະສືບຕໍ່ແກ້ໄຂໃນຕໍ່ໜ້າ.

ໃນກອງປະຊຸມນີ້, ສອງຝ່າຍໄດ້ເປັນເອກະພາບກັນ, ໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຊາຍແດນລະຫວ່າງສອງປະເທດຄວນຈະສຸມໃສ່ວຽກງານຊຸກຍູ້ ແລະຄຸມຄ້ອງຊາຍແດນຕາມບັນຫາເອກະ  ສານກົດໝາຍທີ່ມີໃນປະຈຸບັນ,ພ້ອມກັນນັ້ນກໍ່ປະຕິບັດລະບຽບການພາຍໃນໃຫ້ສຳເລັດໂດຍໄວ ເພື່ອໃຫ້ບັນດາເອກະສານດັ່ງກ່າວນັ້ນມີຜົນບັງຄັບໃຊ້ໂດຍໄວ; ເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ທ່ອງທ່ຽວໃຫ້ມີການຂະຫຍາຍຕົວ; ຂຶ້ນແຜນ ແລະພັດທະນາດ່ານ; ປະຕິບັດຂໍ້ຕົກລົງລະດັບລັດຖະບານກ່ຽວກັບການແກ້ໄຂຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຢູ່ບໍລິເວນຊາຍແດນລາວ-ຫວຽດນາມ.

ໃນໂອກາດປິດກອງປະຊຸມ, ຫົວໜ້າຄະນະແທນຊາຍແດນຮ່ວມ ໄດ້ລົງນາມບົດບັນທຶກ ແລະ ເປັນເອກະ ພາບກັນທີ່ຈະຈັດກອງປະຊຸມຄັ້ງທີXXVIຂອງຄະນະຜູ້ແທນຊາຍແດນລາວ-ຫວຽດນາມຢູ່ສປປລາວ ອີກດ້ວຍ.

ທີ່ມາ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...