spot_img
Homeຂ່າວເຫດການເດິພິດຊ່າແລະເຊເວນເຊັ່ນ ແຈກລົດໃຫຍ່ ສະຫຼອງຄົບຮອບ 6 ປີ

ເດິພິດຊ່າແລະເຊເວນເຊັ່ນ ແຈກລົດໃຫຍ່ ສະຫຼອງຄົບຮອບ 6 ປີ

Published on

ຕອນຄ່ຳຂອງວັນທີ 25 ມິຖຸນາ 2016 ນີ້ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ເດິພິດຊ່າແລະເຊເວນເຊັ່ນ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 6 ປີຂຶ້ນ ໂດຍມີບັນດາທ່ານທີ່ເປັນເຈົ້າຂອງກິດຈະການ ແລະຜູ້ໃຫ້ການສະໜັບສະໜຸນງານ ເຂົ້າຮ່ວມ ໂດຍຊ້ອງໜ້າສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ໃນພິທີດັ່ງກ່າວໄດ້ມີການຄັດເລືອກນາງສາວ ເຊເວນເຊັ່ນ ໄອດໍ້ ແລະຈັບສະຫຼາກມອບໂຊກແກ່ລູກຄ້າທີ່ເຄີຍເຂົ້າໄປຮັບປະທານພິດຊ່າຫຼືເຊເວນເຊັ່ນແລ້ວໄດ້ປ່ອນບັດຊີງໂຊກຕະຫຼອດຫຼາຍເດືອນທີ່ຜ່ານມາ.

ພິທີດັ່ງກ່າວໄດ້ຮັບການເຂົ້າຮັບຊົມຈາກພໍ່ແມ່ປະຊາຊົນ ແລະນັກທຸລະກິດຈາກຫ້າງຮ້ານຕ່າໆ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ເຮັດໃຫ້ມີບັນຍາກາດອັນຟົດຟື້ນມ່ວນຊື່ນທີ່ສຸດ.

ໃນໂອກາດທ້າຍໆ ຂອງພິທີໄດ້ມີການຈັບສະຫຼາກຫາຜູ້ໂຊກດີ ທີ່ໄດ້ຮັບລາງວັນລົດໃຫຍ່ຟອດ 1 ຄັນ 1 ລາງວັນ ເຊິ່ງຜູ້ໂຊກດີໄດ້ແກ່ ທ້າວ ວັດທະນະສິນ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ພິທີມອບ-ຮັບລົດ ຈະໄດ້ຈັດຂຶ້ນໃນອີກບໍ່ດົນຂ້າງໜ້ານີ້.

13507135_796786763756134_1121447947537107642_n 13511952_796786483756162_8162179331522576048_n 13529257_796789463755864_595756395523101390_n

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...