spot_img
HomeBaby-ແມ່ແລະເດັກອັດຕາການຕາຍຂອງແມ່ໃນລາວຍັງສູງທຽບກັບບັນດາປະເທດອາຊຽນ

ອັດຕາການຕາຍຂອງແມ່ໃນລາວຍັງສູງທຽບກັບບັນດາປະເທດອາຊຽນ

Published on

ຕາມການລາຍງານຂອງອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ແລະ ການພັດທະນາໃຫ້ຮູ້ວ່າ: ໃນຜ່ານມາເຖິງວ່າລາວຈະມີຜົນສຳເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານປະຊາກອນ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂື້ນສາມາດເຂົ້າເຖິງການສຶກສາ ແລະ ການບໍລິການດ້ານສຸຂະພາບຫຼາຍຂື້ນ, ແຕ່ສິ່ງໜຶ່ງທີ່ໜ້າເປັນຫ່ວງນັ້ນ ແມ່ນບັນຫາສຸຂະພາບຈະເລີນພັນ,ຊຶ່ງຈາກຜົນການສຳຫຼວດ LSIS ໄດ້ຊີ້ໃຫ້ເຫັນວ່າ: ອັດຕາການຕາຍຂອງແມ່ຍິງສູງເຖິງ 220/100.000 ຄົນ,ໃນປີ 2014, ຕ່ຳກວ່າຄາດໝາຍປີ 2015 ແລະ ເມື່ອທຽບໃສ່ບັນດາປະເທດໃກ້ຄຽງແລ້ວອັດຕາການຕາຍຂອງແມ່ແມ່ນຍັງສູງນີ້ ກໍເນື່ອງຈາກວ່າ: ແພດພະດຸງຄັນມີຈຳນວນໜ້ອຍ, ບໍ່ພຽງພໍກັບຄວາມຕ້ອງການຂອງ

ການເກີດໃນປີ 2015 ຜ່ານມາລາວວາງຄາດໝາຍສ້າງແພດພະດຸງຄັນໃຫ້ໄດ້ 60% ຂອງຄວາມຕ້ອງການຕົວຈິງມີພຽງປະມານ 42%, ຖືເປັນອັດຕາທີ່ຕ່ຳສຸດໃນບັນດາປະເທດອາຊຽນ,ການໃຊ້ວິທີຄຸມກຳເນີດຍັງມີໜ້ອຍ ຍິງໃນໄວ 15 – 19ປີ ໄດ້ກາຍເປັນແມ່ 94/1.000 ຄົນ, ຖືເປັນອັດຕາທີ່ສູງກວ່າໝູ່ໃນບັນດາປະເທດອາຊຽນ ແລະ ຄວາມບໍ່ສະເໜີພາບລະຫວ່າງຍິງ-ຊາຍ, ກໍ່ເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດບັນຫາດັ່ງກ່າວ ແລະ ທັງໝົດເລົ່ານີ້ ໄດ້ກາຍເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດວຽກງານປະຊາກອນຂອງລາວ, ຊຶ່ງພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຕໍ່ວຽກງານເຫຼົ່ານີ້ເພື່ອບັນລຸຄາດໝາຍສະຫັດສະຫວັດ, ກໍຄືການນຳພາປະເພດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ໃຫ້ໄດ້.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...