HomeເກມKonami ປ່ອຍພາບ ແລະວີດີໂອຕົວຢ່າງຂອງເກມ Pro Evolution Soccer 2017

Konami ປ່ອຍພາບ ແລະວີດີໂອຕົວຢ່າງຂອງເກມ Pro Evolution Soccer 2017

Published on

http://youtu.be/6qgFj4roRRY

image

ພາຍໃນງານ E3 ທາງຄ້າຍເກມ Konami ໄດ້ ປ່ອຍຕົວຢ່າງເກມ Pro Evolution Soccer 2017 ຫຼື PES 2017 ເປັນເກມເຕະບານຍອດນິຍົມອີກເກມໜຶ່ງ, ທີ່ມີຈຸດເດັ່ນໃນເລື່ຶອງການຄວບຄຸມງ່າຍ, ຄວາມສົມຈິງ ແລະອື່ນໆ.

image

image

image

ໂດຍໃນພາກນີ້ PES 2017 ແມ່ນຈະໃຊ້ FOX Engine ທີ່ເຄີຍໃຊ້ໃນ Metal Gear Solid V: The Phantom Pain ມາກ່ອນແລ້ວ,ເຊິ່ງແນ່ນອນວ່າຄວາມສວຍງາມ ແລະຄວາມສົມຈິງຂອງພາບກໍໄດ້ຮັບການພັດທະນາຂຶ້ນຈາກພາກກ່ອນເຊັ່ນດຽວກັນ ແລະມີລະບົບໃໝ່ໆທີ່ເປີດເຜີຍໃນງານເຊັ່ນ:

– Precise Pass ທີ່ນຳເອົາລະບົບຟີຊິກບານແບບໃໝ່ມານຳໃຊ້ໃນການສົ່ງລູກບານຂອງນັກເຕະບານທີ່ກຳລັງແລ່ນຢູ່.
– Real Touch ລະບົບທີ່ຈະວິເຄາະວ່າຜູ້ຫຼິ້ນຈະຮັບບານດ້ວຍວິທີໃດຂຶ້ນກັບຄວາມແຮງແລະຄວາມສູງຂອງບານທີ່ສົ່ງມາ ໂດຍໃນຕົວຢ່າງທີ່ເຜີຍອອກມານັ້ນເຮັດໃຫ້ເຫັນລະບົບໃໝ່ໆ ,ລະບົບການຕຳ (ຍາດບານ) ທີ່ສົມຈິງ
– ເພີ່ມນັກເຕະໃໝ່ໆ ລົງໃນສະໜາມພ້ອມດ້ວຍ Style ການແລ່ນຂອງແຕ່ລະຄົນທີ່ແຕກຕ່າງກັນ ພ້ອມກັບຄວາມເປັນຈິງໃບໜ້າລະດັບຮູບຖ່າຍ
– ນອກນີ້ກໍລວມໄປເຖິງ ສະພາບແວດລ້ອມໃນສະໜາມ, ແສງ, ເງົາ ຕ່າງໆກໍເພີ່ມລະດັບຈາກພາກກ່ອນພໍສົມຄວນ

image

image

image

ທີ່ມາ:m.online-station

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...