spot_img
Homeຄວາມງາມອາຫານທີ່ຍິ່ງກິນຍິ່ງເຖົ້າໄວ

ອາຫານທີ່ຍິ່ງກິນຍິ່ງເຖົ້າໄວ

Published on

ການເບິ່ງແຍງໂຕເອງເພື່ອບໍ່ໃຫ້ເຖົ້າກ່ອນໄວອັນຄວນເປັນສິ່ງຫຼາຍຄົນຕ້ອງການ ແລະ ເລື່ອງອາຫານການກິນກໍ່ສໍາຄັນເພາະບາງຢ່າງກິນແລ້ວມັນຈະເຮັດໃຫ້ເຮົາເບິ່ງອ່ອນກວ່າໄວ ແຕ່ຫຼາຍຄົນອາດຈະຍັງບໍ່ທັນຮູ້ວ່າອາຫານບາງຢ່າງທີ່ກິນແລ້ວກໍ່ອາດຈະເພີ່ມຄວາມເຖົ້າໃຫ້ກັບເຮົາໄດ້ເຊັ່ນດຽວກັນ.

ນໍ້າຕານ: ບັນຫາຂອງນໍ້າຕານຄືມັນມີຢູ່ທຸກບ່ອນເຊັ່ນ: ຊ໋ອດໝາກເຫຼ່ນ, ນໍ້າອັດລົມ, ນໍ້າຊາສໍາເລັດຮູບ, ເຂົ້າໜົມ ແລະ ອຶ່ນໆ ເຊິ່ງປັດໄຈເຫຼົ່ານີ້ມັນໄດ້ເຮັດໃຫ້ຄົນເຮົາໄດ້ຮັບນໍ້າຕານຫຼາຍເກີນຄວາມຕ້ອງການຂອງຮ່າງກາຍໄດ້ງ່າຍ. ເຊິ່ງນໍ້າຕານຈະເຮັດໃຫ້ເຖົ້າໄວເພາະນໍ້າຕານທີ່ມີຢູ່ໃນກະແສເລືອດ ເມື່ອລວມໂຕກັບໂປຣຕິນໃນຄໍລາເຈນຂອງຜິວໜັງແລ້ວຈະເຮັດໃຫ້ຜິວໜັງອ່ອນແອ ນອກນີ້ນໍ້າຕານຍັງເຮັດໃຫ້ຕຸ້ຍ, ເຈັບຂໍ້ ແລະ ເຈັບຫົວໄດ້ງ່າຍອີກດ້ວຍ.

ນໍ້າຕານທຽມ: ຄືສານຜະລິດຄວາມຫວານແທນນໍ້າຕານເຮັດໃຫ້ເກີດບັນຫາສຸຂະພາບຫຼາຍຢ່າງເຊັ່ນ: ແອສປາຣ໌ເທມ(aspartame) ທີ່ຖືກຮຽກຮ້ອງຫຼາຍທີ່ສຸດ ແຕ່ກໍ່ຍັງມີການນໍາໃຊ້ກັນຢູ່ໂດຍສະເພາະໃນນໍ້າອັດລົມ. ນໍ້າຕານທຽມຈະເຮັດໃຫ້ເຈັບຫົວ, ເຈັບຂໍ້ ແລະ ຈະເຮັດໃຫ້ເກີດການຫິວຫຼາຍກວ່າປັກກະຕິ ໂດຍສາມາດສັງເກດໄດ້ເວລາທີ່ຄົນດື່ມນໍ້າອັດລົມ sugar free ສ່ວນໃຫຍ່ຈະມີບັນຫາເລື່ອງນໍ້າໜັກໂຕ.

ເກືອ: ເກືອຖ້າເຮົາຮັບພໍປະມານໃນປະລິມານທີ່ພໍ່ດີກໍ່ຈະເປັນສານອາຫານທີ່ສໍາຄັນ ແລະ ດີຕໍ່ສຸຂະພາບ ແຕ່ຄົນສ່ວນໃຫຍ່ຈະກິນເກືອຫຼາຍເກີນຄວາມຕ້ອງການຂອງຮ່າງກາຍ. ໂດຍເກືອຈະເຮັດໃຫ້ຮ່າງກາຍບວມນໍ້າ, ຂໍ້ໃຫຍ່, ນິ້ວບວມ, ເຮັດໃຫ້ເປັນພະຍາດໄຕ ແລະ ຄວາມດັນສູງ.

ກາເຟ: ກາເຟເຮັດໃຫ້ຮ່າງກາຍຂາດນໍ້າ ແລະ ຜົນຕາມມາຄືມີອາການຜິວແຫ້ງທີ່ມີຮອຍແຫ້ງທາງທີ່ດີບໍ່ຄວນດື່ມກາເຟເກີນມື້ລະຈອກ ແລະ ຄວນດື່ມນໍ້າເພີ່ມໃຫ້ຫຼາຍຂຶ້ນ.

ແອລກໍຮໍ: ແອລກໍຮໍເຮັດໃຫ້ຜິວແຫ້ງ ແລະ ແຕກເປັນຮອຍໄດ້ງ່າຍ ເຖິງວ່າແຕ່ລະຢ່າງທີ່ກ່າວມານີ້ມັນອາຈະເປັນຂອງມັກຂອງໃຜບາງຄົນ ແຕ່ກໍ່ຄວນຈະຫຼຸດຜ່ອນໃນການຮັບປະທານໃຫ້ໜ້ອຍລົງເພື່ອເຮັດໃຫ້ທ່ານເບິ່ງເຖົ້າຊ້າລົງແຖມຍັງມີສຸຂະພາບທີ່ດີຂຶ້ນອີກດ້ວຍ.

 

ຮຽບຮຽງໂດຍ: ນັກຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...