ຜົນກອງປະຊຸມທົບທວນຄືນກາງສະໄຫມການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນສຳລັບປະເທດດ້ອຍພັດທະນາ

ກອງປະຊຸມທົບທວນຄືນກາງສະໄຫມການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ (Istanbul Programme of Action – IPoA)ແຕ່ປີ 2011 ເຖິງປີ 2020 ສຳລັບປະເທດດ້ອຍພັດທະນາ, ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-29 ພຶດສະພາ 2016ທີ່ເມືອງອານຕາເລຍ, ປະເທດຕວັກກີ ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ງກ່າວນຳໂດຍ ທ່ານ ຄຳລຽນ ພົນເສນາ ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ກອງປະຊຸມຄັ້ງນີ້ຖືກຈັດຂຶ້ນຮ່ວມກັນໂດຍລັດຖະບານຕວັກກີ ແລະ ອົງການສະຫະປະຊາຊາດພາຍໃຕ້ຫົວຂໍ້ ”ການເປັນຄູ່ຮ່ວມມືເພື່ອສ້າງການປ່ຽນແປງດ້ານການພັດທະນາຢ່າງຕັ້ງຫນ້າຢູ່ປະເທດດ້ອຍພັດທະນາ”  ແລະ ມີຜູ້ແທນຂັ້ນສູງຈາກລັດຖະບານປະ ເທດສະມາຊິກ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ, ສັງຄົມພົນລະເຮືອນ, ພາກເອກະຊົນ, ມູນນິທິ, ສະຖາບັນຄົ້ນຄວ້າແລະສື່ມວນຊົນເຂົ້າຮ່ວມຫລາຍກວ່າ 2 ພັນຄົນ.

ກອງປະຊຸມລະດັບລັດຖະບານໄດ້ດຳເນີນໄປທັງໃນຮູບແບບກອງປະຊຸມຄົບຄະນະແລະກອງປະຊຸມໂຕະມົນລະດັບສູງ 4 ຄັ້ງ. ນອກຈາກນັ້ນ, ຍັງມີກອງປະຊຸມທີ່ປິ່ນອ້ອມແຕ່ວັນທີ 26-29 ພຶດສະ ພາລວມທັງຫມົດ 25 ກອງປະຊຸມ, ເຊິ່ງຈັດໂດຍອົງການເຄື່ອຂ່າຍສະຫະປະຊາຊາດ ຮ່ວມກັບປະເທດຕ່າງໆ, ພາກເອກະຊົນ, ສະພາ ແລະ ສັງຄົມພົນລະເຮືອນ. ກອງປະຊຸມເຫລົ່ານັ້ນ ໄດ້ພ້ອມກັນທົບທວນຄືນຄວາມຄືບຫນ້າແລະປຶກສາຫາລືກ່ຽວກັບສິ່ງທ້າຍທາຍແລະຂໍ້ສະເຫນີແນະສຳລັບ 5 ປີຕໍ່ຫນ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສະຫະປະ ຊາຊາດວ່າດ້ວຍປະເທດດ້ອຍພັດທະນາຄັ້ງທີ 4 ໃນເດືອນພຶດສະພາປີ 2011 ໂດຍມີເປົ້າຫມາຍ ເພື່ອຊ່ວຍເຫລືອບັນດາປະເທດດ້ອຍພັດທະນາໃຫ້ສາມາດບັນລຸເງື່ອນໄຂການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ໄດ້ເຄິ່ງຫນຶ່ງ ໂດຍການຈັດຕັ້ງປະຕິບັດ 8 ຂົງເຂດບູລິມະສິດຄື: 1) ຂີດຄວາມສາມາດດ້ານການຜະລິດ; ກະສິກຳ,ໂພຊະນາການແລະການພັດທະນາຊົນນະບົດ; ການຄ້າ; ການຜະລິດສິນຄ້າ; ການພັດທະນາຊັບພະຍາກອນມະນຸດແລະສັງຄົມ; ການຮັບມືກັບວິກິດການແລະສິ່ງທ້າຍທາຍຕ່າງໆທີ່ເກີດຂຶ້ນ;  ແຫລ່ງເງິນທຶນ;ແລະ  ການປົກຄອງທີ່ດີ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ເນັ້ນເຖິງຄວາມສຳຄັນໃນການຊ່ວຍເຫລືອປະເທດດ້ອຍພັດທະນາ ເພື່ອເຊື່ອມສານການຈັດຕັ້ງປະຕິບັດຂອບການຮ່ວມມືສາກົນອື່ນໆເຊັ່ນ: ວາລະການພັດທະນາແບບຍືນຍົງຮອດປີ 2030ແລະເປົ້າຫມາຍການພັດທະນາແບບຍືນຍົງ, ວາລະການດຳເນີນງານອາດີສ ອາບາບາ (Addis Ababa) ວ່າດ້ວຍການສະຫນອງທຶນເພື່ອການພັດທະນາ, ແຜນດຳເນີນງານເຊັນໄດກ່ຽວກັບການຫລຸດຜ່ອນຄວາມສ່ຽງໄພພິບັດ (Sendai 2015-2030) ແລະ ສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (Paris Climate Conference – COP21).

ປະທານກອງປະຊຸມ ໄດ້ເນັ້ນວ່າ ຕ້ອງສ້າງຄູ່ຮ່ວມມືໃຫມ່ ແລະ ຕິດຕາມການຈັດຕັ້ງປະຕິບັດຂອບການຮ່ວມມືຕ່າງໆ, ຕ້ອງເພີ້ມສະມັດຕະພາບດ້ານການຜະລິດ, ເສີມຂະຫຍາຍໂຄງລ່າງພື້ນຖານ ແລະ ໃຫ້ການສະຫນັບສະຫນູນດ້ານການເງິນ ແລະ ເຕັກນິກວິຊາການແກ່ປະເທດດ້ອຍພັດທະນາຫລາຍຍິ່ງຂຶ້ນ, ວົງຄະນາຍາດສາກົນ ຕ້ອງຮັກສາຄຳຫມັ້ນສັນຍາສາກົນທີ່ໃຫ້ໄວ້ໂດຍສະເພາະການຊ່ວຍເຫລືອທາງການເພື່ອການພັດທະນາທີ່ໄດ້ຫລຸດລົງໃນຊຸມປີຜ່ານມາ. ນອກຈາກນັ້ນ, ທ່ານປະ ທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ກໍ່ກ່າວວ່າ ປະຊາຊົນຜູ້ທຸກ ຍາກ ບໍ່ສາມາດຈະທົນລໍຖ້າກາລະໂອກາດໃນອານາຄົດໄດ້ອີກ, ສະນັ້ນ, ຈຶ່ງເປັນເວລາ ທີ່ສາກົນ ຕ້ອງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງດ້ານການຮ່ວມມືຫລາຍໆອັນທີ່ໄດ້ກຳນົດແນວທາງການພັດທະນາຢ່າງຊັດເຈນ ໂດຍສະເພາະຕ້ອງເສີມສ້າງການເປັນຄູ່ຮ່ວມໃຫ້ເຂັ້ມແຂງ ເພື່ອພັກດັນໃຫ້ມີການຫັນປ່ຽນດ້ານໂຄງສ້າງການພັດທະ ນາຢູ່ປະເທດດ້ອຍພັດທະນາ ເພື່ອຮັບປະກັນໃຫ້ປະເທດເຫລົ່ານີ້ ສາມາດບັນລຸເງື່ອນໄຂຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາໃຫ້ໄດ້ເຄິ່ງຫນຶ່ງ ໃນ 5 ປີ ຕໍ່ຫນ້າ. ພ້ອມກັນນັ້ນ, ທ່ານ ນາງ ເຮເລັນ ຄລາກ, ຜູ້ອຳນວຍ ການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ ກໍ່ໄດ້ອ່ານສານ ຂອງທ່ານບັນ ກີ-ມູນ, ເລຂາທິການໃຫຍ່ອົງການສະຫະປາຊາດ, ເຊິ່ງໃນນັ້ນ ໄດ້ຊີ້ໃຫ້ເຫັນວ່າ ຄວາມຄືບຫນ້າດ້ານການພັດທະນາໃນໄລຍະຜ່ານມາ ແມ່ນບໍ່ທົ່ວເຖິງແລະເທົ່າທຽມກັນ, ການຊ່ວຍ ເຫລືອທາງການເພື່ອການພັດທະນາພຽງຢ່າງດຽວ ແມ່ນບໍ່ພຽງພໍ, ຈຳເປັນຕ້ອງມີການເປັນຄູ່ຮ່ວມລະຫວ່າງພາກລັດແລະເອກະຊົນ ແລະ ມີຂໍ້ລິເລີ່ມຕ່າງໆລະຫວ່າງປະເທດພັດທະນາແລ້ວ ແລະ ປະ ເທດກຳລັງພັດທະນາ ແລະ ລະຫວ່າງປະເທດກຳລັງພັດທະນາດ້ວຍກັນເພີ່ມຂຶ້ນ ເພື່ອສະຫນັບສະຫນູນການພັດທະນາປະເທດຂອງປະເທດດ້ອຍພັດທະນາ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ຫົວຫນ້າຄະນະຜູ້ແທນແຫ່ງສປປລາວໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມຄົບຄະນະໂດຍໄດ້ຊີ້ໃຫ້ຄວາມຄືບຫນ້າແລະສິ່ງທ້າທາຍໂດຍລວມຂອງປະເທດດ້ອຍພັດທະນາໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະບູນລວມທັງຄວາມພະຍາຍາມຂອງສປປລາວໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດໃນແຕ່ລະໄລຍະເພື່ອນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ລວມທັງການເຊື່ອມສານວາລະການພັດທະນາສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ມີຄວາມສອດຄ່ອງ. ນອກຈາກນັ້ນ, ທ່ານ ຄຳລຽນພົນເສນາກໍ່ໄດ້ຖືກເຊີນໃຫ້ເປັນຫນຶ່ງໃນຜູ້ນຳສະ ເຫນີຢູ່ເວທີສົນທະນາ ໂດຍການເປັນປະທານຂອງ Ms. Shamshad Akhtar, ເລຂາທິການຂອງຄະນະກຳມາທິ ການເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິ(Executive Secretaryof United Nations Economic and Social Commission for Asia and the Pacific), ໃນນັ້ນທ່ານໄດ້ສະເໜີບົດຮຽນຂອງສປປລາວ ກ່ຽວກັບການເຊື່ອມສານ ແລະ ການຈັດ ຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ ກໍຄືເປົ້າຫມາຍການພັດທະນາແບບຍືນຍົງຂອງສາກົນ ໃນຂອບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII. ພ້ອມກັນນັ້ນ, ກໍໄດ້ປະກອບຄຳເຫັນກ່ຽວກັບບັນຫາປະຊາກອນ ແລະ ການພັດທະນາ ຢູ່ກອງປະຊຸມທີ່ຈັດໂດຍອົງການສະຫະປະຊາຊາດກອງທຶນປະຊາກອນອີກດ້ວຍ.

ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດໂດຍການຮັບຮອງເອົາຖະແຫລງການດ້ານການເມືອງຂອງກອງປະຊຸມຄັ້ງນີ້, ເຊິ່ງໃນນັ້ນໄດ້ຢ້ຳຄືນຄຳຫມາຍຫມັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນໃຫ້ມີປະສິດທິຜົນຢ່າງເຕັມປ່ຽມ ແລະທັນການ,ຄວາມຈຳເປັນໃນການຊຸກຍູ້ໃຫ້ທຸກຂະ ແຫນງການມີຄວາມຄືບຫນ້າ, ຮັດແຫນ້ນການເປັນຄູ່ຮ່ວມມືສາກົນໃຫ້ເຂັ້ມແຂງ, ສະຫນັບສະຫນູນການນຳພາ ແລະ ຄວາມເປັນເຈົ້າການຂອງປະ ເທດດ້ອຍພັດທະນາ. ພ້ອມນັ້ນຍັງມີຂໍ້ສະເຫນີແນະໃນ 14 ຂົງເຂດວຽກງານ ອັນສຳຄັນແມ່ນກ່ຽວຂ້ອງກັບການສະຫນອງທຶນເພື່ອການພັດທະນາ ລວມທັງການຊ່ວຍເຫລືອທາງການເພື່ອການພັດທະນາໂດຍຈະຈັດສັນ 0.2% ຂອງລວມຍອດລາຍຮັບແຫ່ງຊາດຂອງປະເທດພັດທະນາແລ້ວໃຫ້ແກ່ປະເທດດ້ອຍພັດທະນາ ກໍຄືການລະດົມທຶນພາຍໃນປະເທດ.

ອົງການສະຫະປະຊາຊາດໄດ້ຮັບຮອງເອົາກຸ່ມປະເທດດ້ອຍພັດທະນາໃນປີ 1971,ເຊິ່ງໃນຕອນນັ້ນມີພຽງ 25 ປະເທດ ແລະ ມາຮອດປະຈຸບັນປະເທດດ້ອຍພັດທະນາໄດ້ເພີ້ມຂຶ້ນເປັນ 48 ປະ ເທດ. ນັບຕັ້ງ ແຕ່ປີ 1971 ເປັນຕົ້ນມາ,ມີແຕ່ 4 ປະເທດເທົ່ານັ້ນ ທີ່ໄດ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດບົດສະວານາປີ 1994, ປະເທດກັບແວກ ປີ 2007, ປະເທດມານດິຟປີ 2011 ແລະ ປະເທດຊາມົວປີ 2014.

 

ຂ່າວຈາກ: ລາວພັດທະນາ