spot_img
Home​ຂ່າວທ່ອງທ່ຽວພັດທະນາການທ່ອງທ່ຽວອານຸລັກ ເຊື່ອມໂຍງເສັ້ນທາງທ່ອງທ່ຽວອາຊຽນ

ພັດທະນາການທ່ອງທ່ຽວອານຸລັກ ເຊື່ອມໂຍງເສັ້ນທາງທ່ອງທ່ຽວອາຊຽນ

Published on

ທ້າຍເດືອນ ມີຖຸນາ 2016 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະເປັນເຈົ້າພາບຈັດງານມະຫາກຳການທ່ອງທ່ຽວແບບອານຸລັກອາຊຽນ ທີ່ເມືອງປາກເຊ ແຂວງຈຳປາສັກ ພາຍໃຕ້ເສົາຄ້ຳເສດຖະກິດອາຊຽນ ທີ່ໄລຍະ ສປປ ລາວເປັນປະທານອາຊຽນ ແລະ ຈະມີຖະແຫລງການປາກເຊ ໃນຫົວຂໍ້ “ອາຊຽນດິນແດນປາສະຈາກພົມແດນ ຍຸດທະສາດການພັດທະນາການທ່ອງທ່ຽວ ແບບອານຸລັກ ແລະ ການເຊື່ອໂຍງເສັ້ນທາງທ່ອງທ່ຽວອາຊຽນ” ເຊິ່ງວາລະທຳອິດຂອງງານ ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ຈະຮ່ວມກອງປະຊຸມໂຕະມົນ ເພື່ອປຶກສາຫາລື ແລະ ຢືນຢັນຮັບຮູ້ກ່ຽວກັບຖະແຫລງ ການດັ່ງກ່າວ ເພື່ອຈະນຳສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ເຊິ່ງຈະມີຂຶ້ນໃນເດືອນກັນ ຍາປີນີ້ ທີ່ນະຄອນຫລວງວຽງຈັນ.

ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ເປີດເຜີຍຕໍ່ນັກຂ່າວວ່າ: ນອກຈາກກອງປະຊຸມໂຕະມົນ ຍັງຈະມີການສຳມະນາທາງວິຊາການ ຮ່ວມກັນຫາລືເຖິງການນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ນຳເອົາຜົນປະໂຫຍດທາງເສດຖະກິດ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໃນເຂດຊົນນະ ບົດ ແລະ ເພື່ອເສີມຂະຫຍາຍເຄືອຂ່າຍການພັດທະນາການທ່ອງທ່ຽວແບບອານຸລັກ ໃຫ້ເຊື່ອມໂຍງກັບເສັ້ນທາງການທ່ອງທ່ຽວ ພາຍໃນອານຸພາກພື້ນ ໂດຍໄດ້ມີການເຊື້ອເຊີນນັກວິທະຍາກອນຈາກຫລາຍພາກພື້ນໃນທົ່ວໂລກ ເຂົ້າຮ່ວມບັນຍາຍ. ນອກນີ້ ຍັງຈະມີການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາການທ່ອງທ່ຽວແບບອະນຸລັກ ລະຫວ່າງພາກລັດ ແລະ ພາກທຸລະກິດໃນອຸດສາຫະກຳການທ່ອງທ່ຽວຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ (ASEAN+3). ເພື່ອຍົກບົດບາດວຽກງານການທ່ອງທ່ຽວອະນຸລັກ ໃນເວທີອາຊຽນໃຫ້ສູງຂຶ້ນ ເຮັດໃຫ້ສັງຄົມເຫັນໄດ້ຄວາມສໍາຄັນຂອງການທ່ອງທ່ຽວແບບອະນຸລັກ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ເພື່ອການທ່ອງທ່ຽວແບບຍືນຍົງ. ສິ່ງສຳຄັນແມ່ນເພື່ອໂຄສະນາເຜີຍແຜ່ຜະລິດຕະພັນການທ່ອງທ່ຽວ ແບບອະນຸລັກຂອງລາວ ກໍຄື ຂອງອາຊຽນໃຫ້ນັກທ່ອງທ່ຽວພາຍໃນ, ພາກພື້ນ ແລະ ສາກົນໄດ້ຮັບຮູ້ຫລາຍຂຶ້ນ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ຕິດພັນກັບການທ່ອງທ່ຽວ.

ງານມະຫາກຳການທ່ອງທ່ຽວ ແບບອານຸລັກອາຊຽນ 2016 ຍັງຈະມີການວາງສະແດງການທ່ອງ ທ່ຽວສີຂຽວ ເຊິ່ງມີການອອກແບບທີ່ແທດເໝາະກັບຫົວຂໍ້ຂອງງານໂດຍຈະມີພາກລັດ ແລະ ພາກທຸລະກິດ ຈາກຂະແໜງການທ່ອງທ່ຽວ ຂອງບັນດາປະເທດສະມາຊິກອາຊຽນ ຈຳນວນ 73 ຮ້ານເຂົ້າຮ່ວມ. ຊຸກຍູ້ໃຫ້ພາກສ່ວນຕ່າງໆ ໃນການອະນຸລັກປົກປັກຮັກສາຊັບພະຍາກອນການທ່ອງທ່ຽວ ທາງທໍາທະຊາດ ແລະ ວັດທະນະທໍາໃຫ້ມີຄວາມຍືນຍົງ. ຊຸກຍູ້ການຜະລິດ ແລະ ການສະໜອງຜະລິດຕະພັນເຄືອຂ່າຍເຊັ່ນ: ເຄື່ອງຫັດຖະກໍາ ແລະ ກະສິກໍາປະເພດຕ່ງໆ ເພື່ອປະກອບສ່ວນຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະ ຊາຊົນລາວ ກໍຄືປະຊາຊົນອາຊຽນໃຫ້ດີຂຶ້ນ.

ງານດັ່ງກ່າວ, ຈະເປັນການປະກອບສ່ວນເຂົ້າໃນຜົນງານລວມຂອງຊາດໃນໂອກາດທີ່ ສປປ ລາວຈະເປັນປະທານອາຊຽນໃນປີ 2016. ພ້ອມນີ້, ຕ້ອງສູ້ຊົນໃຫ້ມີຖະແຫລງການປາກເຊ ກ່ຽວກັບການທ່ອງ ທ່ຽວອະນຸລັກອາຊຽນ (Pakse Declaration onASEAN Ecotourism) ເພື່ອນໍາສະເໜີເຂົ້າໃນຖະ ແຫລງການ ກອງປະຊຸມສຸດຍອດອາຊຽນ ໃນເດືອນກັນຍາປີ 2016 ທີ່ນະຄອນຫລວງວຽງຈັນ.

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...