ທ່ານອາດຈະຄິດແປກຢູ່ໃນໃຈ ຕັ້ງແຕ່ຄຳແຮກທີ່ຊື່ວ່າ ປະພັນສິນສາດ ວ່າມັນໝາຍຄວາມວ່າຫຍັງກັນແທ້ ? ຫລືມັນມີຄຸນປະໂຫຍດຫຍັງແດ່ ? ມີຄວາມສຳຄັນແລະຊ່ອຍຊູຍູ້ໜູນແນວໃດໃນວົງການວັນນະ ຄະດີລາວ ? ແລະໃຜທີ່ເປັນຄົນຄິດຄຳສັບນີ້ຂຶ້ນມາ ? ມື້ນີ້ຜູ້ຂຽນຂໍນຳເອົາຄວາມກະຈ່າງແຈ້ງມາຝາກ ເຊິ່ງພໍຈະເປັນ ຄວາມຮູ້ໜຶ່ງທີ່ປະດັບໄວ້ໃນສະຕິປັນຍາ ບໍ່ຫລວງຫລາຍກະຄົງໜ້ອຍ !
ທີ່ຈິງແລ້ວ ຄຳວ່າ ປະພັນສິນສາດ ນີ້ ໃນບ້ານເມືອງເຮົາຍັງບໍ່ຄ່ອຍເຫັນປາກົດຢູ່ໃສເທື່ອ ? ເພາະມັນຫາກໍກຳເນີດເກີດໃໝ່ ຄອດອອກມາບໍ່ພໍເທົ່າໃດປີເທື່ອ ! ຂະໜາດວ່າຢູ່ໃນປຶ້ມວັດຈະນານຸກົມທີ່ຫລາຍໆທ່ານໄດ້ຂຽນໄວ້ ກໍຍັງບໍ່ປາກົດເຫັນຄຳສັບນີ້ !.
ຕາມຄວາມເຂົ້າໃຈຂອງຜູ້ຂຽນແລ້ວ ຄຳວ່າປະພັນສິນສາດນີ້ ອາດຈະໝາຍເຖິງ ຄວາມຮູ້ຫລືວິຊາທີ່ເວົ້າເຖິງສິລະປະຂອງບົດປະພັນ ໂດຍທີ່ນັກແຕ່ງໄດ້ໃຊ້ສິລະປະແນວໃດແດ່ໃນການຜະລິດງານນັ້ນອອກມາ.
ຜູ້ຂຽນຂໍນຳເອົາເນື້ອໃນທີ່ກ່ຽວກັບປະພັນສິນສາດ ທີ່ສິດສອນຢູ່ໃນມະຫາວິທະຍາໄລແຫ່ງຊາດ,ຄະ ນະອັກສອນສາດ, ພາກວິຊາພາສາລາວ-ສື່ສານມວນຊົນ, ສາຂາພາສາລາວ-ວັນນະຄະດີ ເຊິ່ງເປັນຜົນ ງານການຂຽນຂອງທ່ານອາຈານ ດຣ ໄຊຍະສານ ຜູ້ທີ່ໃຫ້ກຳເນີດປະພັນສິນໃນປະເທດລາວ ແລະໄດ້ຮໍ່າຮຽນວິຊານີ້ມາຈາກປະເທດຫວຽດນາມ ເຊິ່ງເພິ່ນໄດ້ລະດັບປະລິນຍາເອກ ຜູ່ຂຽນກໍເປັນສິດຂອງເພິ່ນຜູ້ນີ້ຄືກັນ ແລະຜູ່ຂຽນກໍຍອມຮັບວ່າ ບໍ່ມີຄວາມຮູ້ຫຍັງທາງດ້ານນີ້ເລີຍ. ພຽງແຕ່ຢາກນຳເອົາວິຊາທີ່ລ້ຳຄ່ານີ້ ມາບອກມາກ່າວໃຫ້ທຸກໆຄົນໃນສັງຄົມນັ້ນໄດ້ຮັບຮູ້ ເພາະວ່າມັນມີປະໂຫຍດຢ່າງຫລວງຫລາຍພາຍມາກ.
ປະພັນສິນ ເປັນຄຳນາມ <…>ໃນຕົວຈິງປະພັນສິນແມ່ນມັນໄດ້ມີຮາກເຫງົ້າ ຝັງຢູ່ໃນວຽກງານການຂີດຂຽນ, ການຄົ້ນຄວ້າ ພາສາ-ວັນນະຄະດີ ຂອງລາວເຮົາມາແຕ່ດົນນານ.
ໃນປັດຈຸບັນ, ປະພັນສິນພວມເປັນທີ່ສົນໃຈຂອງຜູ້ທີ່ມີຄວາມສະຫງວນມັກ ແລະປະສົງຢາກຄົ້ນ ຄວ້າວັນນະຄະດີ ຢູ່ຫລາຍປະເທດໃນໂລກ.
ເມື່ອຕັ້ງບັນຫາຂຶ້ນວ່າ : ປະພັນສິນແມ່ນຫຍັງ ? ແມ່ນມີຄວາມເຂົ້າໃຈໃນຫລາຍແບບ ແລະມີຫລາຍວິທີ ວິທີເຂົ້າສູ່ບັນຫາຕ່າງໆກັນ, ແຕ່ແນວໃດກໍດີ ເມື່ອສຶກສາເບິ່ງຄັກແນ່ແລ້ວ ກໍສາມາດຮວມເປັນແຕ່ສອງແບບວິທີເທົ່ານັ້ນ :
-ຄວາມເຂົ້າໃຈໃນແບບທີໜຶ່ງ ແມ່ນຖືວ່າປະພັນສິນເປັນຫລັກການ, ເປັນມາດຕະການລວມໃນການເຮັດໃຫ້ບົດທີ່ຂຽນອອກມານັ້ນ, ເປັນບົດປະພັນແຫ່ງສັບພາສາ (ບົດປະພັນວັນນະຄະດີ) ຄວາມເຂົ້າໃຈໃນແບບທີໜຶ່ງນີ້, ແມ່ນປະພັນສິນສາດ ແລະຂະແໜງຄົ້ນຄວ້າກ່ຽວກັບປະພັນສິນ ຈະຂ້ອນໄປທາງທິດສະດີວັນນະຄະດີ ແລະເພິ່ນກໍເຄີຍເອີ້ນວ່າ “ຈິນຕະກະວີ”.
-ຄວາມເຂົ້າໃຈໃນແບບວິທີທີ່ສອງ ແມ່ນຖືວ່າປະພັນສິນເປັນເໝືອນຫລັກການ, ມາດຕະການທາງດ້ານສິລະປະອັນລະອຽດອ່ອນ ເພື່ອເຮັດໃຫ້ບົດປະພັນວັນນະຄະດີໃດໜຶ່ງ, ນັກປະພັນວັນນະຄະດີໃດໜຶ່ງ, ປະເພດບົດປະພັນວັນນະຄະດີໃດໜຶ່ງ ຫລືຂະບວນການປະດິດແຕ່ງໃດໜຶ່ງ ແລະອື່ນໆ ມີສິລະປະທີ່ເປັນເອກະລັກ.
ເຮົາເຫັນວ່າ ປະພັນສິນສາດ ເປັນວິຊາຄົ້ນຄວ້າ ໂດຍລະອຽດສະເພາະບັນດາລະບົບທາງດ້ານສິ ລະປະ, ເປັນວິທະຍາສາດການນຳໃຊ້ຢ່າງໜຶ່ງ ແລະຄ້າຍໆກັບການວິເຄາະ, ວິໄຈ, ການວິຈານ ແລະການຊອກຮູ້ກ່ຽວກັບປະຫວັດວັນນະຄະດີ. ຊອກຮູ້ຫລັກການຈຳເພາະ ທີ່ສ້າງໃຫ້ບົດຂຽນບົດປະພັນວັນນະຄະດີເທົ່ານັ້ນເອງ. ຂອບເຂດຂອງມັນກໍມີແຕ່ຈຳກັດຢູ່ໃນການຄົ້ນຄວ້າບົດປະພັນ, ປະເພດບົດປະພັນ, ວາດການປະພັນ, ການໃຊ້ພາສາເຫລົ່ານັ້ນ ເປັນຕົ້ນ.
ສັງລວມເບິ່ງແລ້ວ ເຮົາອາດຢັ້ງຢືນໄດ້ວ່າ : ປະພັນສິນສາດເປັນພາກສ່ວນໜຶ່ງຕ່າງຫາກໃນຂົງເຂດວຽກງານການຄົ້ນຄວ້າວັນນະຄະດີ, ມັນມີແຕ່ຄົ້ນຄວ້າຫາລັກສະນະເປັນອັນສະເພາະ ແລະບັນດາຫລັກການທາງດ້ານສິລະປະຂອງວັນນະຄະດີ.
ຄວາມຄຶດ ແລະທັດສະນະຂອງແຕ່ລະທ່ານກ່ຽວກັບປະພັນສິນສາດ :
- ທ່ານ ເຈີມັນສກີ ນັກຄົ້ນຄວ້າຊາວລັດເຊຍ ໄດ້ໃຫ້ນິຍາມວ່າ : ປະພັນສິນສາດແມ່ນ
ວິທະຍາສາດ ຄົ້ນຄວ້າວັນນະຄະດີ ໃນຖານະທີ່ເປັນສິລະປະຢ່າງໜຶ່ງ (1923).
- ຢູ່ໃນບົດວິທະຍານິພົນຂອງທ່ານ ໂຣມານ ຢາກົບເຊີນ ທີ່ມີຊື່ວ່າ : ພາສາສາດ ແລະປະພັນ
ສິນສາດ (1960) ໄດ້ນິຍາມວ່າ : ປະພັນສິນສາດ ເປັນພາກສ່ວນໜຶ່ງຂອງພາສາສາດ ທີ່ຄົ້ນຄວ້າພາລະບົດບາດຂອງພາສາກະວີ.
– ໃນບົດວິທະຍານິພົນທີ່ມີຊື່ວ່າ ປະພັນສິນສາດ (1975) ຂອງດຣ.ໂຕດໍຣົບ ນັກຄົ້ນຄວ້າຊາວ ຝຣັ່ງເສດ ໄດ້ນິຍາມວ່າ : ປະພັນສິນສາດແມ່ນບັນດາຫລັກການລວມ ທີ່ຄົນເຮົານຳໃຊ້ປະດິດແຕ່ງບົດປະ ພັນວັນນະຄະດີຕົວຈິງອອກມາ. ເວົ້າໃຫ້ລະອຽດໄປກວ່ານັ້ນກໍແມ່ນ ການຄົ້ນຄວ້າລັກສະນະຂອງວັນນະຄະ ດີ, ຄວາມເປັນວັນນະຄະດີເວົ້າລວມ.
– ທ່ານວີໂນ ກຣາຢົບ ບັນດິດສະພາລັດເຊຍ ກໍໄດ້ຢັ້ງຢືນວ່າ : ປະພັນສິນສາດແມ່ນວິທະຍາ ສາດໜຶ່ງ ທີ່ຄົ້ນຄວ້າບັນດາຮູບການ, ບັນດາຮູບແບບ, ບັນດາພາຫະນະ ແລະບັນດາແບບວິທີຈັດຕັ້ງ ບົດປະພັນທີ່ປະດິດແຕ່ງດ້ວຍພາສາ, ບັນດາແບບໂຄງສ້າງ, ບັນດາປະເພດບົດປະພັນ ແນໃສ່ເພື່ອໃຫ້ກຳໄດ້… ທ່ານຄາຄຣາບແຊນໂກ ຢັ້ງຢືນວ່າ : ຖ້າປະພັນສິນສາດ, ດ້ານທິດສະດີທົ່ວໄປ ແມ່ນເອົາໃຈໃສ່ຄົ້ນ ຄວ້າວິວັດທະນາການຂອງແບບວິທີການຕ່າງໆ, ພາຫະນະຕ່າງໆ ເພື່ອຮັບຮູ້ທຸກສິ່ງທຸກຢ່າງໄດ້ດ້ວຍຮູບປະພັນ, ຄົ້ນຄວ້າການເຄື່ອນໄຫວພາລະບົດບາດສະຫງວນຄວາມງາມຂອງແບບວິທີຕ່າງໆ, ພາຫະນະຕ່າງໆເຫລົ່ານັ້ນ ພ້ອມທັງສະຕາກຳປະຫວັດສາດແຫ່ງເສັ້ນທາງສະແຫວງຫາສິລະປະ.
ພວກເຮົາສະຫລຸບໄດ້ວ່າ : ປະພັນສິນສາດເປັນວິຊາທີ່ຄົ້ນຄວ້າຮູບການຂອງສິລະປະວັນນະຄະດີທັງໝົດ, ບັນດາຫລັກການ ແລະພາຫະນະທີ່ປະກອບເປັນສິລະປະວັນນະຄະດີທັງໝົດ ພ້ອມດ້ວຍການເໜັງຕີງປ່ຽນແປງ ແລະຂະຫຍາຍຕົວຂອງມັນດ້ວຍ.
- ປະພັນສິນສາດ ມີ 2 ປະເພດຄື
- ປະພັນສິນສາດມູນເຊື້ອ : ມັນຂະຫຍາຍຈາກແງ່ການປະດິດແຕ່ງ ໄປຫາບ່ອນການຮັບຮູ້
- ປະພັນສິນສາດສະໄໝໃໝ່ : ມັນຂະຫຍາຍໄປໃນທິດທາງການຮັບຮູ້ – ຮັບເອົາຄຸນຄ່າ
ຂອງວັນນະຄະດີ ມັນຕິດພັນກັບຄວາມຮູ້ສຶກຂອງຜູ້ອ່ານ.
(ຖ້າທ່ານໃດທີ່ສົນໃຈ ຫລືຢາກສຶກສາຄົ້ນຄວ້າເພີ່ມເຕີມອີກ ຂໍໃຫ້ໄປພົວພັນນຳພາກວິຊາພາສາລາວ-ສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ)