Homeຂ່າວພາຍ​ໃນລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວສະແດງວິໃສທັດຕໍ່ກອງປະຊຸມເສດຖະກິດໂລກ

ລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວສະແດງວິໃສທັດຕໍ່ກອງປະຊຸມເສດຖະກິດໂລກ

Published on

4322

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ສະແດງວິໄສທັດ ແລະ ລາຍງານເປັນພາສາອັງກິດຕໍ່ເວທີກອງປະຊຸມເສດຖະກິດໂລກລະຫວ່າງວັນທີ 1-2 ມິຖຸນາ 2016 ທີ່ນະຄອນກົວລາ ລຳເປີ ປະເທດມາເລເຊຍ ໃນນັ້ນ ບັນດາຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນກ່າວເຖິງເຕີບໂຕທີ່ຍືນຍົງໃນອາຊີທີ່ກວມລວມດ້ານການບໍລິການ, ເຕັກໂນໂລຊີ, ການສ້າງທັກສະ, ການຜະລິດ, ການສ້າງອາຊີບທີ່ໝັ້ນຄົງ, ການສ້າງສັງຄົມທີ່ດີກວ່າ, ຄຸນຄ່າດ້ານວັດທະນະທຳ, ການປົກຄອງທີ່ດີກວ່າ, ຄວາມສະເໜີພາບລະຫວ່າງຍິງ-ຊາຍ, ຄວາມຍຸຕິທຳ ແລະ ອື່ນໆ.

ມາຟັງ ທ່ານ ສະເຫຼີມໄຊ ກົມມະສິດ ກ່າວໃນນາທີທີ່ 13:47-16:09 ນາທີ ໃນກອງປະຊຸມເສດຖະກິດໂລກ ທີ່ປະເທດ ມະເລເຊຍ 1-3 ມິຖຸນາ ໃນຫົວຂໍ້ ASEAN 2016 – Unity in Diversity Powering ASEANs Future

 

ຂ່າວຈາກ: ສຳນັກຂ່າວປະເທດລາວ

ວິດີໂອຈາກ: World Economic Forum

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...

ປະເທດລາວ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມື ການຕ້ານອາຊະຍາກໍາຂ້າມຊາດ ພ້ອມຟື້ນຟູໄພພິບັດ ແລະ ພັດທະນາຊັບພະຍາກອນມະນຸດ.

​ໃນວັນທີ 23 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ...