spot_img
Homeວິທະຍາສາດ-ວິທະຍາການອາຊີບໃດໃນອານາຄົດທີ່ສ່ຽງຕໍ່ການຖືກຫຸ່ນຍົນຍາດວຽກເຮັດ

ອາຊີບໃດໃນອານາຄົດທີ່ສ່ຽງຕໍ່ການຖືກຫຸ່ນຍົນຍາດວຽກເຮັດ

Published on

ຮູ້ ຫຼື ບໍ່ວ່າ ໃນອະນາຄົດອີກ 10-20 ປີຂ້າງໜ້າ ຫຸ່ນຍົນ ຫຼື ຊອຟແວຣ ທີ່ມີຄວາມສະຫຼາດເປັນອາວຸດຈະມາຍາດວຽກເຮັດຂອງຄົນໃນອະນາຄົດ ບອສຕັນ ຄອນຊັລ ຕິ້ງກຣຸ໊ບ (Boston Consulting Group / BCG) ໄດ້ຄາດຄະເນວ່າ ໃນປີ 2025 ການນຳໃຊ້ຫຸ່ນຍົນເຮັດວຽກແທນຄົນຄິດເປັນອັດຕາສະເລ່ຍເຖິງ 1 ໃນ 4 ສ່ວນ ເພື່ອຫລຸດຕົ້ນທຶນການຜະລິດ

ນັກວິທະຍາສາດຈາກມະຫາວິທະຍາໄລອັອກຟອດຣ ໄດ້ບອກໃຫ້ຮູ້ວ່າ ອີກ 20 ປີຂ້າງໜ້າ ຄົນທີ່ຢູ່ໃນປະເທດທີ່ພັດທະນາແລ້ວ ພວກເຂົາຈະໃຊ້ຫຸ່ນຍົນເຮັດວຽກແທນຄົນເຖິງ 35% ລອງໄປເບິ່ງກັນວ່າອາຊີບທີ່ຫຸ່ນຍົນຈະມາເຮັດແທນມີອາຊີບໃດແນ່

1.ຄົນຂັບລົດ ມືີຄວາມສ່ຽງ 50 – 59%

12.2

ໃນອະນາຄົດຈະມີຖະໜົນທີ່ມີເລນທາງພິເສດທີ່ຂັບເຄື່ອນດ້ວຍຄວາມໄວສູງ ໂດຍໃຊ້ຄອມພິວເຕີບັງຄັບ ເພາະສະນັ້ນການໃຊ້ຄົນຂັບລົດກໍ່ບໍ່ຈຳເປັນອີກແລ້ວ

2.ພະນັກງານໂຮງງານ ມີຄວາມສ່ຽງສູງເຖິງ 80 – 89%

13.21

ຢ່າວ່າແຕ່ໃນອີກ 10-20 ປີຂ້າງໜ້າເລີຍ ຂະໜາດທຸກວັນນີ້ຍັງມີການປົດແຮງງານຄົນອອກເປັນຈຳນວນຫຼາຍ ເພາະທາງນາຍຈ້າງຫັນໄປໃຊ້ບໍລິການຫຸ່ນຍົນແທນ ເພາະລົງທຶນຄັ້ງດຽວສາມາດໃຊ້ງານໄດ້ດົນ ແຖມມີຄວາມແມ້ນຢຳສູງ ແລະ ບໍ່ສ່ຽງກັບການບາດເຈັບໃນເວລາເຮັດວຽກອີກ ດັ່ງນັ້ນຄົນທີ່ເຮັດອາຊີບນີ້ຄວນເບິ່ງຫາວຽກສຳຮອງໄວ້ດີທີ່ສຸດ

3. ນັກຂ່າວ ມີຄວາມສ່ຽງສູງເຖິງ 90 – 100%

14.1

ນັກວິທະຍາສາດຂອງ Narrative Science ເຄີຍອອກມາລະບຸວ່າ ອີກ 15 ປີຂ້າງໜ້າ ຂ່າວທີ່ນັກຂ່າວເຄີຍເປັນຄົນຂຽນ ແລະ ພິມກັນຢູ່ຕອນນີ້ 90% ຈະມີລະບົບປະຕິບັດການມາຊ່ວຍພິມ,ຂຽນ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່ານັກຂ່າວຈະຕົກງານເຖິງ 90% ສະເໝີໄປ ແຕ່ສິ່ງທີ່ຈະເກີດຂຶ້ນຄືນັກຂ່າວມີເວລາອອກໄປຫາຂ່າວຫຼາຍຂຶ້ນໃນຂອບເຂດຂ່າວທີ່ກ້ວາງຂຶ້ນ ເມື່ອໄດ້ຂ່າວມາແລ້ວກໍ່ໃຫ້ທາງຫຸ່ນຍົນເປັນຄົນຈັດພິມແທນ

4. ແພດ ມີຄວາມສ່ຽງ 0 – 29%

14.2

ປັດຈຸບັນນີ້ແພດ ກັບຫຸ່ນຍົນຍັງເຮັດວຽກຄວບຄູ່ກັນໄປ ແຕ່ເຈີຣີແຄບແລນຜູ້ແຕ່ງໜັງສື Humans Need Not Apply ບອກວ່າທ້າຍທີ່ສຸດແລ້ວຫາກພິສູດໄດ້ວ່າຫຸ່ນຍົນຫາກເປັນທາງເລືອກທີ່ດີກວ່າ ຄົນໄຂ້ກໍ່ອາດຍອມເສຍເງິນເລັກໜ້ອຍເພື່ອຈະໄປພົບແພດຫຸ່ນຍົນທີ່ສາມາດດູແລເອົາໃຈໃສ່ໄດ້ຫຼາຍກວ່າ ດີກ່ວາໄປພົບແພດທີ່ຫຍຸ້ງວຽກຈົນລົ້ນມື ຫຼື ແພດທີ່ບໍ່ມັກໃສ່ໃຈຄົນເຈັບ

5.ບໍລິການ ຄັອກເທລ

14.5

ເນື່ອງຈາກໃນອານາຄົດ ຫຸ່ນຍົນຈະສາມາດປະສົມຄັອກເທລໄດ້ໂດຍບໍ່ຜິດພາດຈິ່ງເຮັດໃຫ້ພະນັກງານຮ້ານບັນເທີງຕ່າງໆອາດມີຄວາມສ່ຽງທີ່ຈະຕົກງານ

 

ທີ່ມາ: http://www.zestza.com/?p=1424

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...