spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອຸຍນີເຊັຟຈະເພີ່ມທຶນ 70 ລ້ານກວ່າໂດລາປັບປຸງຄຸນນະພາບຊີວິດຂອງເດັກນ້ອຍລາວ

ອຸຍນີເຊັຟຈະເພີ່ມທຶນ 70 ລ້ານກວ່າໂດລາປັບປຸງຄຸນນະພາບຊີວິດຂອງເດັກນ້ອຍລາວ

Published on

ໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາທີ່ຜ່ານມານີ້, ອົງການອຸຍນີເຊັຟປະຈຳ ສປປ ລາວໄດ້ເປີດເຜີຍຜ່ານນັກຂ່າວວ່າ: ອົງການດັ່ງກ່າວຈະສືບຕໍ່ເພີ່ມທຶນ 70 ລ້ານກວ່າໂດລາສະຫະລັດເພື່ອຈັດຕັ້ງປະຕິບັດວຽກງານໂພສະນາການ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນໆໃຫ້ແກ່ເດັກນ້ອຍໃນ ສປປ ລາວ ຂະນະທີ່ອັດຕາຂາດສານອາຫານຂອງເດັກນ້ອຍຢູ່ເຂດຫ່າງໄກສອກຫລີກພົບວ່າມີຫລາຍພໍສົມຄວນ.

ທ່ານ ນາງ ຫົງເວີຍ ຜູ້ຕາງໜ້າອົງການອຸຍນີເຊັຟປະຈຳ ສປປ ລາວໄດ້ໃຫ້ສຳພາດສື່ມວນຊົນໃນວັນທີ 31 ພຶດສະພາ 2016 ນີ້ວ່າ: ອຸຍນີເຊັຟໄດ້ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນຢ່າງຈິງຕໍ່ຄວາມພະຍາຍາມຂອງລັດຖະບານລາວໃນການລົບລ້າງຄວາມທຸກຍາກໂດຍສະເພາະການບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາໃນປີ 2020 ເຊິ່ງໄດ້ມຸ່ງເນັ້ນໃສ່ການປັບປຸງຄຸນນະພາບການສຶກສາ, ການເບິ່ງແຍງສຸຂະພາບ ແລະ ການແກ້ໄຂບັນຫາເດັກຂາດສານອາຫານໃນ ສປປ ລາວ.

ຜູ້ຕາໜ້າອົງການອຸຍນີເຊັຟປະຈຳ ສປປ ລາວຍັງກ່າວຢ້ຳວ່າ: ການປັບປຸງ ແລະ ໃຫ້ໂອກາດການສຶກສາສຳລັບເດັກນ້ອຍ ຢູ່ເຂດຊົນນະບົດຫ່າງສອກຫລີກ ໃນສປປ ລາວແມ່ນໜຶ່ງໃນຫລາຍບູລິມະສິດຂອງຕົນໂດຍຮ່ວມມືກັບລັດຖະບານລາວເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປເທື່ອລະກ້າວ. ຖ້າຫາກວ່າເດັກນ້ອຍເລົ່ານັ້ນໄດ້ຮັບສານອາຫານມີຄຸນນະພາບ ແລະ ກິນ-ດື່ມຖືກວິທີຕາມຫລັກອະນາໄມຈະເຂົາເຈົ້າມີກຳລັງວັງຊາ, ແຂງແຮງ, ສະປອດໂປ່ງ ແລະ ສະຫລາດຫລັກແຫລມຈົນກ້າວເປັນກຳລັງສຳຄັນຂອງການສ້າງສາພັດທະນາປະເທດຊາດຢ່າງວ່ອງໄວ. ດ້ວຍເຫດດັ່ງກ່າວ ອຸຍນີເຊັຟໄດ້ພິຈາລະນາຈະອະນຸມັດງົບຊ່ວຍເຫລືອ ສປປ ລາວຮອບໃໝ່ຕື່ມອີກປະມານ 7 ລ້ານກວ່າໂດລາສະຫະລັດພາຍໃນປີ 2017-2021.

 

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...