spot_img
Homeຂ່າວການສຶກສາຊົມເຊີຍ ຄົນລາວຄົນທຳອິດໄດ້ຮັບປະລິນຍາເອກຈາກມະຫາວິທະຍາໄລຄອນແນວສະຫະລັດອາເມລິກາ

ຊົມເຊີຍ ຄົນລາວຄົນທຳອິດໄດ້ຮັບປະລິນຍາເອກຈາກມະຫາວິທະຍາໄລຄອນແນວສະຫະລັດອາເມລິກາ

Published on

1134.1

ຊົມເຊີຍ ທ່ານ ສັນຕິ ໄຊປັນຍາ ເປັນຄົນລາວຄົນທຳອິດທີ່ຈົບປະລິນຍາເອກ ຈາກສະຖາບັນການສຶກສາທີ່ມີຊື່ສຽງຂອງປະເທດ ອາເມລິກາ Cornell Univesity  ຈາກປະຫວັດຂອງຜູ້ກ່ຽວນັ້ນພົບວ່າກ່ອນໜ້າເຄີຍສຶກສາຢູ່ ວິທະຍາໄລຄອມເຊັນເຕີ Comcenter College ດ້ວຍທຶນຕົນເອງ ໃນອະດີດຜ່ານມາຊາວຄົນສູ້ຊົນໂດຍແບ່ງເວລາເຮັດວຽກນຳ ແລະ ຮຽນນຳຄວບຄູ່ກັນ ເຊິ່ງລາວເປັນຄົນທຳມະດາກຳເນີດຈາກຄອບຄົວຊາວໄຮ່ນາ ແຕ່ເປັນຄົນທີ່ຕັ້ງໃຈຮ່ຳຮຽນ ບໍ່ຖີ້ມຝັນໂຕເອງ ໃນທີ່ສຸດມື້ນີ້ຄວາມຝັນໄດ້ກາຍເປັນຄວາມຈິງ. ລາວບອກວ່າການມາສຶກສາຢູ່ທີ່ນີ້ແມ່ນໄດ້ຮັບທຶນເສັງຄັດເລືອກເອົາຄົນເກັ່ງແທ້ໆ ສະນັ້ນຄວາມຝັນຈະເກີດຂຶ້ນໄດ້ຍ້ອນຄວາມພະຍາຍາມ ແລະ ເອົາໃຈໃສ່ ເຊິ່ງບໍ່ມີຄວາມຝັນອັນໃດຈະຫລົ້ມສະຫລາຍໄປແບບງ່າຍໆ ຖ້າທ່ານຍັງມີລົມຫາຍໃຈ ແລະ ມີເລືອດນັກສູ້.

ໂດຍ: ສອດສ່ອງ

ທີ່ມາ: ສຳນັກຂ່າສານປະເທດລາວ

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...