spot_img
Homeຂ່າວການພັດທະນາຈະລາຈອນ ນ.ວ ຊີ້ແຈງ ລ້ຽວຂວາໄຟແດງຖືກໄໝ 10 ເທົ່າ ເປັນພຽງຂ່າວລື!

ຈະລາຈອນ ນ.ວ ຊີ້ແຈງ ລ້ຽວຂວາໄຟແດງຖືກໄໝ 10 ເທົ່າ ເປັນພຽງຂ່າວລື!

Published on

ທ່ານຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ພັນໂທ ຍຸດຕະພົງ ສຸວັນນະສິງ ໄດ້ໃຫ້ສຳພາດວ່າ: ໃນໄລຍະມໍ່ໆມານີ້ ໄດ້ມີກະແສຮືຮາ ຢູ່ໃນສື່ສັງຄົມອອນລາຍ (FaceBook) ວ່າລ້ຽວຂວາບໍ່ໄດ້ ຖ້າບໍ່ມີໄຟສັນຍານ ຜູ້ລະເມີດຈະຖືກປັບໄໝ 10 ເທົ່າ. ອັນນີ້ເປັນພຽງຂ່າວລືເທົ່ານັ້ນ, ຊຶ່ງໃນຄວາມຈິງແລ້ວ ແມ່ນຍັງສາມາດລ້ຽວໄດ້ຕາມປົກກະຕິຄືເກົ່າ, ແຕ່ເມື່ອຜູ້ສັນຈອນ ຫາກໄປຈອດລົດຕັນຊ່ອງຈະລາຈອນ ທີ່ຈະລ້ຽວຂວາ ແມ່ນຈະຖືກກ່າວເຕືອນ ແລະ ປັບໃໝຕາມລະບຽບການ.

ທ່ານຫົວໜ້າພະແນກຈະລາຈອນ ນະຄອນຫລວງວຽງຈັນ ກ່າວວ່າ: ປັດຈຸບັນ ສັງຄົມຍັງເກີດຄວາມສັບສົນ ໃນການສັນຈອນຕາມທ້ອງຖະໜົນ ໂດຍສະເພາະແມ່ນພາຍຫລັງ ໄດ້ເກີດມີກະແສສັງຄົມອອນລາຍອອກມາໂພດ ສິ່ງບໍ່ແມ່ນຄວາມຈິງດັ່ງກ່າວ ເພາະສິ່ງນີ້ແມ່ນເຈົ້າໜ້າທີ່ພວກເຮົາ ຍັງບໍ່ທັນໄດ້ຮັບຄຳສັ່ງ ໃຫ້ປະຕິບັດມາດຕະການໃດໆ ແລະ ພ້ອມນັ້ນ ທາງກະຊວງໂຍທາທິການ ແລະ ຂົນສົ່ງ ກໍຍັງບໍ່ທັນດຳເນີນການ ປັບປຸງປ້າຍຊີ້ບອກໃນຈຸດສາມແຍກ, ສີ່ແຍກໃດໆ ດັ່ງນັ້ນຈຶ່ງຂໍໃຫ້ສັງຄົມ ໂດຍສະເພາະນັກຂັບຂີ່ທັງຫລາຍ ສາມາດລ້ຽວຂວາໄດ້ຕະຫລອດ ແຕ່ໃຫ້ລະມັດລະວັງ ແລະ ພ້ອມນັ້ນ ກໍໃຫ້ຫ້າມນັກຂັບຂີ່ຄົນໃດ ຈອດລົດຂອງຕົນລໍຖ້າໄຟຂຽວ ຂັດຂວາງຊ່ອງຈະລາຈອນ ຂອງລົດທີ່ຈະລ້ຽວຂວາໂດຍເດັດຂາດ ຕາມດຳລັດຂອງນາຍົກລັດຖະມົນຕີ ເລກທີ 188/ນຍ ແລະ ມະຕິ 03 ຂອງອົງການປົກຄອງນະຄອນຫລວງ ໃນກໍລະນີຈອດລົດແບບຊະຊາຍເຊັ່ນ: ການຈອດຢຽບເສັ້ນທາງມ້າລາຍ, ເສັ້ນທາງທີ່ມີຂອບສີຂາວ-ແດງ, ຈອດບ່າທາງ ທີ່ເປັນການຂັດຂວາງຕໍ່ການສັນຈອນ ແລະ ສ້າງຄວາມບໍ່ເປັນລະບຽບຈົບງາມໃຫ້ແກ່ສັງຄົມ ເຊິ່ງເຈົ້າໜ້າທີ່ພວກເຮົາ ຈະໄດ້ປະຕິບັດມາດຕະການຢ່າງເຂັ້ມງວດຕາມລະບຽບຫລັກການ.

(ຂ່າວນີ້ຄັດຈາກ ໜັງສືພິມລາຍວັນສະບັບໜຶ່ງ ທີ່ອອກວັນທີ 31 ພຶດສະພາ 2016 ຊຶ່ງມີຄວາມຄາດເຄື່ອນ ຂໍເຊີນທ່ານເຂົ້າອ່ານຂໍ້ເທັດຈິງໄດ້ທີ່: http://www.laopost.com/2016/05/31/59610)

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...