spot_img
Homeຂ່າວການພັດທະນາພິພິທະພັນຫໍພະແກ້ວ ກຽມເປີດໃຫ້ນັກທ່ອງທ່ຽວ ເຂົ້າຊົມໃນທ້າຍປີນີ້ ຫລັງການບູລະນະໃກ້ສຳເລັດ!

ພິພິທະພັນຫໍພະແກ້ວ ກຽມເປີດໃຫ້ນັກທ່ອງທ່ຽວ ເຂົ້າຊົມໃນທ້າຍປີນີ້ ຫລັງການບູລະນະໃກ້ສຳເລັດ!

Published on

ຂປລ. ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ ນະຄອນຫລວງ​ວຽງຈັນ, ​ໄດ້​ຢືນ​ຢັນວ່າ ໂຄງການປະຕິສັງຂອນ​ພິພິທະ​ພັນຫໍພະ​ແກ້ວ ຄັ້ງ​ທີ 3 ​​ໄລຍະ 3 ​ເກືອບ​ສຳ​ເລັດແລ້ວ 100 ​% ພາຍຫລັງ​ໄດ້​ດຳ​ເນີນ​ການ​ມ​ແຕ່​ ປີ 2014 ​ແລະ ຄາດ​ວ່າ ຈະ​ເປີດ​ບໍລິການໃຫ້​ມວນ​ຊົນ​ ລວມທັງ​ນັກ​ທ່ອງ​ທ່ຽວພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ທ່ຽວຊົມ ໃນ​ທ້າຍ​ປີນີ້.

ທ່ານ ຄຳ​ປະ​ດິດ ​ເຂັມ​ມານິດ ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທຽວ ນະຄອນຫລວງວຽງ​ຈັນ, ​ໄດ້​ເຜີ​ຍ​ໃຫ້​ຮູ້​ວ່າ:​ ​ພິພິທະ​ພັນຫໍພະ​ແກ້ວ ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເປັນ​ເວລາ​ດົນ​ນານ​ເກືອບ 450 ປີ ຈົນ​ກາຍ​ເປັນ​ມໍລະດົກ​ສະຖານ​ແຫ່ງ​ຊາດ​, ເວລາຜ່ານ​ໄປ 78 ປີແລ້ວ ​ເຫັນ​ວ່າ ພິພິທະ​ພັນຫໍພະ​ແກ້ວ ​ໄດ້​ຊຸດ​ໂຊມ​ລົງ ​ໂຄງ​ສ້າງ​ສະຖາປັດຕະຍາ​ກຳ ​ແລະ ຕົວ​ອາຄານ​ສ່ວນ​ໃຫຍ່​ແມ່ນ​ຜຸ​ພັງໄປ​ຕາມ​ການ​ເວລາ ​ໂດຍ​ສະ​ເພາະ​ແມ່ນ​ຫລັງຄາ ​ເຊິ່ງທັງໝົດນີ້ ​ມີ​ຄວາມ​ຈຳ​ເປັນ​ຮີບ​ດວນ ຕ້ອງ​ໄດ້​ບູລະນະ​ສ້ອມ​ແປງ​ຄືນ​​ໃໝ່ ເຊິ​່ງໂຄງການ​ບູລະນະ​ປະຕິສັງຂ​ອນ ພິພິທະ​ພັນ​ຫໍພະ​ແກ້ວ ໄລຍະ 3 ແມ່ນ​ສໍາ​ເລັດ​​​ໃນ​ແຕ່ລະ​ໄລຍະໜ້າ​ວຽກ ​ຄື: ການບູລະນະ​​ຫລັງຄາ, ຕົວ​ອາຄານ ​ແລະ ພື້ນ, ​ປັດຈຸບັນ​ແມ່ນສຳ​ເລັດ​ເກືອບ 100% ເຫລືອພຽງ​ແຕ່​ຈັດສັນ​ເຄື່ອງ​ວາງ​ສະ​ແດງ​ບັນຈຸ​ພັນ, ຕົບ​ແຕ່ງ ​ແລະ ວຽກອນາ​ໄມເລັກ​ນ້ອຍ ສຳລັບ​ໂຄງ​ຮ່າງ, ລັກສະນະ​ຮູບຊົງ ສີ​ລະ​ປະ​ລວດລາຍຕ່າງໆ ​ແມ່ນ​ຍັງ​ຮັກສາ​ຄວາມ​ສວຍ​ງາມ ​ຄົງ​ໄວ​ເອກະລັກ​ລາວ​ລ້ານ​ຊ້າງດັ່ງ​ເດີມ ເພື່ອ​ຮັກສາ​ໃຫ້​ເປັນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂ​ອງຊາດ.

ຜ່ານ​ມາ ພິພິທະ​ພັນຫໍພະ​ແກ້ວ ​ເຄີຍ​ບູລະນະ​ປະຕິສັງຂ​ອນມາ​ແລ້ວ ຄັ້ງ​ທີ I ​ໃນ​ປີ ຄສ 1816, ຄັ້ງ​ທີ II ​ໃ ນ​ປີ ຄສ 1936-1942 ​ແລະ ​ຄັ້ງ​ທີ III ​ໃນ​ ປີ 2014-2016.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...