spot_img
Homeຂ່າວການພັດທະນາໂຮງໜໍ 103 ລົງມືກໍ່ສ້າງ ອາຄານປິ່ນປົວທົ່ວໄປ

ໂຮງໜໍ 103 ລົງມືກໍ່ສ້າງ ອາຄານປິ່ນປົວທົ່ວໄປ

Published on

ໂຮງ­ໝໍ 103 ເລີ່ມ​ລົງ­ມືກໍ່­ສ້າງ​ໂຄງ­ການ​ກໍ່­ສ້າງ​ອາ­ຄານປິ່ນ­ປົວ​ທົ່ວ​ໄປຊຶ່ງ​ໂຄງ­ການແມ່ນ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ທາງດ້ານ​ທຶນ­ຮອນ​ຈາກ ສປ ຈີນ, ອັນຈະ​ປະ­ກອບ­ສ່ວນ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້ແກ່​ບັນ­ດາ​ອ້າຍ​ນ້ອງ​ໃນ​ກອງ­ທັບ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ​ຜູ້​ທີ່​ຈະເຂົ້າ​ມາ​ຮັບ​ການ​ປິ່ນ­ປົວ​ຈາກ​ໂຮງ­ໝໍ​ແຫ່ງ​ນີ້.

ວັນ​ທີ 27 ພຶດ­ສະ­ພາ ຜ່ານມາ ໄດ້​ມີ​ພິ­ທີ​ວາງ​ສິລາ​ລືກ​ໂຄງການ​ກໍ່­ສ້າງ​ອາ­ຄານ​ປິ່ນ­ປົວ​ທົ່ວໄປໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ຈັນ​ສະ­ໝອນ ຈັນ​ຍາ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ສປປ ລາວ, ທ່ານ ສາງ​ວ້ານ​ສວນ ລັດ­ຖະ­ມົນ­ຕີ​ກະຊວງ​ປ້ອງ​ກັນ​ປະ­ເທດ​ແຫ່ງ ສປ ຈີນ,  ທ່ານ  ກວານ ຫົວ​ປິ່ງ ເອກອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສປ ຈີນປະ­ຈຳ​ລາວ, ມີ​ບັນ­ດາ​ການ​ນຳຂັ້ນ​ສູງ, ຕາງ­ໜ້າ​ຝ່າຍ​ລາວ ແລະ ຈີນ, ພະ​ນັກ​ງ​ງານ​ວິ­ຊາ​ການ ແລະ ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ສຳ­ລັບ​ໂຄງ­ການ​ກໍ່­ສ້າງ​ອາ­ຄານ​ປິ່ນ­ປົວ​ທົ່ວ​ໄປໂຮງ­ໝໍ​ກອງ­ທັບ​ປະ­ຊາ­ຊົນ​ລາວ 103 ແມ່ນ​ໄດ້​ຮັບການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ທຶນ­ຮອນ​ຈາກ​ກະ­ຊວງ ປ້ອງ​ກັນ​ປະ­ເທດ​ແຫ່ງ ສປ ຈີນ ຊຶ່ງ​ໂຄງ­ການ​ກໍ່­ສ້າງລວມ​ມີ: ອາ­ຄານ​ປິ່ນ­ປົວ​ທົ່ວ​ໄປ ແລະ​ອາ­ຄານ​ຊ່ຽວ­ຊານ​ຈີນ​ໂດຍ​ມີ​ເນື້ອ­ທີ່​ລວມ​ຂອງ​ອາ­ຄານ​ແມ່ນ 24.756 ຕາ​ແມັດ​ໃນ​ນັ້ນ​ອາ­ຄານ​ປິ່ນ­ປົວ​ທົ່ວ​ໄປ​ເນື້ອ­ທີ່ 23.658 ຕາ​ແມັດ, ເປັນ​ອາ­ຄານ 9 ຊັ້ນ, ອາ­ຄານ​ອ້ອມ​ຂ້າງ​ສູງ 3 ຊັ້ນ, ລວງ​ສູງ​ຂອງ​ອາ­ຄານ 53,7 ແມັດ, ອາ­ຄານ​ສຳ­ລັບຊ່ຽວ­ຊານ​ຈີນ​ເນື້ອ­ທີ່ 1.098 ຕາ​ແມັດ, ອາ­ຄານ 2 ຊັ້ນ, ລວງ​ສູງ 9,64 ແມັດ, ສ່ວນ​ມູນ​ຄ່າ​ໃນ​ການ​ກໍ່­ສ້າງ​ທັງ​ໝົດ​ປະ­ມານ 170 ລ້ານ​ຢວນ (ສະ­ກຸນ​ເງິນຈີນ), ໂຄງ­ການ​ດັ່ງ­ກ່າວ​ຕາມ​ແຜນ­ການ ແມ່ນ​ຈະ​ໃຫ້​ສຳ­ເລັດ​ໃນ​ເດືອນ​ທັນ­ວາ 2017 ນີ້.

ພາຍ­ຫຼັງ​ທີ່​ໂຄງ­ການ​ໄດ້​ກໍ່­ສ້າງ​ສຳເລັດຈະ​ກາຍ­ເປັນ​ສິ່ງ​ຢັ້ງ­ຢືນ​ທາງ​ປະ­ຫວັດສາດອີກ​ອັນ​ໜຶ່ງ​ທີ່​ສະ­ແດງ​ໃຫ້​ເຫັນ​ເຖິງ​ມິດ​ຕະພາບ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ກອງທັບລາວ-ຈີນ ຊຶ່ງ​ກາຍ­ເປັນ​ການ​ສົ່ງ­ເສີມ​ສາຍ​ພົວ­ພັນ​ລະ­ຫວ່າງ​ສອງ​ຊາດ​ກໍ​ຄື​ສອງ​ກອງ­ທັບ​ໃຫ້​ພັດ­ທະ­ນາ​ສູງ​ຂຶ້ນ​ໄປ​ຕື່ມ​ອີກ​ບາດ­ກ້າວ​ໜຶ່ງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...