spot_img
Homeຂ່າວເຫດການນາຍົກລັດຖະມົນຕີລາວ ແລະ ຍີ່ປຸ່ນ ພົບປະສອງຝ່າຍ ລະຫວ່າງກອງປະຊຸມ ຈີ 7 ເປີດກວ້າງ

ນາຍົກລັດຖະມົນຕີລາວ ແລະ ຍີ່ປຸ່ນ ພົບປະສອງຝ່າຍ ລະຫວ່າງກອງປະຊຸມ ຈີ 7 ເປີດກວ້າງ

Published on

ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ  ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໄດ້ມີຂຶ້ນໃນວັນທີ 28 ພຶດສະພານີ້ ທີ່ນາໂກຢາ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມເປີດກວ້າງ ຈີ7 (G7) ໃນລະຫວ່າງວັນທີ 26-27 ພຶດສະພາ 2016, ທີ່ ປະເທດຍີ່ປຸ່ນ.

ໃນການພົບປະສອງຝ່າຍ, ທ່ານ ຊິນໂຊະ ອາເບະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ ສປປ ລາວ ຜູ້ໃໝ່ ຊຶ່ງນັ້ນໄດ້ສະແດງເຖິງ ຄວາມເຊື່ອໝັ້ນຂອງການນຳພັກ-ລັດ ກໍຄືປະຊາຊົນລາວຕໍ່ທ່ານເອງ, ຍີ່ປຸ່ນ ຢຶນຢັນຈະສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືທີ່ດີ ນຳຄະນະນຳຊຸດໃໝ່ຂອງ ສປປ ລາວ ຕໍ່ໄປ. ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕີຊົມຊື່ນເປັນຢ່າງຍິ່ງ ແລະ ຮູ້ສຶກເປັນກຽດທີ່ໄດ້ຖືກເຊີນເຂົ້າຮ່ວມ ກອງປະຊຸມເປີດກວ້າງ ຈີ7 (G7)ໃນນາມປະເທດປະທານອາຊຽນປີ 2016.

ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ພາຍຫຼັງທີ່ສອງປະເທດໄດ້ ຍົກລະດັບການພົວພັນຂຶ້ນ ເປັນຄູ່ຮ່ວມມືຍຸດທະສາດມານີ້ ໄດ້ຮັບການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ກ້າວເຂົ້າສູ່ລວງເລີກ ແລະ ເປັນຮູບປະທຳ; ຝ່າຍລາວ ເຫັນດີສະໜັບສະໜູນ ແຜນຮ່ວມມືການພັດທະນາ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອແນ່ໃສ່ການພັດທະນາລາວແບບຍືນຍົງ ແລະ ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ. ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ເປັນຕົ້ນແມ່ນການຊ່ວຍເຫຼືອ ໃນຂະແໜງການຕ່າງໆ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ລວມທັງ ການສົ່ງເສີມການລົງທຶນໂດຍກົງຂອງ ຍີ່ປຸ່ນ ຢູ່ ສປປ ລາວ ອັນເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນໂຄງການດັ່ງກ່າວ ແລະ ສະເໜີການລົງທຶນຕ່າງໆຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາຕ່າງໆພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ເຊັ່ນ: ການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ແລະ 8 ບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ, ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ກອງປະຊຸມລະດັບຜູ້ນໍາປະເທດ EAS, ການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ທີ່ຈະຊ່ວຍໃນການພັດທະນາ ເພື່ອຫຼຸດຜ່ອນຄວາມແຕກໂຕນກັນໃນພາກພື້ນ. ສອງຝ່າຍ ສະແດງຄວາມຍິນດີ ທີ່ຈະສືບຕໍ່ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍ ການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ ສາມາດຕອບສະໜອງຜົນປະໂຫຍດ ແກ່ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ລວມທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນລະຫວ່າງການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ຍັງໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານອົງການການຄ້າພາຍນອກຍີ່ປຸ່ນ ( JETRO ), ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ຊ່ວຍກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ທີ່ ນະຄອນນາໂກຢາ ແລະ ຮັບການເຂົ້າຢຽມຂ່ຳນັບຂອງ ທ່ານເຈົ້າແຂວງໆໄອຈິນຳອີກ.

 

ແຫລ່ງຂ່າວ:

ລພນ

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...