spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 11)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 11)

Published on

ອ່ານຕໍ່ຈາກສະບັບກ່ອນ

ຕຸ່ນໄດ້ນັ່ງກອດເຂົ່າຄົນດຽວທີ່ບ່ອນນອນຂອງລາວໂດຍບໍ່ສົນໃຈກັບສະພາບແວດລ້ອມອ້ອມຂ້າງວ່າຈະເປັນແນວໃດເລີຍພາຍໃນໃຈລາວຮູ້ສຶກຮ້ອນຮົນບໍ່ພໍໃຈໃຫ້ກັບກະຕ່າຍທີ່ມາຫຍຸ້ງກັບໂຕ້ເຊິ່ງອາການແບບນີ້ມັນເກີດຂຶ້ນມາໄດ້ແນວໃດຕຸ່ນເອງກໍ່ບໍ່ເຂົ້າໃຈຕົວເອງເລີຍ

ເຊົ້າຕໍ່ມາຫຼັງຈາກທີ່ພວກເຂົາທຸກຄົນໄດ້ອາບນ້ຳແຕ່ງຕົວແລ້ວກໍ່ພາກັນຍ່າງໄປທີ່ລົດເມໂຕ້ໄດ້ຂຶ້ນໄປນັ່ງຖ້າທີ່ເທິງລົດ ແລະ ກະຕ່າຍກໍ່ຕາມຫຼັງມາເທື່ອໂຕ້ນັ່ງຢູ່ບ່ອນໃດກະຕ່າຍກໍ່ນັ່ງນຳທັນທີ

ກະຕ່າຍ: ນັ່ງນຳແນ່ເດີ້

ໂຕ້ກໍ່ບໍ່ຈັກສິວ່າຖ້າຈະບອກໃຫ້ກະຕ່າຍໄປນັ່ງບ່ອນອື່ນກໍ່ເກງໃຈຢ້ານກະຕ່າຍເສຍໃຈໂຕ້ເລີຍເຮັດໄດ້ພຽງຍິ້ມແຫ້ງໆແລ້ວປ່ອຍໃຫ້ກະຕ່າຍນັ່ງນຳທັງສອງໄດ້ລົມເລື່ອງນັ້ນເລື່ອງນີ້ ຕຸ່ນໄດ້ຂຶ້ນລົດມາຕາມຫຼັງເລີຍໄດ້ເຫັນພາບທັງສອງຄົນນັ່ງລົມກັນຄິກຄັກ ຕຸ່ນໄດ້ແຕ່ແນມດ້ວຍສີຫນ້າເສີຍໆແບບບໍ່ສະແດງອາການແລ້ວລາວກໍ່ໄດ້ໄປນັ່ງກັບເພື່ອນຮ່ວມຫ້ອງຄົນອື່ນ ເມື່ອທຸກຄົນຂຶ້ນລົດໝົ້ດແລ້ວກໍ່ພາກັນອອກເດີນທາງໄປສະຖານທີ່ທ່ຽວ ແຕ່ວັນນີ້ບໍ່ແມ່ນມີພຽງແຕ່ໂຮງຮຽນພວກເຂົາເທົ່ານັ້ນ ແຕ່ຍັງມີນັກຮຽນ ແລະ ຄູ-ນັກຮຽນຈາກໂຮງຮຽນ ມສ ປາກ ເດີນທາງໄປທ່ຽວນຳ ເຊິ່ງສະຖານທີ່ໄປທ່ຽວນັ້ນແມ່ນອຸດທະຍານບາຈຽງ, ນ້ຳຕົກຜາສ້ວມ ແລະ ບ້ານຊົນເຜົ່າ ຫຼາຍຄົນມີຄວາມຕື່ນເຕັ້ນຫຼາຍທີ່ຈະໄດ້ໄປເຫັນສະຖານທີ່ທ່ຽວອັນສວຍງາມ ແລະ ລືຊື່ຂອງແຂວງຈຳປາສັກ ໃນທີ່ສຸດກໍ່ມາຮອດບອນທ່ຽວເມື່ອລົດເມໄດ້ລ້ຽວເຂົ້າມາຈອດເປັນທີ່ຮຽບຮ້ອຍອາຈານນຳຂະບວຍໄດ້ລົງຈາກລົດ ແລະ ບັນດານັກຮຽນກໍ່ຍ່າງຕາມລົງມາມຸກຄົນຕື່ນຕາຕື່ນໃຈທີ່ໄດ້ເຫັນພວກເຂົາມີເວລາເລາະຊົມຄວາມງາມນ້ຳຕົກຕາດຜາສ້ວມ 1 ຊົ່ວໂມງ ນັກຮຽນໄດ້ແບ່ງອອກເປັນກຸ່ມ, ເປັນຄູ່ໄປທ່ຽວເລາະຊົມ ກະຕ່າຍກໍ່ຕິດຕາມໂຕ້ປານປິງໂຕ້ໄປໃສກໍ່ໄປນຳ ເຊິ່ງມັນເຮັດໃຫ້ການທ່ຽວຂອງໂຕ້ ແລະ ຕຸ່ນໃນຄັ່ງນີ້ບໍ່ມີຄວາມສຸກເລີຍ ເພາະມີກ້າງສິ້ນໃຫຍ່ມາຂວາງໄວ້ ສ່ວນເປົາກໍ່ຮູ້ສຶກເບື່ອດ້າ ແລະ ໝູ່ຂອງດ້າ ເພາະລາວຈະເຮັດສິ່ງໃດກໍ່ບໍ່ສະດວກ ດ້າຄອຍຈັບຄວາມປະພຶດຂອງເປົາຕະຫຼອດ ເປົາເລີຍບໍ່ມີໂອກາດໄດ້ທຳຄວາມຮູ້ຈັກກັບສາວປາກເຊຈັກຄົນທັງທີ່ໃຈຢາກເຮັດສິ່ງນັ້ນຈົນໃຈສິຂາດ

ພວກເຂົາໄດ້ພາກັນໄປໄຕ່ຂົວ, ໄປຖ່າຍຮູບບ່ອນນັ້ນບ່ອນນີ້ ແລ້ວໂຕ້, ຕຸ່ນ ແລະ ກະຕ່າຍໄດ້ພາກັນມານັ່ງພັກຕໍ່ໜ້າປ້າຍນ້ຳຕົກຜາສ້ວມ ແລະ ກໍ່ໄດ້ພາກັນຖ່າຍຮູບ ມື້ນີ້ຮູ້ວ່າອາກາດຮ້ອນ ແລະ ພວກເຂົາກໍ່ເມື່ອຍ ກະຕ່າຍໄດ້ຈົກນ້ຳດື່ມຕຸກນ້ອຍອອກມາຈາກຖົງ 2 ຕຸກ ເຊິ່ງຕຸກໜຶ່ງລາວດື່ມເອງ ແລະ ຕຸກໜຶ່ງລາວຢື່ນໃຫ້ໂຕ້ ທີ່ຈິງໂຕ້ກໍ່ບໍ່ຢາກເອົາແຕ່ຢ້ານກະຕ່າຍໜ້າແຕກລາວເລີຍຈັບເອົາຕຸກນ້ຳຈາກມືກະຕ່າຍແລ້ວມາແກະຝາອອກ ພໍແຕ່ແກະຝາອອກແລ້ວຕຸ່ນກໍ່ຟ້າວຍາດຕຸກນ້ຳຈາກມືໂຕ້ມາດື່ມທັນທີດື່ມຈົນໝົດບໍ່ເຫຼືອໄວ້ໃຫ້ໂຕ້ດື່ມເລີຍ ທັງໂຕ້ ແລະ ກະຕ່າຍພາກັນແນມເບິ່ງໜ້າຕຸ່ນ ເມື່ອຕຸ່ນດື່ມໝົດກໍ່ຢື່ນຕຸກນ້ຳໃຫ້ໂຕ້ຄືນແລ້ວເວົ້າວ່າ: ຂອບໃຈເດີ້ ພໍດີຫິວນ້ຳແຮງ ໂຕ້ເອງກໍ່ຫົວຍຸ່ມໆ ກະຕ່າຍເຈົ້າຂອງນ້ຳຮູ້ສຶກບໍ່ພໍໃຈໃຫ້ຕຸ່ນ ລາວໄດ້ຕໍ່ວ່າຕຸ່ນໄປວ່າ: ຈັ່ງແມ່ນລ່ວງບໍ່ແມ່ນຂອງໂຕເອງກະກິນ ບໍ່ມີມາລະຍາດ ເມື່ອລາວເວົ້າສຸດຄວາມທັງໂຕ້ ແລະ ຕຸ່ນກໍ່ກັນໄປເບິ່ງໜ້າກະຕ່າຍທັນທີ ພວກເຂົາເຫັນສີໜ້າກະຕ່າຍບໍ່ພໍໃຈຢ່າງໜັກ ແຕ່ກະຕ່າຍກໍ່ເກັບອາການໄວ້ບໍ່ໂວຍວາຍ ໂຕ້ຢ້ານທັງສອງສາວຜິດກັນເລິຍເວົ້າອອກໄປວ່າ: ບໍ່ຫຍັງດອກກະຕ່າຍຖືວ່າປັນໝູ່ກິນ ອີກຢ່າງເຂົາຍັງບໍ່ຢາກນ້ຳເທື່ອ ຕຸ່ນກໍ່ເຮັດໜ້າເສີຍໆໃສ່ກະຕ່າຍ ເຊິ່ງຕອນນັ້ນກະຕ່າຍຮູ້ສຶກເຫຼືອໃຈໃຫ້ຕຸ່ນແຮງແຕ່ກໍ່ເຮັດຫຍັງບໍ່ໄດ້ ຖ້າຢູ່ທີ່ວຽງຈັນມີຫວັງມີຕົບກັນແນ່ນອນ ກະຕ່າຍເລີຍຕັດສິນໃຈຢ່າງໜີໄປທາງອື່ນເຫຼືອໄວ້ພຽງຕຸ່ນ ແລະ ໂຕ້ ສອງຄົນເທົ່ານັ້ນ ຕຸ່ນຮູ້ສຶກດີໃຈແຮງທີ່ກະຕ່າຍຍອມໄປໄດ້ເສຍທີ ລາວຮູ້ສຶກອາລົມດີລາວນິ້ມລາວຫົວ ແລະ ເວົ້າອອກໄປວ່າ: ຮູ້ສຶກວ່າຕອນນີ້ອາກາດດີ໊ດີ ວ່າບໍ່ໂຕ້, ໂຕ້ກໍ່ຍິ້ມແລະແກ່ວງຫົວພ້ອມເອົາມືຈັບຫົວຕຸ່ນເບົາໆ ແລະ ເວົ້າໄປວ່າ: ຮ້າຍກາດໃດ໊ເຈົ້ານິ, ຕຸ່ນໄດ້ແນມເບິ່ງໜ້າໂຕ້ແລ້ວເວົ້າໄປວ່າ: ກໍ່ເຂົາຮູ້ສຶກລຳຄານລາວ ຄົນອີ່ຫຍັງແອັບໄດ້ຕະຫຼອດເວລາ, ກິນກະແອັບ, ເວົ້າກະແອັບ ຍາມໃດກະໂຕ້…ໂຕ້… ຟັງແລ້ວຂົນໜາວລຸກ ເຫັນບໍ່ຕົວຈິງປະກົດລະ ເມື່ອໂຕ້ເຫັນຕຸ່ນທັງເວົ້າທັງສອນທ່າທາງຂອງກະຕ່າຍລາວກໍ່ຫົວຂຶ້ນເບົາໆແລະເວົ້າວ່າ: ພໍລະ!ພໍລະ ເຂົາຫົວຈົນສິທ້ອງແຂງໝົດລະນິ ບຶດໜຶ່ງຕຸ່ນກໍ່ຄິດໄອເດຍອັນບັນເຈີດຢ່າງໜຶ່ງຂຶ້ນ ລາວໄດ້ຈົກມີດຕັດເລັບທີ່ອອກມາຈາກກະເປົາພາຍ ຕຸ່ນໄດ້ໃຊ້ມີດນ້ອຍທີ່ຢູ່ໃນມີດຕັດເລັບຂີດເປັນສັນຍາລັກຕົວ T (ເຊິ້ງເປັນຕົວຫຍໍ້ຊື່ຕຸ່ນ) ໃສ່ໃນເສົາໄມ້ປ້າຍນ້ຳຕົກຜາສ້ວມ ໂຕ້ເອງກໍ່ງົງວ່າຕຸ່ນຂຽນສັນຍາລັກຊື່ຕົວເອງໃສເສົາປ້າຍນ້ຳຕົກເຮັດຫຍັງລາວເລີຍຖາມໄປວ່າ: ຕຸ່ນ! ເພິ່ນຂຽນສັນຍາລັກຊື່ເພິ່ນໃສ່ເຮັດຫຍັງ! ຕຸ່ນໄດ້ຫັນມາເບິ່ງໜ້າໂຕ້ແລ້ວຕອບໄປວ່າ: ໝາຍໄວ້ ເພາະເຂົາມີຄວາມເຊື່ອວ່າ ອະນາຄົດເຂົາຈະໄດ້ກັບມາສະຖານທີ່ນີ້ອີກຄັ້ງ, ໂຕ້ກໍ່ແນມເບິ່ງໜ້າຕຸ່ນແລ້ວເວົ້າໄປວ່າ: ໂຫ… ເພິ່ນເບິ່ງໜັງເກົາຫຼີຫຼາຍໂພດບໍ່ຄວາມເຊື່ອນີ້ເຂົາຄືບໍ່ເຄີຍໄດ້ຍິນໃນລາວເລີຍ ຕຸ່ນກໍ່ຕອບໄປວ່າ: ແມ່ນ! ເພິ່ນບໍ່ໄດ້ຍິນຈາກໃຜເທື່ອດອກເພາະມັນເປັນຄວາມຄິດຂອງເຂົາເອງ ເຂົາມີຄວາມຮູ້ສຶກວ່າໃນອະນາຄົດເຂົາຈະໄດ້ກັບມາບ່ອນນີ້ອີກຄັ້ງ, ຫຼັງຈາກນັ້ນໂຕ້ກໍ່ຈັບເອົາມີດຕັດເລັບຈາກມືຕຸ່ນ ແລ້ວຂຽນສັນຍາລັກຕົວ T (ເປັນເຄື່ອງໝາຍແທນຊື່ຂອງໂຕ້) ຮຽງຂ້າງກັບຊື່ຂອງຕຸ່ນ ເປັນສັນຍາລັກ TT (ເຊິ່ງມີຄວາມໝາຍວ່າໂຕ້+ຕຸ່ນ) ເມື່ອຂຽນແລ້ວໂຕ້ກໍ່ບອກກັບຕຸ່ນໄປວ່າ: ອະນາຄົດເຂົາກໍ່ຈະກັບມາບ່ອນນີ້ອີກຄັ້ງ 

ເມື່ອໝົດເວລາທ່ຽວທີ່ນ້ຳຕົກຜາສ່ວມແລ້ວ ພວກເຂົາທັງໝົດກໍ່ພາກັນເຄື່ອນຂະບວນໄປທີ່ບ້ານຊົນເຜົ່າ ທີ່ໜູ່ບ້ານຊົນເຜົ່າພວກເຂົາໄດ້ພາກັນທ່ຽວຊົມເຮືອນຊົນເຜົ່າແຕ່ລະເຜົ່າ ໄດ້ຊົມການສະແດງສິນລະປະ, ຊົມງານຫັດຖະກຳ ຫຼາຍຄົນໃຫ້ຄວາມສົນໃຈເປັນຢ່າງດີ ການຍ່າງເລາະທີ່ບ້ານຊົນເຜົ່ານີ້ບໍ່ມີກະຕ່າຍມາເປັນມານທັງຕຸ່ນ ແລະ ໂຕ້ເລີຍເລາະຍ່າງສະບາຍໃຈ ພວກເຂົາໄດ້ຖ່າຍຮູບທັງຮູບດ່ຽວຮູບຄູ່ ແລະ ໄດ້ເລາະຊົມເລາະຊື້ຫັດຖະກຳຊົນເຜົ່າຕິດມືເມືອພ້ອມ

ເມື່ອເລາະທ່ຽວຊົມສະຖານທີ່ທ່ອງທ່ຽວຄົບແລ້ວອາຈານກໍ່ພານັກຮຽນເດີນທາງກັບທີ່ພັກ ໃນຕອນກາງຄືນຫຼັງຈາກກິນເຂົ້າແລງແລ້ວ ກໍ່ມີກິດຈະກຳກອງໄຟຂຶ້ນ ທັງຄູ ແລະ ນັກຮຽນທັງສອງໂຮງຮຽນໄດ້ມານັ່ງອ້ອມມກັນເປັນວົງໃຫຍ່ ພວກເຂົາໄດ້ສົນທະນາແລກປ່ຽນປະສົບການຊີວິດເຊິ່ງກັນແລະກັນ ພັດປ່ຽນກັນສ້າງສີສັນໃນກິດຈະກຳກອງໄຟ ບໍ່ວ່າຈະເປັນການເລົ່າເລື່ອງຕະລົກ, ດີດກີ່ຕ້າຮ້ອງເພງ, ເຕັ້ນອ້ອມກອງໄຟ ທຸກຄົນແມ່ນພາກັນມ່ວນຫຼາຍໃນຄືນນີ້

ວັນສຸດທ້າຍໃນການທັດສະນະສຶກສາມື້ນີ້ແມ່ນທັງສອງໂຮງຮຽນໄດ້ເຮັດກິດຈະກຳຮ່ວມກັນຄືການແຂ່ງກີລາກັນເຊິ່ງກີລາທີ່ແຂ່ງມີ ກີລາເຕະບານ, ກີລາເຕະຕໍ້, ກີລາຕີບານ ເມື່ອການແຂ່ງຂັນໄດ້ເລີ່ມຂຶ້ນສຽງກອງເຊຍທັງສອງຝ່າຍກໍ່ດັງຂຶ້ນຟົດສະນັ່ນຂ້າງສະໜາມ ກີລາມີແພ້ມີຊະນະເຖິງຜົນອອກມາແນວໃດທັງສອງທີມກໍ່ບໍ່ເສຍໃຈ ເພາະນີ້ແມ່ນການແຂ່ງກີລາກະຊັບມິດ ເຊິ່ງຜົນຂອງການແຂ່ງເຕະບານ ສະເໜີກັນ 1-1, ຕີບານທາງ ມສ ປາກເຊເປັນຝ່າຍຊະນະ, ສ່ວນກີລາເຕະຕໍ້ແມ່ນທາງໂຮງຮຽນມາແຕ່ວຽງເປັນຝ່າຍຊະນະ ໃນຄ່ຳຄືນມື້ສຸດທ້າຍພວກເຂົາໄດ້ມີການສະຫຼອງລ້ຽງສົ່ງທາງໂຮງຮຽນເຈົ້າພາບໄດ້ຈ້າງວົງດົນຕີມາເສບງັນຢ່າງມ່ວນຊື່ນ ເປົາທັງເປັນນັກກີລາ ແລະ ນັກດົນຕີຂອງໂຮງຮຽນກໍ່ຂຶ້ນໄປວາດລວດລາຍການເສບດົນຕີເຊິ່ງພວກເຂົາໄດ້ຫຼິ້ນເພງ “ຖ້າບອກຮັກ” ແລະ ຫຼາຍຄົນກໍ່ຂຶ້ນມາເຕັ້ນບັດສະຫຼົບຢ່າງເປັນຈັງຫວະພ້ອມພຽງຮຽງໜ້າ ໂຕ້ທີ່ເຕັ້ນບໍ່ເປັນຕຸ່ນກໍ່ດຶງຂຶ້ນມາເຕັ້ນນຳ ຍິ່ງເດິກຍິ່ງມ່ວນ ຈາກທີ່ເສບສົດກໍ່ປ່ຽມາເປີດແຜ່ນຊີດີເພງແດັນພາສາ ຫຼາຍຄົນກໍ່ພາກັນເຕັ້ນມ່ວນຊື່ນ ຄົນທີ່ບໍ່ເຄີຍເຕັ້ນກໍ່ເຕັ້ນ ຕ່າງຄົນຕ່າງງັດລີລາຂອງຕົວເອງອອກມາໂຊລວດລາຍເຕັມທີ່ ຈົນບໍ່ຢາກໃຫ້ຄ່ຳຄືນນີ້ຜ່ານໄປເລີຍ ແຕ່ງານລ້ຽງກໍ່ຕ້ອງມີວັນເລີກລາ ເມື່ອຮອດເວລາ 23:30ໂມງ ສຽງດົນຕກໍ່ມິດລົງ ແຕ່ພວກເຂົາກໍ່ຍັງບໍ່ເລີກ ພວກເຂົາໄດ້ຕັ້ງກອງໄຟຂຶ້ນ ແລະ ພາກັນນັ່ງອ້ອມດີດກີ່ຕ້າຮ້ອງເພງ ເຊິ່ງມີນັກຮຽນ ມສ ປາກເຊ ມານັ່ງຮ່ວມນຳ ພວກເຂົາໄດ້ພາກັນແຮກສ່ຽວກັນ ແລກເບີໂທກັນ ຈົນຮອດເວລາ 1:00ໂມງ ຕຸ່ນບໍ່ໄຫວຢາກນອນແຮງລາວເລີຍລຸກອອກຈາກວົງຍ່າງໄປນອນກ່ອນ ໂຕ້ວ່າຈະນຳໄປແຕ່ກໍ່ຖືກສາວໂຮງຮຽນ ມສ ປາກເຊ ດຶງໄວ້ບໍ່ປ່ອຍໃຫ້ໄປເທື່ອ ເມື່ອຕຸ່ນລຸກອອກໄປກໍ່ມີນັກຮຽນຊາຍຈາກ ມສ ປາກເຊຄົນໜຶ່ງຍ່າງນຳຫຼັງຕຸ່ນໄປ ແລ້ວຍ່າງໄປຂ້າງໆຕຸ່ນຊາຍຄົນນັ້ນຊື່ທ້າວສົມຈິດ ລາວໄດ້ເວົ້າກັບຕຸ່ນວ່າ: ສາວຕຸ່ນ! ຂ້ອຍຊື່ສົມຈິດເດີ້, ຕຸ່ນໄດ້ແນມເບິ່ງໜ້າແລ້ວຍິ້ມໃສ່ຈາກນັ້ນລາວກໍ່ຖາມໄປວ່າ: ຍິນດີທີ່ໄດ້ຮູ້ຈັກ! ເຈົ້າມີຫຍັງກັບຂ້ອຍບໍ່! ສົມຈິດເບິ່ງໜ້າຕຸ່ນແບບເຂີນໆແລະເວົ້າໄປວ່າ: ສາວເຈົ້າຢ່າວ່າຂ້ອຍລ່ວງເດີ້ ຂ້ອຍຂໍຖາມແນ່ ຜູ້ຊາຍທີ່ໄປມານຳເຈົ້າຕະຫຼອດລາວແມ່ນແຟນເຈົ້າຫວາ, ຕຸ່ນກໍ່ເຮັດໜ້າງົງໆ ແລະ ຕອບໄປວ່າ: ເຈົ້າຢາກຮູ້ໄປເຮັດຫຍັງ? ສົມຈິດກໍ່ເວົ້າໄປວ່າ: ຄືຂ້ອຍສົນໃຈເຈົ້າແຕ່ຢ້ານເຈົ້າມີແຟນແລ້ວຊັ້ນດອກ! ຕຸ່ນແນມເບິ່ງໜ້າສົມຈິດເບິ່ງຮູບຮ່າງໜ້າກໍ່ໂອເຄລາວເລີຍຕອບໄປວ່າ: ລາວເປັນໝູ່ຂ້ອຍເອງ! ເທົ່ານີ້ບໍ່ທີ່ຢາກຮູ້ ຂ້ອຍຂໍຕົວໄປນອນກ່ອນເດີ້ ຝັນດີ! ສົມຈິດຮູ້ສຶກດີໃຈແຮງກ່ອນລາວຈະປ່ອຍໃຫ້ຕຸ່ນໄປນອນລາວໄດ້ຂໍເບີໂທຈາກຕຸ່ນ ແລະ ຕຸ່ນກໍ່ຈົດເບີໂທໃຫ້ ເມື່ອສົມຈິດໄດ້ເບີຕຸ່ນແລ້ວລາວກໍ່ຟ່້າວກັບໄປນັ່ງທີ່ກອງໄຟດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)