spot_img
Homeຄວາມງາມວິທີເຮັດນໍ້າຂີງປະສົມນໍ້າເຜິ້ງ ເຄື່ອງດື່ມຫຼຸດນ້ຳໜັກສຳລັບຄົນຕຸ້ຍງ່າຍ

ວິທີເຮັດນໍ້າຂີງປະສົມນໍ້າເຜິ້ງ ເຄື່ອງດື່ມຫຼຸດນ້ຳໜັກສຳລັບຄົນຕຸ້ຍງ່າຍ

Published on

ສຳລັບຄົນທີ່ຕຸ້ຍງ່າຍຈ່ອຍຍາກ ກິນໜ້ອຍກໍ່ຕຸ້ຍ ວັນນີ້ພວກເຮົາສູດເຄື່ອງດື່ມມາຝາກເປັນສູດທີ່ເຮັດໄດ້ງ່າຍຂັ້ນຕອນກໍ່ບໍ່ຫຍຸ້ງຍາກ ແຕ່ຈະເຮັດແບບໃດນັ້ນມາອ່ານກັນເລີຍ

ວິທີເຮັດນໍ້າຂີງປະສົມນໍ້າເຜິ້ງ

1 ໃຊ້ຂີງສົດ 2 ປ່ຽງນໍ້າໜັກປະມານ 10 ກຣາມ.

2 ນຳມາຊົງໃນນໍ້າອຸ່ນ 200 ມີລິລິດ ຫ້າມໃຊ້ນໍ້າຮ້ອນໂດຍເດັດຂາດ ເພາະອຸນຫະພູມສູງເກີນໄປຈະເຮັດໃຫ້ຄຸນປະໂຫຍດທີ່ແທ້ຈິງຂອງຂີງຖືກທຳຮ້າຍ.

3 ປະສົມນໍ້າເຜິ້ງ 1 ບ່ວງລົງໄປໃນນໍ້າຂີງ ຄົນໃຫ້ເຂົ້າກັນແລ້ວດື່ມ.

4 ດື່ມທຸກມື້ ມື້ລະ 3 ຄັ້ງ ຕອນເຊົ້າ 1 ຈອກ ຕອນສວຍດື່ມກ່ອນກິນອາຫານ 30 ນາທີ 1 ຈອກ ແລະກ່ອນອາບນໍ້ານອນ 1 ຈອກ.

ການດື່ມນໍ້າຂີງປະສົມນໍ້າເຜິ້ງຕິດຕໍ່ກັນພຽງ 15 ວັນກໍ່ເລີ່ມເຫັນການປ່ຽນແປງທາງຮ່າງກາຍຂອງທ່ານ ນໍ້າໜັກອາດຈະລົງໄປຮອດ 6 ກິໂລກກຣາມ ຜິວຈະນຽນລະອຽດຂຶ້ນ ຊ່ວຍກຳຈັດໄຂມັນສ່ວນເກີນ ຮອບແອວອາດຈະຫຼຸດລົງ ເມື່ອດື່ມຕໍ່ກັນໄປທຸກໆມື້ກາຍເຄິ່ງປີ ຈະຊ່ວຍຫຼຸດຈຸດດ່າງດຳເທິງໃບໜ້າ ເຮັດໃຫ້ຜິວງາມກວ່າເກົ່າ.

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...