spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ສປ ຈີນ ເຂົ້າຢ້ຽມຂ່ຳນັບ!

ປະທານປະເທດ ຕ້ອນຮັບລັດຖະມົນຕີ ກະຊວງປ້ອງກັນປະເທດ ສປ ຈີນ ເຂົ້າຢ້ຽມຂ່ຳນັບ!

Published on

ຂປລ. ​ໃນຕອນແລງຂອງ ວັນທີ 26 ພຶດສະພານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານພົນເອກ ຊາງ ວ້ານ ສວນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ຢູ່ທຳນຽບປະທານປະເທດ ນະຄອນຫລວງວຽງຈັນ, ​ໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມປ້ອງກັນປະເທດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ.

ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ການຢ້ຽມຢາມແລະເຂົ້າຮ່ວມກອງປະຊຸມຄັ້ງສຳຄັນຂອງອາຊຽນ ຂອງທ່ານ ພົນເອກ ຊາງ ວ້ານ ສວນ ພ້ອມຄະນະໃນຄັ້ງນີ້. ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ຄວາມສາມັກຄີອັນເປັນມູນເຊື້ອແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວຈີນໃຫ້ນັບມື້ດີຂຶ້ນເລື້ອຍໆ. ພ້ອມທັງເຊື່ອໝັ້ນວ່າ ຂອບການຮ່ວມມືຂອງອາຊຽນໂດຍສະເພາະວຽກງານຄວາມໝັ້ນຄົງ ຈະໄດ້ຮັບການພັດທະນາ ຍົກລະດັບໃຫ້ດີຂຶ້ນກວ່າເກົ່າ.

ທ່ານ ພົນເອກຊາງ ວ້ານ ສວນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຕໍ່ການຢ້ຽມຢາມລາວ ຂອງຄະນະຜູ້ແທນກະຊວງປ້ອງກັນປະເທດສປ ຈີນໃນຄັ້ງນີ້ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...