spot_img
Homeຂ່າວຕ່າງປະເທດພາກ​ສົ່ງອອກ​ຍີ່ປຸ່ນ​ຫຼຸ​ດຈາກ​ເງິນ​ເຢນ​ແຂງ​ຄ່າ​ຂຶ້ນ​

ພາກ​ສົ່ງອອກ​ຍີ່ປຸ່ນ​ຫຼຸ​ດຈາກ​ເງິນ​ເຢນ​ແຂງ​ຄ່າ​ຂຶ້ນ​

Published on

ຂໍ້​ມູນ​ຍີ່ປຸ່ນ​ລະບຸ​ວ່າ ພາກ​ການ​ສົ່ງ​ອອກ​ຂອງ​ຍີ່ປຸ່ນ​ຫຼຸດ​ລົງ​ໃນ​ເດືອນ​ເມສາ​ພາ​ຍຫຼັງ​ມີ​ລາຍ​ງານ​ເມື່ອ​ອາທິດ​ທີ່​ຜ່ານ​ມາ​ພົບ​ວ່າ ​ເສດຖະກິດ-ຍີ່ປຸ່ນ​ທີ່​ມີ​ຂະໜາດ​ໃຫຍ່​ອັນ​ດັບ​ສາມຂອງ​ໂລກ​ລອດ​​ຈາກ​ພາວະ​ຖົດຖອຍ​ໄດ້​​ແບບ​ຫວຸດ​ຫວິດ​ໃນ​ໄຕ​ມາດ​ທຳ​ອິດ.

ຕົວ​ເລກ​ທີ່​ຫຼຸດ​ລົງ​ຢູ່​ໃນ​ພາກ​ສົ່ງ​ອອກ​ລົດ ​ແລະ ​ເຫຼັກ​ກ້າ​ໄປ​ຕ່າງປະ​ເທດ ຂະນະ​ທີ່​ຜູ້​ຜະລິດ​ລາຍ​ໃຫຍ່​ເຊັ່ນ ​ໂຕ​​ໂຢຕ້າ​ເຕືອນວ່າ ການ​ທີ່​ຄ່າ​ເງິນ​ເຢນສູງ​ຂຶ້ນ​ສົ່ງ​ຜົນ​ຕໍ່​ການ​ສົ່ງ​ອອກ ທ່າມກາງ​ພາວະ​ຫຼຸດຜ່ອນການ​ຂະ​ຫຍາ​ຍຕົວ​ໃນ​ຈີນ ​ແລະ ການ​ພື້ນ​ຕົວ​ທາງ​ເສດຖະກິດອື່ນໆ, ນັກ​ເສດຖະສາດ​ບໍລິສັດ​ເອສ​ເອັມບີ​ຊນິກ​ໂກ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທາງ​ພາກ​ໃຕ້​ຂອງ​ຍີ່ປຸ່ນ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ປິດ​ການ​ຜະລິດ​ຕາມ​ໂຮງງານ​ທ້ອງ​ຖິ່ນ​ຊົ່ວຄາວ​ສົ່ງ​ຜົນ​ຕໍ່​ພາກ​ການ​ຜະລິດ ລັດຖະບານ​ຍີ່ປຸ່ນ​ໄດ້​ອະນຸມັດ​ເງິນ 778.000 ລ້ານ​ເຢນ ຊຶ່ງ​ເປັນ​ງົບປະມານ​ພິ​ເສດ​ເພື່ອ​ຟື້ນ​ຟູ​ຜົນ​ກະທົບ​ຈາກ​ໄພພິບັດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...