spot_img
Homeຂ່າວນໍ້າຖ້ວມສະແດງສີລະປະຫວຽດນາມສະຫລອງວັນຄ້າຍວັນເກີດປະທານໂຮ່ຈີ່ມິນ ທີ່ນະຄອນຫລວງວຽງຈັນ

ສະແດງສີລະປະຫວຽດນາມສະຫລອງວັນຄ້າຍວັນເກີດປະທານໂຮ່ຈີ່ມິນ ທີ່ນະຄອນຫລວງວຽງຈັນ

Published on

ງານສະແດງສີລະຫວຽດນາມ ເພື່ອເຫລີມສະຫລອງ ວັນຄ້າຍວັນເກີດປະທານໂຮ່ຈິ່ມິນ ຄົບຮອບ 126 ປີ (19/5/1890-19/5/2016), ໄດ້ຈັດຂຶ້ນໃນຄ່ຳຄືນຂອງວັນທີ 19 ພຶດສະພານີ້, ທີ່ຫໍວັດທະນະ ທຳແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຮວ່າງ ຊວນ ຫາຍ ອັກຄະລັດຖະທູດຫວຽດ ນາມ ປະຈຳລາວ ພ້ອມມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ການສະແດງສີລະປະດັ່ງກ່າວ, ໄດ້ປະສົມປະສານລະຫວ່າງ ວັດທະນະທຳລາວ ແລະ ຫວຽດ ນາມ ເຂົ້າກັນ ໂດຍຜ່ານສຽງເພງ ແລະ  ບົດຟ້ອນອັນອ່ອນຊ້ອຍງົດງາມ, ສ້າງຄວາມປະທັບໃຈແກ່ຜູ້ຊົມເປັນ

ຢ່າງຍິ່ງ  ເກືອບ 20 ລາຍການ, ເຊິ່ງສ່ວນໃຫຍ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກ, ຄວາມເຄົາລົບຂອງປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີຕໍ່ປະທານໂຮ່ຈິ່ມິນ ແລະ ການສ້າງສາພັດທະ ນາປະເທດຊາດ ພ້ອມນັ້ນ ຍັງເປັນການແລກປ່ຽນສິລະປະວັດທະນະທຳ ລະຫວ່າງສອງປະເທດ, ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃຫ້ນັບມື້ແຕກດອກອອກຜົນຫງອກງາມຍິ່ງຂຶ້ນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...