spot_img
Homeຂ່າວການພັດທະນາສະໝາມກິລາເປີດ-ປິດ ຄັງໜອງຫລວງ ສຳເລັດ 30% ກຽມຮອງຮັບ ມະຫາກຳກິລາແຫ່ງຊາດ ຢູ່ແຂວງຊຽງຂວາງ

ສະໝາມກິລາເປີດ-ປິດ ຄັງໜອງຫລວງ ສຳເລັດ 30% ກຽມຮອງຮັບ ມະຫາກຳກິລາແຫ່ງຊາດ ຢູ່ແຂວງຊຽງຂວາງ

Published on

ຂປລ. ​ໂຄງການກໍ່ສ້າງສະໜາມກິລາເປີດປິດ ຄັງໜອງຫລວງແຂວງຊຽງຂວາງ ເພື່ອກະກຽມຄວາມພ້ອມ ໃນການເປັນເຈົ້າພາບ ຈັດງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ​ເຊິ່ງຈະຈັດຂຶ້ນໃນ​ ​ປີ 2018 ທີ່ຈະມາເຖິງ. ​ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 1 ຕຸລາ 2015 ມາຮອດປະຈຸບັນ ໂຄງການດັ່ງກ່າວ ໄດ້ສຳເລັດແລ້ວ 30% ຂອງໂຄງການ ​ໂດຍແມ່ນ​ບໍລິສັດດາວພວນ ສຳຫລວດອອກແບບ ແລະ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ​. ລວມມູນຄ່າກໍ່ສ້າງທັງໝົດ 215 ຕື້ກວ່າກີບ ເປັນງົບປະມານຂອງລັດຖະບານ.

ໂຄງ​ການ​ດັ່ງກ່າວ ມີເນື້ອ​ທີ່ການກໍ່ສ້າງ​ 350.000 ຕາເມັດ, ສາ​ມາດບັນຈຸ​​ນັກກິລາ ແລະ ຜູ້ຊົມ 11.000 ຄົນ. ​ປະຈຸບັນກຳລັງສຸມໃສ່ໂຄງສ້າງອັດສະຈັນ (ບ່ອນນັ່ງ) ໃຫ້ໄປຕາມແຕ່ລະໜ້າວຽກ​, ໄປຕາມແຜນປະຕິບັດໄດ້ຕາມຄາດໝາຍທີ່ທາງແຂວງ ໄດ້ມີການລົງກວດກາ ແລະ ຕິດຕາມແຕ່ລະໜ້າວຽກ ເພື່ອໃຫ້ຖືກຕາມເຕັກນິກ​ 

ທ່ານ ບຸນ​ປະເສີດ ເຂັມທອງ ວິຊາການພາກສະໝາມກິລາເປີດປິດ ຄັງໜອງຫລວງ ໄດ້ກ່າວວ່າ: ແຜນການກໍ່ສ້າງສະໝາມກິລາເປີດປິດແມ່ນໃຫ້ສຳເລັດໃນທ້າຍປີ 2017 ເພື່ອກຽມພ້ອມຮອງຮັບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປີ 2018 ພ້ອມໄຂຂຶ້ນທີ່ແຂວງຊຽງຂວາງ.

151

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...