spot_img
HomeມູມໄອທີລາວSony ປ່ອຍໃຫ້ອັບເດດ Android 4.4 ໃຫ້ກັບເຄື່ອງ XPERIA Z, ZL ZR

Sony ປ່ອຍໃຫ້ອັບເດດ Android 4.4 ໃຫ້ກັບເຄື່ອງ XPERIA Z, ZL ZR

Published on

ຫຼັງຈາກທີ່ໄດ້ຖ້າກັນມາກດົນນານສຳລັບແຟນໆໂຊນີ ສຳລັບການອັບເດດຂອງເຄື່ອງ XPERIA ຕະກຸນ Z ຈາກຊ່ວງເຄິ່ງປີທຳອິດຂອງປີ 2013 ເຊິ່ງປະກອບໄປດ້ວຍ Z, ZL, ZR ແລະ Tablet Z ໃນທີ່ສຸດທາງ Sony ກໍໄດ້ອອກປະກາດເລີ່ມຂະບວນການອັບເດດຊ໋ອບແວ Android 4.4 Kitkat ຢ່າງເປັນທາງການສະເພາະບາງປະເທດເດີ້ ແລະກໍຄ່ອຍໆອັບເດດໃຫ້ແຕ່ລະຕະຫຼາດຕໍ່ໄປ

ໂດຍການອັບເດດ Android 4.4 Kitkat ສຳລັບ XPERIA Z, ZL, ZR ແລະ Tablet Z ມີດັ່ງນີ້:

– ຊຸດຊ໋ອບແວພື້ນຖານ Android 4.4 Kitkat ເພີ່ມປະສິດຕິພາບການເຮັດວຽກໂດຍພາບລວມ
– ປັບປຸງໜ້າຕາສ່ວນຕິດຕໍ່ຜູ້ໃຊ້ງານໂດຍພາບລວມໃຫ້ມີແນວທາງດຽວກັນກັບ UI PS4
– ປັບປຸງສ່ວນຂອງ Status Bar ແລະ Quick Settings ໃຫ້ສອດຄ່ອງກັບຂໍ້ມູນກຳນົດພື້ນຖານ
– ຜູ້ໃຊ້ງານສາມາດຈັດການບໍລິຫານການແຈ້ງເຕືອນຈາກແອັບພິເກຊັ່ນໄດ້ຕາມຕ້ອງການ
– ປັບປຸງແອັບພິເກຊັ່ນພື້ນຖານ Messaging, Email, Smart Social Camera ແລະ STAMINA Mode
– ເພີ່ມການໃຊ້ງານແບບກຸ່ມເມກໃຫ້ກັບແອັບພິເກຊັ່ນເພື່ອຄວາມບັນເທີງ Album, Movies ແລະ WALKMAN
– ເພີ່ມການສະໜັບສະໜູນການໃຊ້ງານ SmartWear Experience ຂອງ SmartBand ແລະ Lifelog app

ແລະສຳລັບກຳນົດການອັບເດດຕໍ່ໄປນັ້ນຈະເປັນໃນສ່ວນຂອງເຄື່ອງ XPERIA T2 Ultra, M2 ແລະ E1 ທີ່ມີແຜນຄາວໆ ຢູ່ໃນຊ່ວງເດືອນກໍລະກົດ ທາງ Sony ຈະມາແຈ້ງລາຍລະອຽດເພີ່ມຕື່ມອີກເທື່ອໜຶ່ງ

ທີ່ມາ: sonymobileblog

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...