spot_img
Homeເກັບຕົກ-ເລື່ອງແປກແບ້ສູ້ຊີວິດ! ເຖິງເກີດມາພິການ ແຕ່ເຝິກຍ່າງສອງຂາ ຈົນໄປມາໄດ້ຢ່າງຄ່ອງແຄ້ວ! (ເບິ່ງຄລິບ)

ແບ້ສູ້ຊີວິດ! ເຖິງເກີດມາພິການ ແຕ່ເຝິກຍ່າງສອງຂາ ຈົນໄປມາໄດ້ຢ່າງຄ່ອງແຄ້ວ! (ເບິ່ງຄລິບ)

Published on

ສຳນັກຂ່າວຂອງຈີນຫລາຍແຫ່ງ ໄດ້ລາຍງານໃນວັນທີ 17 ພຶດສະພານີ້ ກ່ຽວກັບແບ້ໂຕໜຶ່ງ ຢູ່ແຂວງຢູນນານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ທີ່ເກີດມາພ້ອມກັບຄວາມພິການ ແຕ່ມັນສາມາດຮຽນຮູ້ ໃນການຍ່າງສອງຂາຢ່າງຄ່ອງແຄ້ວໄດ້ ໂດຍຊາວບ້ານໃນເມືອງຊິນຜິງ ແຂວງຢູນນານ ໄດ້ພາກັນເອີ້ນແບ້ໂຕນີ້ວ່າ ” ຢັງ ຈ້ຽນ ສຽງ ” ຊຶ່ງມີຄວາມໝາຍວ່າ ແບ້ທີ່ມີຈິດໃຈແຮງກ້າ ຫລັງຈາກທີ່ມັນເກີດມາ ໃນວັນທີ 20 ທັນວາ 2015 ແຕ່ມີສອງຂາຫລັງ ມີລັກສະນະນ້ອຍລີບ ຈົນບໍ່ສາມາດໃຊ້ຍ່າງໄດ້.

ຢ່າງໃດກໍຕາມ ແບ້ໂຕດັ່ງກ່າວນີ້ ສາມາດຢືນດ້ວຍສອງຂາໜ້າຂອງມັນ ນັບຕັ້ງແຕ່ມື້ທຳອິດທີ່ມັນເກີດ ແລະ ປະມານໜຶ່ງອາທິດຕໍ່ມາ ມັນກໍສາມາດຍ່າງໄປກັບຝູງໄດ້ ດ້ວຍສອງຂາຢ່າງເປັນປົກກະຕິດີ.

559000005079301

559000005079302

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...