spot_img
Homeຂ່າວການພັດທະນານ.ວ ວາງແຜນກຳຈັດຂີ້ເຫຍື້ອ ຕັ້ງເປົ້າສ້າງໂຮງງານແກ໊ສຊີວະພາບ ຜະລິດຈາກເສດອາຫານ!

ນ.ວ ວາງແຜນກຳຈັດຂີ້ເຫຍື້ອ ຕັ້ງເປົ້າສ້າງໂຮງງານແກ໊ສຊີວະພາບ ຜະລິດຈາກເສດອາຫານ!

Published on

ປັດຈຸບັນປະລິມານຂີ້ເຫຍື້ອ ນັບມື້ມີຈຳນວນເພີ່ມຂຶ້ນ, ຂີ້ເຫຍື້ອບາງປະເພດກໍເນົ່າເປື່ອຍຍາກ, ສົ່ງກິ່ນເໝັນ ທີ່ທຳລາຍລະບົບນິເວດ ແລະ ສິ່ງແວດລ້ອມ, ແຕ່ສະໜາມກຳຈັດ ພັດຢູ່ໃນວົງແຄບລົງໂດຍສະເລ່ຍໃນອະນາຄົດ ພາຍໃນສະໜາມກຳຈັດຂີ້ເຫຍື້ອຫລັກ 32 ສາມາດບັນຈຸຂີ້ເຫຍື້ອໄດ້ ໃນໄລຍະປະມານສິບກວ່າປີເທົ່ານັ້ນ, ໃນເນື້ອທີ່ 100 ເຮັກຕາ. ສະເພາະນະຄອນຫລວງວຽງຈັນ ມີຂີ້ເຫຍື້ອປະມານ 300-350 ໂຕນຕໍ່ວັນ, ທີ່ສາມາດເກັບມ້ຽນ ແລະ ຂົນໄປກຳຈັດ ໂດຍຮູບແບບຝັງຖົມຢູ່ສະໜາມຫລັກ 32 ໄດ້ປະມານ 220-230 ໂຕນຕໍ່ວັນ, ສ່ວນທີ່ເຫລືອ ແມ່ນປະຊາຊົນ ນຳໄປຖິ້ມຈູດ ແລະ ຝັງ.


ທ່ານ
ພູດອນ ເມກສະຫວັນ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ຫລື ອພບ ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວ ຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນວຽກຮັກສາຄວາມສະອາດ ຂອງຕົວເມືອງປະກອບມີ: ການອະນາໄມປັດກວາດເສັ້ນທາງ ໃນຈຳນວນ 9 ເສັ້ນທາງຫລັກໃນຕົວເມືອງ, ມີການອະນາໄມດູດຝຸ່ນ, ລ້າງທາງດ້ວຍກົນຈັກ, ວຽກເກັບມ້ຽນ ຂີ້ເຫຍື້ອຄົວເຮືອນ ແລະ ຂີ້ເຫຍື້ອ ສາທາລະນະທີ່ກວມເອົາ 34,39% ໃນຂອບເຂດບໍລິການ ທີ່ເຂົ້າເຖິງໃນ 8 ຕົວເມືອງ. ນອກຈາກນັ້ນກໍຍັງມີຂີ້ເຫຍື້ອນອກລະບົບຈຳນວນຫລາຍ ທີ່ນຳໄປຖິ້ມຊະຊາຍ ແລະ ອື່ນໆ.

ຈາກບັນຫາຂີ້ເຫຍື້ອທີ່ນັບມື້ເພີ່ມຂຶ້ນ ແລະ ຍ່ອຍສະຫລາຍຍາກນັ້ນ ພວກເຮົາຈຶ່ງມີການວາງແຜນໃນຕໍ່ໜ້າ ໂດຍຈະໄດ້ຄົ້ນຄວ້າ ແລະ ສຶກສາຄວາມເປັນໄປໄດ້, ຮ່ວມມືກັບຊ່ຽວຊານຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນຳໃຊ້ຂີ້ເຫຍື້ອຄືນໃໝ່ເຊັ່ນ: ເຈ້ຍ, ຕຸກຢາງ, ຖົງຢາງ, ແກ້ວ ແລະ ອື່ນໆ. ທາງອົງການພວມປຶກສາຫາລື ເພື່ອກ້າວໄປເຖິງການສ້າງຕັ້ງ ໂຮງງານຜະລິດແກ໊ສຊີວະພາບ ຈາກເສດອາຫານທີ່ມາຈາກບ້ານພັກ, ໂຮງແຮມ ແລະ ຕະຫລາດຕ່າງໆພ້ອມນີ້ຍັງໄດ້ຮັບການຊ່ວຍເຫລືອຈາກອົງການໄຈກາ ໃນການຈັດຕັ້ງປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ, ໃນໄລຍະປີ 2016- 2018 ເຊິ່ງປະກອບມີ 3 ວຽກງານຄື: ການບໍລິການຂົນສົ່ງຂີ້ເຫຍື້ອ, ການຄັດແຍກຂີ້ເຫຍື້ອ ແລະ ປູກຈິດສຳນຶກ ໃຫ້ສັງຄົມໄດ້ຮັບຮູ້ ກ່ຽວກັບບັນຫາຂີ້ເຫຍື້ອ ແລະ ຜົນກະທົບຂອງມັນ. ແຕ່ສິ່ງທີ່ທ້າທາຍ ໃນປັດຈຸບັນແມ່ນບັນຫາດ້ານແຮງງານ ແລະ ງົບປະມານທີ່ບໍ່ພຽງພໍ, ການຂົນສົ່ງຫີນຊາຍ ຕ່າງໆທີ່ສ້າງຄວາມເປິເປື້ອນ ຕາມເສັ້ນທາງ ແລະ ແຫລ່ງນ້ຳທີ່ຄວນມີຕາມແຕ່ລະຈຸດໃນຕົວເມືອງ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...