spot_img
Homeຄວາມງາມສູດລຶບຮອຍຕີນກາເທິງໃບໜ້າດ້ວຍວິທີທຳມະຊາດ

ສູດລຶບຮອຍຕີນກາເທິງໃບໜ້າດ້ວຍວິທີທຳມະຊາດ

Published on

ເຄັດລັບຄວາມງາມວັນນີ້ ເຮົາຈະມາເວົ້າເຖິງ ສູດລຶບຮອຍຕີນກາເທິງໃບໜ້າດ້ວຍວິທີທຳມະຊາດ ເຊິ່ງສູດນີ້ອາດຈະເຫັນຜົນຊ້າ ບໍ່ໄດ້ດັ່ງໃຈເຊັ່ນການໃຊ້ຄີຣມ ຫຼື ສານອື່ນໆເຂົ້າຊ່ວຍ ແຕ່ບອກເລີຍວ່າປອດໄພສຳລັບໃບໜ້າຂອງທ່ານແນ່ນອນ

ສິ່ງທີ່ຕ້ອງກຽມມີ: 
ນ້ຳໝາກນາວ 1 ບ່ວງແກງ
ນ້ຳເຜິ້ງ 1 ບ່ວງແກງ
ໄຂ່ແດງ 1 ໜ່ວຍ
ແປ້ງສາລີ 2 ບ່ວງແກງ
ວິທີເຮັດ ແລະ ວິທີໃຊ້
1 ລ້າງໃບໜ້າຂອງທ່ານໃຫ້ສະອາດ ແລະ ເຊັດໃຫ້ແຫ້ງ
2 ປະສົມສ່ວນປະກອບທຸກຢ່າງໃຫ້ເຂົ້າກັນ
3 ຫຼັງຈາກປະສົມແລ້ວ ນຳສິ່ງທີ່ໄດ້ມາພອກໜ້າ ປະໄວ້ 15 ນາທີ
4 ຈາກນັ້ນກໍ່ລ້າງອອກດ້ວຍນ້ຳສະອາດ
5 ສູດນີ້ທ່ານຄວນເຮັດອາທິດລະ 2 ຄັ້ງ ກໍ່ຈະເຫັນຜົນດີ

ສຳລັບຄົນທີ່ຢາກງາມ ພ້ອມທັງຢາກປອດໄພຈາກສານເຄມີ ບໍ່ຢາກສ່ຽງກັບບັນຫາໜ້າເກີດພູມແພ່ຈາກເຄື່ອງສຳອາງກໍ່ສາມາດເອົາໄປລອງເຮັດໄດ້ ແຕ່ຂໍບອກວ່າຖ້າຢາກໜ້າເດັ້ງ,ງາມດົນງາມທົນ,ປອດໄພ ສູດລຶບຮອຍຕີນກາເທິງໃບໜ້າດ້ວຍວິທີທຳມະຊາດນີ້ອາດເປັນຄຳຕອບໜຶ່ງໃນທາງເລືອກຂອງທ່ານ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...