spot_img
Homeຂ່າວເຫດການລາວເຂົ້າຮ່ວມຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ ທີ່ກວາງໂຈ ປະເທດຈີນ!

ລາວເຂົ້າຮ່ວມຫາລືສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ ທີ່ກວາງໂຈ ປະເທດຈີນ!

Published on

ຂປ​ລ. ຄະນະ​ຜູ້​ແທນ​ລາວ ນຳ​ໂດຍ ທ່ານ ສົງການ ຫລວງມຸນິນທອນ ຫົວໜ້າ ກົມເສດຖະກິດ, ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສ ອາເຊັມ ສປປ ລາວ ​ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ສື່ມວນຊົນອາເຊັມ ວ່າດ້ວຍການເຊື່ອມຈອດ (ASEM Media Dialogue on Connectivity), ໃນວັນທີ 9-10 ພຶດສະພາ 2016, ທີ່ ກວາງໂຈ, ສປ ຈີນ. ເພື່ອປຶກສາຫາລື, ລະດົມ ແລະ ແລກປ່ຽນຄໍາຄິດຄຳເຫັນ ຂອງບັນດານັກຂ່າວ, ນັກຄົ້ນຄວ້າ, ໜ່ວຍງານຄັງສະໜອງ ແລະ ວິຊາການດ້ານສື່ມວນຊົນ ຈາກທະວີບອາຊີ-ເອີຣົບ ເພື່ອຊຸກຍູ້ ແລະ ຜັນຂະຫຍາຍ ບົດບາດຂອງສື່ມວນຊົນ ດ້ານການເຊື່ອມຈອດ ອາເຊັມ ໃນຍຸກນະວັດຕະກຳ ເຕັກ​ໂນໂລຊີ ແລະ ພ້ອມທັງການ ໂຄສະນາເຜີຍແຜ່ ຄວາມເຂົ້າໃຈ ກ່ຽວກັບ ການເປັນຄູ່ຮ່ວມມື ຮອບດ້ານຂອງອາເຊັມ.

ໃນກອງປະຊຸມ, ຫົວໜ້າເຈົ້າໜ້າທີ່ ອາວຸໂສອາເຊັມລາວ ໄດ້ປະກອບຄຳເຫັນ ໃນວາລະຄົບຄະນະ (Plenary session: ASEM Connectivity Today and Tomorrow), ກ່ຽວກັບບົດບາດຄວາມສຳຄັນ ຂອງການເຊື່ອມຈອດ ໃນການສົ່ງເສີມ ການຮ່ວມມືເສດຖະກິດ ແລະ ການພັດທະນາ ແບບຍືນຍົງ, ບົດບາດຂອງສື່ມວນຊົນ ໃນການຮ່ວມມືລະຫວ່າງ ສອງທະວີບດ້ານ ການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງ ການຮ່ວມມືຂອງອາເຊັມ ທີ່ມີໜາກຜົນຕົວຈິງ ໃນອະນາຄົດ ໂດຍຜ່ານບັນດາ ແຜນງານ ແລະ ຂໍ້ລິເລີ່ມດ້ານການ ເຊື່ອມຈອດທີ່ມີ ປະສິດທິພາບ ຂອງສອງພາກພື້ນ ອາຊີ-ເອີຣົບ. ພ້ອມດຽວກັນນັ້ນ, ຕາງໜ້າຈາກ ຂະແໜງການສື່ມວນຊົນ ຂອງລາວ ກໍໄດ້ປະກອບຄຳເຫັນ ປຶກສາຫາລືໃນວາລະທີ 1 ກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງສື່ມວນຊົນ ຕໍ່ພາກເອກະຊົນ.

​ໃນ​ໂອກາດ​ດຽວ​ກັນ, ທ່ານຫົວໜ້າເຈົ້າໜ້າທີ່ ອາວຸໂສອາເຊັມ ສປປ ລາວ ໄດ້​ພົບປະ ສອງຝ່າຍກັບເຈົ້າໜ້າທີ່ ອາວຸໂສອາເຊັມ ສປ ຈີນ ແລະ ປາກີສະຖານ ​ເພື່ອ​ປຶກສາ​ຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງກັບການກະກຽມເນື້ອໃນ ສຳລັບກອງປະຊຸມ ສຸດຍອດອາເຊັມ ຄັ້ງທີ 11 ​ເຊິ່ງຈະຈັດຂຶ້ນ ໃນເດືອນ ກໍລະກົດ 2016.

ຜົນສຳເລັດ ຂອງກອງປະຊຸມ ປຶກສາຫາລື ສື່ມວນຊົນດັ່ງກ່າວ ແມ່ນຂໍ້ລິເລີ່ມ ໃນການກຳນົດວິໄສທັດ ແລະ ທິດທາງດ້ານການ ຮ່ວມມືສື່ມວນຊົນ ອາເຊັມ ວ່າດ້ວຍການເຊື່ອມຈອດ ເພື່ອປະກອບສ່ວນໃຫ້ການ ສະເຫລີມສະຫລອງ ການສ້າງຕັ້ງອາເຊັມ ຄົບຮອບ 20 ປີ ແລະ ນຳໄປລາຍງານ ຮັບຮອງເອົາໃນກອງປະຊຸມ ເຈົ້າໜ້າທີ່ ອາວຸໂສອາເຊັມ ທີ່ມົງໂກລີ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...