spot_img
Homeຂ່າວເຫດການປະທານປະເທດ ຕ້ອນຮັບຄະນະຜູ້ແທນ ກະຊວງຕໍາຫລວດ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບຄະນະຜູ້ແທນ ກະຊວງຕໍາຫລວດ ສສ ຫວຽດນາມ

Published on

ຂປລ. ຕອນ​ບ່າຍ​ຂອງວັນ​ທີ 10 ພຶດ​ສະພາ 2016 ນີ້ ທີ່​ທໍານຽບປະທານ​ປະ​ເທດ (ຫໍ​ຄໍາ) ທ່ານ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ປະຊາຊົນ ປະຕິວັດ​ລາວ ປະທານ​ປະ​ເ​ທດ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບຂອງ ທ່ານ ພົນ​ໂທ ​ໂຕ​ເລິມ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູນິດ​ ຫວຽດນາມ, ລັດຖະມົນຕີ​ວ່າການ​ກະຊວງ​ຕໍາຫລວດ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທີ 10-11 ​ພືດ​ສະພາ 2016 ນີ້.

​ໃນ​ໂອກາດ​ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ພົນ​ໂທ ​ໂຕ​ເລິມ ​ແລະ ​ຄະນະ​ ​ທີ່​ໄດ້​ເດີນທາງ​ມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ອ້າຍ​ນ້ອງ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງ​ໆຂຶ້ນ. ​ໂດຍ​ສະ​ເພາະ ​​ແມ່ນ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ ສປປ ລາວ ​ແລະ ກະຊວງ​ຕໍາຫລວດ ສສ ຫວຽດນາມ ​ໃຫ້​​ນັບ​ມື້ເຂົ້າ​ສູ່​ລວງ​ເລິກ​.

ໃນໂອກາດ​ດຽວ​ກັນ ທ່ານ ພົນ​ໂທ ​ໂຕ​ເລິມ ກໍ​ໄດ້​ຕາງ​ໜ້າຄະນະ​ຜູ້​​ແທນກະຊວງ​ຕໍາຫລວດ ສສ ຫວຽດນາມ ສະ​ແດງ​ຄວາມ​​ຂອບ​ໃຈ​ເປັນ​ຢ່າງ​ສູງຕໍ່ ທ່ານ ບຸນ​ຍັງ ວໍລະ​ຈິດ ​ທີ່ໄດ້​​ໃຫ້ການຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ພ້ອມ​ທັງ​ແຈ້ງ​​ໃຫ້​ຊາບ​ເຖິງ ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ຄັ້ງ​ນີ້​ດ້ວຍ.

 

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...