Homeຂ່າວຕ່າງປະເທດຫວຽດນາມພົບ ຜູ້ຕິດເຊື້ອໄວຣັສຊິກ້າ ລາຍທີ 3 ພາຍໃນປະເທດ!

ຫວຽດນາມພົບ ຜູ້ຕິດເຊື້ອໄວຣັສຊິກ້າ ລາຍທີ 3 ພາຍໃນປະເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພານີ້ວ່າ ກະຊວງສາທາລະນະສຸກຫວຽດນາມ ຢືນຢັນພົບຄົນຕິດເຊື້ອໄວຣັສຊິກ້າ ຊຶ່ງເປັນຍິງຊາວເກົາຫລີ ອາຍຸ 25 ປີ ທີ່ເຂົ້າມາເຮັດວຽກ ຢູ່ນະຄອນໂຮ່ຈິມິນໄດ້ເກືອບ 1 ເດືອນມາແລ້ວ ແລະ ກາຍເປັນຄົນທີ 3 ທີ່ຕິດເຊື້ອດັ່ງກ່າວຢູ່ຫວຽດນາມ ພາຍຫລັງທີ່ພົບຄົນຕິດເຊື້ອໄວຣັສຊິກ້າ 2 ຄົນ ເມື່ອເດືອນເມສາທີ່ຜ່ານມາ.

ປັດຈຸບັນເຈົ້າໜ້າທີ່ທາງການຂອງຫວຽດນາມ ແລະ ເກົາຫລີ ໄດ້ພະຍາຍາມຊອກຫາຂໍ້ມູນລະອຽດ ກ່ຽວກັບສະຖານທີ່ຕ່າງໆ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ພ້ອມທັງໄດ້ມີການຊອກຫາບຸກຄົນຕ່າງໆ ທີ່ໄດ້ພົບປະກັບຜູ້ກ່ຽວ ໃນໄລຍະເກືອບ 1 ເດືອນຜ່ານມາ.

 

 

 
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...