spot_img
Homeຂ່າວການພັດທະນາອາ​ຊຽນ​ຮ່ວມ​ຫາ­ລື​ບັນ­ດາ​ໜ້າ​ວຽກຂອງ​ຄະ­ນະ​ກຳ­ມະ­ການຜູ້­ຕາງ­ໜ້າ​ຖາ­ວອນ

ອາ​ຊຽນ​ຮ່ວມ​ຫາ­ລື​ບັນ­ດາ​ໜ້າ​ວຽກຂອງ​ຄະ­ນະ​ກຳ­ມະ­ການຜູ້­ຕາງ­ໜ້າ​ຖາ­ວອນ

Published on

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຜູ້ຕາງ­ໜ້າ​ຖາ­ວອນ​ປະ­ຈຳ​ອາ​ຊຽນຄັ້ງ​ທີ 7 (7/2016 CPR Meeting) ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 5 ພຶດ­ສະ­ພາ 2016 ທີ່​ໂຮງແຮມ​ຫຼວງ​ພະ​ບາງ​ວິວ ແຂວງ​ຫຼວງ​ພະບາງພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງທ່ານ ລັດ­ສະ­ໝີ ແກ້ວ​ມະ­ນີ ເອກ​ອັກ​ຄະ​ລັດຖະ​ທູດ, ຜູ້­ຕາງ­ໜ້າ​ຖາ­ວອນ​ແຫ່ງ ສປປ ລາວ ປະ­ຈຳ​ອາ​ຊຽນໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນ­ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້­ຕາງ­ໜ້າ​ຖາ­ວອນ​ປະ­ເທດ​ສະ­ມາ­ຊິກ​ອາຊຽນ, ຮອງ​ເລ­ຂາ­ທິ­ການ​ໃຫຍ່​ອາ​ຊຽນ​ຮັບ​ຜິດຊອບ​ວຽກ​ເສົາ­ຄ້ຳ​ການ­ເມືອງ-ຄວາມໝັ້ນ­ຄົງ, ພະ­ນັກ­ງານ​ການ​ທູດ​ຈາກ​ບັນ­ດາປະ­ເທດ​ສະ­ມາ­ຊິກ ແລະ​ພະ­ນັກ­ງານ​ວິ­ຊາການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ຈຸດ­ປະ­ສົງ​ຫຼັກ​ຂອງ​ກອງ​ປະ­ຊຸມ​ຄັ້ງທີ 7 ປະ­ຈຳ​ປີ 2016 ນີ້​ແມ່ນ​ເລັງ​ໃສ່​ສືບຕໍ່​ປຶກ­ສາ​ຫາ­ລື​ບັນ­ດາ​ໜ້າ​ວຽກ​ປົກ­ກະ­ຕິ ຂອງ​ຄະ­ນະ​ກຳ­ມະ­ການ​ຜູ້­ຕາງ­ໜ້າ​ຖາວອນ ແລະ​ກະ­ກຽມ​ເນື້ອ​ໃນ​ໃຫ້​ແກ່​ບັນ­ດາກອງ​ປະ­ຊຸມ​ລະ­ດັບ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ອາຊຽນ (ASEAN SOM), ກອງ​ປະ­ຊຸມເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ອາ​ຊຽນ​ບວກ​ສາມ (APTSOM), ກອງ​ປະ­ຊຸມ​ລະ­ດັບ​ເຈົ້າໜ້າ​ທີ​ອາ­ວຸ­ໂສ​ກອງ​ປະ­ຊຸມ​ສຸດ​ຍອດ​ອາຊີ​ຕາ­ເວັນ​ອອກ (EASSOM) ແລະ ກອງ​ປະ­ຊຸມ​ລະ­ດັບ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ເວ­ທີ ປຶກ­ສາ​ຫາ­ລື​ພາກ​ພື້ນ​ອາ​ຊຽນ (ARF SOM) ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 6-8 ພຶດ­ສະ­ພາ 2016 ທີ່ ເມືອງ​ຫຼວງພະ​ບາງ.

ນອກ­ຈາກ​ນີ້ພາຍ­ຫຼັງ​ສຳ­ເລັດ​ກອງປະ­ຊຸມ​ຂອງ​ຕົນ, ຄະ­ນະ​ກຳ­ມະ­ການ​ຜູ້ຕາງ­ໜ້າ​ຖາ­ວອນ​ຈະ​ໄດ້​ສືບ­ຕໍ່​ຈັດ​ກອງປະ­ຊຸມ​ເຈລະ­ຈາ​ກັບ​ຣັດ​ເຊຍຊຶ່ງ​ໄດ້​ສຸມ​ໃສ່ການ​ຮ່າງ 2 ເອ­ກະ­ສານ​ສຳ­ຄັນ​ທີ່​ຈະ​ຮັບຮອງ​ເອົາ​ຢູ່​ໃນ​ກອງ​ປະ­ຊຸມ​ສຸດ​ຍອດ​ສະ ເຫຼີມ​ສະ­ຫຼອງ​ການ​ພົວ­ພັນ​ຮ່ວມ​ມື​ອາຊຽນ-ຣັດ​ເຊຍຄົບ­ຮອບ 20 ປີ​ທີ່​ຈະ​ຈັດຂຶ້ນ​ໃນ​ວັນ​ທີ 19-20 ພຶດ­ສະ­ພາ​ທີ່​ໂຊ​ຈິ,ຣັດ​ເຊຍ​ຄື: (1) ຮ່າງ​ຖະ­ແຫຼງ­ການໂຊ​ຈິວ່າ​ດ້ວຍ​ການ​ສະ­ເຫຼີມ­ສະ­ຫຼອງ​ການ​ພົວພັນ​ອາ​ຊຽນ-ຣັດ​ເຊຍຄົບ­ຮອບ 20 ປີ ແລະ (2) ແຜນ​ປະ­ຕິ­ບັດ​ງານ​ອາ​ຊຽນ-ຣັດ​ເຊຍສະ­ບັບ​ໃໝ່​ສຳ­ລັບ​ໄລ­ຍະ​ປີ 2016-2020.

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຜູ້​ຕາງໜ້າ​ຖາ­ວອນ​ປະ­ຈຳ​ອາ​ຊຽນ​ຈັດ​ຂຶ້ນ​ສອງຄັ້ງ​ຕໍ່​ເດືອນແລະ​ຄັ້ງ​ຕໍ່​ໄປ(8/2016)ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ພຶດ­ສະ­ພາ 2016 ທີ່​ຈາ​ກາກ​ຕາປະ­ເທດ​ອິນ​ໂດ​ເນ​ເຊຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...