ຈາກໂທດ 4 ປີ ສານຕັດສິນເພີ່ມອີກ ເປັນ​ 5 ປີ 11 ​ເດືອນ ຍ້ອນລັກລອບຊື້-ຂາຍຢາບ້າ ໃນຄຸກ!

ວັນ​ທີ 3 ພຶດສະພາ​ຜ່ານ​ມາ​ນີ້, ສານ​ປະຊາຊົນ​ຂັ້ນ​ຕົ້ນ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ ​ທ້າວ ເພັດ​ສາຄອນ ຫລື ກີ້ ອາຍຸ 21 ປີ ຢູ່​ບ້ານ​ໜອງ​ພະຍາ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ຕື່ມ​ອີກ 5 ປີ 11 ​ເດືອນ, ພາຍຫລັງ​ຜູ້ກ່ຽວ​ລັກລອບ​​ເຄື່ອນ​ໄຫວ​ຊື້-ຂາຍ​ຢາ​ບ້າ ຢູ່​ພາຍ​ໃນ​ຄ້າຍ​ຄຸມ​ຂັງ.

ທ້າວ ​ເພັດ​ສາລີ ​ຮັບ​ສາລະ​ພາບ​ວ່າ: ​​ເມື່ອ​ວັນ​ທີ 10 ຕຸລາ​ 2011 ຜ່ານ​ມາ, ຖືກ​​ເຈົ້າ​ໜ້າ​ທີ່​ກັກ​ຕົວ​ ໃນ​ຂໍ້​ຫາ​ລັກ​ຊັບ​ພົນ​ລະ​ເມືອງ, ຖືກ​ສານ​ຕັດສິນ​​ໃຫ້​ຈຳ​ຄຸກ​ເປັນ​ເວລາ 4 ປີ, ​ໃນ​ຂະ​ນະ​ປະຕິບັດ​ໂທດ​ຢູ່​ນັ້ນ ຕົນ​ໄດ້​ຮູ້ຈັກ​ກັບ​ທ້າວ ວັນ​ດີ ຫລື ​ແຫລ້, ​ຊຶ່ງ​ເປັນ​ນັກ​ໂທດ​ຫ້ອງ​ຂັງ​ດຽວ​ກັນ ​ແລະ ​ເມື່ອ​​ເດືອນ​ກຸມພາ 2015 ຜ່ານ​ມາ, ທ້າວ​ ວັນ​ດີ ​ໄດ້​ອອກ​ໄປ​ພົບ​ຍາດ​  ແລ້ວ​ນຳ​ເອົາ​ຢາ​ບ້າ ຈຳນວນ 8 ​ເມັດ ມາ​ໃຫ້​ເສບ, ​ແລ້ວ​ຕໍ່​ມາ​ເດືອນ​ມີນາ ທ້າວ​ ​ແຫລ້ ​ໄດ້​ພົ້ນ​ໂທດ, ​ຈົນມາ​ຮອດ​ວັນ​ທີ 28 ​ເມສາ 2015 ຕົນ​ໄດ້​ຢືມ​ໂທລະສັບ​ໝູ່ ສັ່ງ​ຊື້​ຢາ​ບ້າ ຈຳນວນ 25 ​ເມັດນຳ​ທ້າວ ​ແຫລ້, ຫລັງ​ຈາກ​ນັ້ນ ທ້າວ​​ແຫລ້ ​ໄດ້​ນຳ​ເອົາ​ຢາ​ບ້າ​ໄປຊຸກ​ເຊື່ອງ​ໄວ້​ໃນ​ໄມ້ຖູ​ພື້ນ ແລ້ວ​ຝາກ​ມາ​ໃຫ້​ຕາມ​ທີ່​ຕົກລົງ​ກັນ​ໄວ້​ລ່ວງ​ໜ້າ, ​ແຕ່​ໃນ​ຂະນະ​ດຽວ​ກັນ ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ກວດ​ພົບ​ ຈຶ່ງ​ຖືກ​ນຳ​ຕົວ​ມາ​ສອບ​ສວນ ​ແລະ ສັ່ງ​ຟ້ອງ​ສານຕັດສິນ​ໂທດ​ຕື່ມ​ອີກ ​ໃນ​ສະຖານ​ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ບອ່ນຄຸມ​ຂັງ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!