spot_img
Homeລວມກົດຫມາຍລາວສິດໃນການຮັບມູນມໍລະດົກຂອງລູກ

ສິດໃນການຮັບມູນມໍລະດົກຂອງລູກ

Published on

ໃນ​ສະ­ບັບ​ກ່ອນ​ນີ້​ພວກເຮົາ​ໄດ້​ເວົ້າ​ເຖິງ ​ການ​ສືບ​ທອດ​ມູນມໍ­ລະ­ດົກ​ຂອງ​ຜູ້​ທີ່​ເສຍ​ຊີ­ວິດ​ລະຫວ່າງ​ຜົວ ຫຼື ເມຍ​ທີ່​ຍັງ​ຢູ່ ແລະ​ລູກ ແລະ​ຄາດ​ວ່າ​ຈາກ​ບົດ​ດັ່ງ­ກ່າວ​ຈະເຮັດ​ໃຫ້​ທ່ານ​ຜູ້​ອ່ານ​ໄດ້​ເຂົ້າ­ໃຈ​ ເຖິງປະ­ເດັນ​ດັ່ງ­ກ່າວ​ນັ້ນ​ຫຼາຍ​ຂຶ້ນ​ກວ່າເກົ່າ

ດັ່ງ­ນັ້ນ​ໃນ​ມື້­ນີ້​ຜູ້​ຂຽນ​ຈະ​ໄດ້ ເຂົ້າ​ບັນ­ຫາ​ໃໝ່​ນັ້ນ​ກໍ​ຄື​ສິດ​ໃນ​ການຮັບ​ມໍ­ລະ­ດົກ​ຂອງ​ລູກ​ໃນ​ກໍ­ລະ­ນີ​ ທີ່ ພໍ່ ຫຼື ແມ່​ຫາກ​ໄດ້​ເສຍ​ຊີ­ວິດ​ລົງ​ໄປ ມື້­ນີ້​ຜູ້​ຂຽນ​ຈະ​ຂໍ​ຍົກ​ເອົາ​ຄຳ​ວ່າ​ລູກ ຊຶ່ງ​ແບ່ງ​ອອກ​ເປັນ​ຈັກ​ປະ­ເພດ? ແລະ​ສິດ​ຂອງ​ພວກ​ລູກ​ແຕ່​ລະ​ປະ ເພດ​ແມ່ນ​ມີ​ຄວາມ​ຄື​ກັນ ແລະ​ແຕກ ຕ່າງ​ກັນ​ຄື​ແນວ­ໃດ ໃນ​ທາງ​ກົດໝາຍ​ມາ​ອະ­ທິ­ບາຍ​ໃຫ້​ທ່ານ​ຜູ້​ອ່ານ ໄດ້​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ຂຶ້ນ​ຕື່ມ ກວ່າ​ເກົ່າ​ໃນ​ທາງ​ກົດ­ໝາຍ​ແລ້ວ ຈະ​ແບ່ງ​ຄຳ​ວ່າ​ລູກ​ອອກ​ເປັນ​ລູກຄີງ, ລູ­ກລ້ຽງ ແລະ​ລູກ​ນ້າ, ລູກ​ຄີງ ແມ່ນ​ໝາຍ​ເຖິງ​ລູກ​ແທ້ໆ​ຂອງ​ຕົນ ເອງ​ສ່ວນ​ຄຳ​ວ່າ​ລູ­ກລ້ຽງ​ແມ່ນການ​ຮັບ​ເອົາ​ລູກ​ຂອງ​ບຸກ­ຄົນ​ອື່ນ ມາ​ເປັນ​ລູ­ກລ້ຽງ​ຂອງ​ຕົນ ແລະສຸດ​ທ້າຍ​ແມ່ນ​ຄຳ​ວ່າ​ລູກ​ນ້າ​ແມ່ນ ໝາຍ​ເຖິງ​ລູກ​ຂອງ​ຜົວ ຫຼື ເມຍຂອງ​ຕົນ​ເອງ (ລູກ​ຕິດ​ຜົວ ຫຼື  ລູກຕິດ​ເມຍ) ຊຶ່ງ​ບໍ່​ແມ່ນ​ລູກ​ທີ່​ເກີດ​ກັບຕົນ​ເອງ.

ຫຼັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ທຳຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ພວກ​ລູກ ແຕ່​ລະ​ປະ­ເພດ​ກັນ​ແລ້ວ​ເຮົາ​ຈະ​ມາລົງ​ເລິກ​ເຖິງ​ວ່າ​ສິດ​ໃນ​ການ​ຮັບ​ມູນ ມໍ­ລະ­ດົກ​ຂອງ​ພວກ​ລູກ​ເຫຼົ່າ​ນີ້​ຈະ​ມີຄື​ແນວ­ໃດ​ແດ່? ຈະ​ແຕກ​ຕ່າງ​ກັນ ຫຼື ຄື​ກັນ​ແນວ­ໃດ? ອີງ​ຕາມ​ມາດຕາ 15 ຂອງ​ກົດ­ໝາຍ​ວ່າ​ດ້ວຍ ການ​ສືບ​ທອດ​ມູນ​ມໍ­ລະ­ດົກ​ຄື​ການແບ່ງ­ປັນ​ມູນ​ມໍ­ລະ­ດົກ​ລະ­ຫວ່າງພວກ​ລູກ​ ຂອງ​ຜູ້​ເສຍ​ຊີ­ວິດ​ທີ່​ໄດ້​ລະບຸ​ໄວ້​ວ່າ​ຖ້າ­ວ່າ​ຜູ້​ທີ່​ເສຍ​ຊີ­ວິດ​ຫາກ ມີ​ແຕ່​ລູກ​ຄີງ​ເທົ່າ​ນັ້ນ ມູນ​ມໍ­ລະ­ດົກທັງ​ໝົດ ຊຶ່ງ​ເປັນ​ສິນ​ສົມ​ສ້າງ ແລະຊັບ​ເດີມ​ທີ່​ຕົກ​ທອດ​ແກ່​ພວກ​ກ່ຽວ ກໍ​ໃຫ້​ແບ່ງ­ປັນ​ເປັນ​ພູດ​ສະ­ເໝີ​ກັນ ຖ້າ​ຫາ​ກວ່າ​ຜູ້​ທີ່​ເສຍ​ຊີ­ວິດ​ຫາກ​ມີ ທັງ​ລູກ​ຄີງ, ລູ­ກລ້ຽງ ແລະ​ລູກ​ນ້າມູນ​ມໍ­ລະ­ດົກ​ທີ່​ເປັນ​ພູດ​ສິນ​ສົມ​ສ້າງຂອງ​ຜູ້­ກ່ຽວ (ຜູ້​ທີ່​ເສຍ​ຊີ­ວິດ) ນັ້ນ ກໍ​ໃຫ້​ແບ່ງ­ປັນ​ເປັນ​ພູດ​ສະ­ເໝີ​ກັນ ສ່ວນ​ລູ­ກລ້ຽງ​ມີ​ສິດ​ໄດ້​ຮັບ​ມູນ​ມໍ ລະ​ດົກ​ພູດ​ທີ່​ເປັນ​ຊັບ​ເດີມ​ຂອງ​ຜູ້​ທີ່​ເສຍ​ຊີ­ວິດ​ເໝືອນ​ດັ່ງ ຫຼື ເທົ່າ​ທຽມກັນ​ກັບ​ລູກ​ຄີງ​ແຕ່​ສຳ­ລັບ​ລູກ​ນ້າ ແມ່ນ​ບໍ່​ມີ​ສິດ​ໄດ້​ຮັບ​ພູດ​ທີ່​ເປັນ​ຊັບເດີມ​ຂອງ​ຜູ້​ເປັນ​ພໍ່​ນ້າ ຫຼື ແມ່​ນ້າ ຂອງ​ຕົນ ນອກ­ຈາກ​ນີ້​ໃນ​ທາງ​ກົດໝາຍ​ແລ້ວ​ຍັງ​ໄດ້​ກຳ­ນົດ​ເອົາ​ໄວ້ວ່າ​ລູ­ກລ້ຽງ​ແມ່ນ​ ບໍ່​ມີ​ສິດ​ສືບ​ທອດ ມູນ​ມໍ­ລະ­ດົກ​ທີ່​ເປັນ​ຂອງ​ພໍ່, ແມ່ ເດີມ​ຂອງ​ຕົນ​ໄດ້​ອີກ​ເວັ້ນ​ເສຍ​ແຕ່ພໍ່, ແມ່​ເດີມ​ນັ້ນ​ຈະ​ຂຽນ​ພິ​ໄນ​ກຳມອບ​ຊັບ​ໃຫ້​ໂດຍ​ສະ­ເພາະ.

ຍົກ​ຕົວ­ຢ່າງ ທ້າວ ຈັນ ໄດ້​ແຕ່ງດອງ​ກັນ ນາງ ອັງ­ຄານ ຊຶ່ງ​ພວກເຂົາ​ມີ​ລູກ​ທັງ​ໝົດ​ຢູ່​ສາມ​ຄົນ​ຄື: ລູກຄີງ​ຂອງ​ທ້າວ ຈັນ ເອງ​ມີ 1 ຄົນ, ລູ­ກລ້ຽງ​ທີ່ ທ້າວ ຈັນ ແລະ​ນາງ ອັງຄານ ໄດ້​ຮັບ​ເອົາ​ມາ​ລ້ຽງ​ໄວ 1 ຄົນ ແລະ​ລູກ​ນ້າ​ທີ່​ເປັນ​ລູກ ຕິດ​ມາ​ນຳ ນາງ ອັງ­ຄານ ອີກ 1 ຄົນ ດັ່ງ­ນັ້ນ ໃນ​ເມື່ອ​ທ້າວ ຈັນ ໄດ້​ເສຍ​ຊີ­ວິດ​ລົງໄປ​ແລ້ວ​ມູນ​ມໍ­ລະ­ດົກ​ຂອງ​ທ້າວ ຈັນ ຈະ​ແບ່ງ​ໃຫ້​ພວກ​ລູກ​ຄື​ດັ່ງ­ນີ້ ເຊັ່ນ​ວ່າ: ທ້າວ ຈັນ ມີ​ຊັບ​ເດີມ​ຄື​ລົດ ຈຳ­ນວນ​ສອງ​ຄັນ, ສ່ວນ​ສິນ​ສົມສ້າງ​ແມ່ນ​ມີ​ເງິນ­ສົດ​ຢູ່​ຈຳ­ນວນ​ສາມສິບ​ລ້ານ​ກີບ (ໃນ​ກໍ­ລະ­ນີ​ນີ້​ແມ່ນມູນ​ມໍ­ລະ­ດົກ​ທີ່​ໄດ້​ຮັບ​ການ​ແບ່ງ​ໃຫ້ເມຍ ຫຼື ນາງ ອັງ­ຄານ ໄປ​ແລ້ວ) ຊັບ​ເດີມ​ຂອງ​ທ້າວ ຈັນ ຄື: ລົດ​ຈຳນວນ​ສອງ​ຄັ້ນ​ນັ້ນ​ແມ່ນ​ຈະ​ແບ່ງ ໃຫ້​ແກ່​ລູກ​ຄີງ 1 ຄັນ ແລະ​ລູ­ກລ້ຽງ 1 ຄັນ ສ່ວນ­ວ່າ​ລູກ​ນ້າ​ທີ່​ເປັນ​ລູກ ຕິດ​ນຳ ນາງ ອັງ­ຄານ ນັ້ນ​ແມ່ນ​ບໍ່​ມີ ສິດ​ໄດ້​ຮັບ​ຊັບ​ສິນ​ໃນ​ພູດ​ດັ່ງ­ກ່າວ​ນີ້ ໄປ​ໃນ​ສ່ວນ​ສິນ​ສົມ​ສ້າງ​ຂອງ​ທ້າວ ຈັນ ຄື​ເງິນ­ສົດ​ຈຳ­ນວນ​ສາມ​ສິບລ້ານ​ກີບ ນັ້ນ​ແມ່ນ​ໃຫ້​ແບ່ງ­ປັນ​ເປັນພູດ​ສະ­ເໝີ​ກັນ​ລະ­ຫວ່າງ​ລູກ​ທັງ 3 ຄົນ ຄື​ລູກ​ຄີງ​ໄດ້​ສິບ​ລ້ານ​ກີບ, ລູກລ້ຽງ​ສິບ​ລ້ານ​ກີບ ແລະ​ລູກ​ນ້າ​ໄດ້ສິບ​ລ້ານ​ກີບ.

ນີ້​ແມ່ນ​ການ​ແບ່ງ­ປັນ​ມູນ​ມໍ​ລະດົກ​ຕາມ​ກົດ­ໝາຍ​ລະ­ຫວ່າງ​ພວກລູກ​ຄື: ລະ­ຫວ່າງ​ລູກ​ຄີງ, ລູ­ກລ້ຽງ ແລະ​ລູກ​ນ້າ​ທີ່​ຄິດ​ວ່າ​ຈະ​ຊ່ວຍ​ໃຫ້ ທ່ານ​ຜູ້​ອ່ານ​ໄດ້​ເຂົ້າ­ໃຈ​ກັນ​ເພີ່ມເຕີມ.

 

ຂໍຂອບໃຈຂໍ້ມູນຈາກ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...