spot_img
Homeຂ່າວການພັດທະນາໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ II ມີກໍາລັງຕິດຕັ້ງ 732 MW

ໂຄງການເຂື່ອນໄຟຟ້ານໍ້າອູ ໄລຍະ II ມີກໍາລັງຕິດຕັ້ງ 732 MW

Published on

ຂປລ. ພິທີເອົາເລີກເອົາໄຊ ການພັດທະນາໂຄງການ ເຂື່ອນໄຟຟ້ານໍ້າອູ ໄລຍະ II (ນໍ້າອູ 1, 3, 4 ແລະ ນໍ້າອູ 7) ໄດ້ຈັດຂຶ້ນວັນທີ 28 ເມສາ ຜ່ານ​ມາ ຢູ່ໂຮງແຮມດອນຈັນພາເລດ ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຫຼີ ປາວ ກວາງ ກົງສຸນໃຫຍ່ ສປ ຈີນ ປະຈໍາແຂວງ ຫລວງພະບາງ ທ່ານ ຕູ້ ຊວນ ໂກ ຜູ້ອໍານວຍການໃຫຍ່ ບໍລິສັດ ການລົງທຶນຕ່າງປະເທດ ໃນສັງກັດກຸ່ມບໍລິສັດ ກໍ່ສ້າງພະລັງງານໄຟຟ້າ ສປ ຈີນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຕູ້ ຊວນ ໂກ ໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້າ ນໍ້າອູ ໄລຍະ I (ນໍ້າອູ 2, 5 ແລະ ນໍ້າອູ 6) ໄດ້ເລີ່ມກໍ່ສ້າງ ປີ 2012 ແລະ ສໍາເລັດ ພ້ອມທັງ ເລີ່ມຜະລິດກະແສໄຟຟ້າ ໃນທ້າຍເດືອນພະຈິກ 2015 ເປັນຕົ້ນມາ ດ້ວຍເຄື່ອງຈັກທັງໝົດ 9 ໜ່ວຍ ມີກໍາລັງການຕິດຕັ້ງ 540 MW ປັດຈຸບັນ ແມ່ນກໍາລັງສືບຕໍ່ ກໍ່ສ້າງໂຄງການ ເຂື່ອນໄຟຟ້ານໍ້າອູ ໄລຍະ II ມີກໍາລັງຕິດຕັ້ງ 732 MW ສາມາດຜະລິດ ພະລັງງານສະເລ່ຍ 2.900 ລ້ານ kwh ຕໍ່ປີ ເຊິ່ງອີງຕາມແຜນການ ຈະເລີ່ມຜະລິດກະແສໄຟຟ້າ ດ້ວຍເຄື່ອງຈັກໜ່ວຍທີ 1 ໃນທ້າຍເດືອນທັນວາ 2019 ແລະ ຄາດວ່າທ້າຍເດືອນສິງຫາ 2020 ຈະໃຫ້ສໍາເລັດທັງໝົດໂຄງການ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ຄວາມເອົາໃຈໃສ່ ແລະ ຊີ້ນໍາຈາກລັດຖະບານ ລາວ-ຈີນ ແລະ ຄວາມເອົາໃຈໃສ່ ແລະ ການຊ່ວຍເຫລືອ ຂອງພາກສ່ວນກ່ຽວຂ້ອງ ທັງສອງປະເທດ ຈະສາມາດ ກ້າວກະໂດດໄປຂ້າງໜ້າ ໃນການພັດທະນາ ໂຄງການເຂື່ອນໄຟຟ້າ ນໍ້າອູ ໄລຍະ II ພ້ອມທັງຊຸກຍູ້ການບັນລຸ ເປົ້າໝາຍໃຫ້ ສປປ ລາວ ເປັນໝໍ້ໄຟອາຊຽນ ກໍ່ຄືສ້າງບຸກຄະລາກອນ, ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ແລະ ປະກອບສ່ວນຊຸກຍູ້ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ອີກດ້ວຍ.

ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ໂຄງການເຂື່ອນໄຟຟ້ານໍ້າອູ ຕັ້ງຢູ່ແຂວງຫລວງພະບາງ ແລະ ແຂວງຜົ້ງສາລີ ການພັດທະນາມີທັງໝົດ 7 ເຂື່ອນ ໃນນີ້ໄລຍະ I ແມ່ນສໍາເລັດແລ້ວ ແລະ ກໍາລັງຈະກໍ່ສ້າງ ໄລຍະ II ລວມກໍາລັງການຕິດຕັ້ງ ທັງໝົດ 1.272 MW ສາມາດຜະລິດ ພະລັງງານໄຟຟ້າ ສະເລ່ຍ 5.227 Gwh ຕໍ່ປີ ມູນຄ່າການກໍ່ສ້າງ 1.712 ລ້ານໂດລາສະຫະລັດ ຫລື ປະມານ 13.696 ຕື້ກີບ ອາຍຸສໍາປະທານ 29 ປີ (ນັບຈາກມື້ຂາຍໄຟຟ້າເປັນທາງການ).

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...