spot_img
Homeຂ່າວຕ່າງປະເທດ80 ປະເທດຈະເຂົ້າຮ່ວມການປະຊຸມດ້ານມະນຸດຊະທຳໂລກ

80 ປະເທດຈະເຂົ້າຮ່ວມການປະຊຸມດ້ານມະນຸດຊະທຳໂລກ

Published on

ສະຫະປະຊາຊາດຖະແຫຼງວ່າ ປະມານ 80 ປະເທດມີແຜນຈະເຂົ້າຮ່ວມການປະຊຸມສຸດຍອດ ວ່າດ້ວຍຄວາມຊ່ວຍເຫຼືອດ້ານມະນຸດຊະທຳທົ່ວໂລກເປັນຄັ້ງທຳອິດທີ່ນະຄອນຫຼວງອິສຕັນບູລຂອງຕວກກີໃນເດືອນນີ້ ເພື່ອຫາທາງຮັບມືກັບວິກິດບັນຫາທົ່ວໂລກ.

ສຳນັກຂ່າວດ້ານມະນຸດຊະທຳສະຫະປະຊາຊາດຖະແຫຼງວ່າ ໃນກຸ່ມປະເທດດັ່ງກ່າວຈະມີຜູ້ແທນຂອງ 45 ຜູ້ນຳປະເທດ ແລະ ຜູ້ນຳລັດຖະບານທີ່ຈະໃຫ້ຄຳໝັ້ນໃນການລະດົມເງິນຊ່ວຍເຫຼືອລະຫວ່າງປະເທດໃນລະຫວ່າງວັນທີ 23-24 ພຶດສະພານີ້ ເຖິງວ່າຜູ້ນຳ ແລະ ຜູ້ແທນຈາກປະເທດທີ່ສະແດງຄວາມປະສົງຈະເຂົ້າຮ່ວມການປະຊຸມດ້ານມະນຸດຊະທຳຈະບໍ່ເຖິງເຄິ່ງໜຶ່ງຂອງປະເທດສະມາຊິກສະຫະປະຊາຊາດ 193 ປະເທດກໍ່ຕາມ, ຢ່າງໃດກໍ່ຕາມ ສະຫະປະຊາຊາດບໍ່ໄດ້ເປີດເຜີຍລາຍຊື່ຜູ້ນຳປະເທດ ປະເທດທີ່ຕອບຮັບເຂົ້າຮ່ວມ ແລະ ລາຍລະອຽດເພີ່ມເຕີມໃນການປະຊຸມຄັ້ງນີ້.

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...