spot_img
Homeຂ່າວການພັດທະນາກຳມະກອນ​ຖານ​ກຳລັງ​ສຳຄັນ​ພັດທະນາ ເສດຖະກິດ-ສັງຄົມ​ຂອງ​ຊາດ

ກຳມະກອນ​ຖານ​ກຳລັງ​ສຳຄັນ​ພັດທະນາ ເສດຖະກິດ-ສັງຄົມ​ຂອງ​ຊາດ

Published on

ປະ­ຈຸບັນ ຊົນຊັ້ນກຳ­ມະ­ກອນໄດ້ກາຍ­ເປັນກຳ­ລັງສຳ­ຄັນໃນການປະ­ກອບສ່ວນເຂົ້າໃນການພັດ­ທະ­ນາ ໂດຍສະເພາະປະ­ກອບ­ສ່ວນທາງດ້ານສະ­ຕິປັນຍາ ແລະກຳ­ລັງເຫື່ອ­ແຮງ ເຮັດໃຫ້ເສດຖະກິດ-ສັງ­ຄົມມີຄວາມເຂັ້ມ­ແຂງໃນແຕ່ ລະໄລ­ຍະເປັນ­ຕົ້ນການກໍ່­ສ້າງຖະ­ໜົນຫົນ­ທາງ, ກໍ່­ສ້າງຂົວ, ອາ­ຄານ, ຂຸດຄົ້ນແຮ່ທາດ, ກົນຈັກສ້ອມ­ແປງ, ບໍ­ລິ­ການ ປຸງແຕ່ງ, ເຮັດການຜະ­ລິດໃນໂຮງ­ງານຕ່າງໆ, ການປ້ອງກັນຊາດ, ປ້ອງກັນຄວາມສະ­ຫງົບ ແລະ ອື່ນໆ.
ວັນທີ 1 ພຶດ­ສະ­ພາ 1886 ຊຶ່ງເປັນເທື່ອທຳອິດໃນປະ­ເທດອາ­ເມ­ລິ­ກາຢູ່ຕົວ ເມືອງຊິກາ­ໂກຊົນຊັ້ນກຳ­ມະ­ກອນ ແລະຊາວຜູ້ອອກແຮງງານໄດ້ມີການຕໍ່­ສູ້ສົມ­ທົບກັບເນື້ອ ໃນຂອງຖະ­ແຫຼງ­ການຮຽກ­ຮ້ອງໃຫ້ນາຍທຶນຕ້ອງປະ­ຕິ­ບັດຕາມການສະ­ເໜີຂອງ ກຳ­ມະ­ກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະ ກອນຜູ້ໃດເຮັດວຽກເກີນ 8 ຊົ່ວ­ໂມງຕໍ່ມື້, 8 ຊົ່ວ­ໂມງພັກ­ຜ່ອນ ແລະ 8 ຊົ່ວ­ໂມງ ຮໍ່າ­ຮຽນ” ໃນມື້ນັ້ນ ໄດ້ມີການນັດຢຸດງານເຖິງ 5 ພັນແຫ່ງ ໃນຕົວເມືອງໃຫຍ່ຂອງປະ­ເທດອາ­ເມ­ລິ­ກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະອື່ນໆ ໂດຍມີຜູ້ເຂົ້າຮ່ວມເຖິງ 3,4 ແສນຄົນ, ໄດ້ຮຽກຮ້ອງ ແລະບັງ­ຄັບໃຫ້ນາຍ­ທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະ­ກອນໃນມື້­ໜຶ່ງ 8 ຊົ່ວ­ໂມງ ໃນຂະບວນການດັ່ງ­ກ່າວ ພວກນາຍ­ທຶນສົມ­ທົບກັບເຈົ້າໜ້າ­ທີ່ໄດ້ຍິງປືນກວາດໃສ່ຂະບວນການປະທ້ວງເຮັດໃຫ້ມີຄົນຕາຍ 9 ຄົນ.
ຕໍ່ສະ­ພາບການຄືແນວນັ້ນ ວັນທີ 1 ພຶດ­ສະ­ພາ 1889 ກອງປະ­ຊຸມພັກກອມມູນິດສາ­ກົນຄັ້ງທີ II ໄດ້ໄຂຂຶ້ນທີ່ນະຄອນຫຼວງປາຣີ ປະ­ເທດຝຣັ່ງ ໂດຍທີ່ປະຊຸມໄດ້ຜ່ານໂຄງ­ການດຳ­ເນີນງານສຳຄັນຄື: ຊົນຊັ້ນກຳ­ມະ­ກອນສາ­ມັກ­ຄີຕໍ່­ສູ້ເພື່ອປະ­ຕິ­ບັດຄຳຂັວນ “ມື້­ໜຶ່ງເຮັດວຽກ 8 ຊົ່ວ­ໂມງ ແລະໄດ້ກຳ­ນົດເອົາວັນທີ 1 ພຶດ­ສະ­ພາ 1886 ເປັນວັນກຳ­ມະ­ກອນສາ­ກົນ” ແຕ່ນັ້ນມາວັນທີ 1 ພຶດ­ສະ­ພາ ຂອງທຸກໆປີຈິ່ງໄດ້ກາຍ­ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳ­ມະ­ກອນໃນທົ່ວໂລກ.
ສະ­ເພາະ ສປປ ລາວ ໃນທຸກໆປີຊົນຊັ້ນກຳ­ມະ­ກອນ ແລະຊາວຜູ້ອອກ­ແຮງ ງານລາວ ກໍໄດ້ຈັດຕັ້ງງານໂຮມຊຸມ­ນຸມໃຫຍ່ເພື່ອລະ­ນຶກເຖິງມູນ­ເຊື້ອສາ­ມັກ­ຄີຕໍ່­ສູ້ຂອງຊາວກຳ­ມະ­ກອນ ເພື່ອເປັນການປົກປ້ອງສິດ ແລະຜົນປະ­ໂຫຍດອັນຊອບທຳຂອງຜູ້ອອກ­ແຮງງານ ແລະທັງເປັນການປົກປັກຮັກ­ສາສັນ­ຕິ­ພາບໂລກເປັນຂີດໝາຍອັນສຳ­ຄັນຂອງຊົນຊັ້ນກຳມະກອນ.
ຊຶ່ງຕະ­ຫຼອດໄລ­ຍະ 130 ປີ­ຜ່ານ­ມາ (1 ພຶດ­ສະ­ພາ 1886-1 ພຶດ­ສະ­ພາ 2016)  ພາຍໃຕ້ການຊີ້ນຳໂດຍກົງຂອງພັກປະ­ຊາ­ຊົນປະ­ຕິ­ວັດລາວ ໃນໄລ­ຍະນີ້ ອົງ­ການກຳ­ມະ­ບານລາວແຕ່ລະຂັ້ນໄດ້ເອົາ­ໃຈ­ໃສ່ສຶກສາອົບ­ຮົມການ­ເມືອງແນວຄິດໃຫ້ກຳ­ມະ­ກອນໃນການສືບ­ຕໍ່ເສີມຂະ­ຫຍາຍທາດແທ້, ລັກ­ສະ­ນະດີ ເລີດຂອງຊົນຊັ້ນກຳ­ມະ­ກອນ ແລະມູນເຊື້ອປະ­ຕິ­ວັດອັນດີ­ງາມຂອງຊາດ, ປະ­ຕິບັດສິດ ແລະພັນ­ທະເຂົ້າໃນພາ­ລະ­ກິດປະ­ຕິ­ວັດໃນໄລ­ຍະໃໝ່ຢ່າງຖືກ­ຕ້ອງ.
ປະ­ຈຸບັນ ຊົນຊັ້ນກຳ­ມະ­ກອນລາວຢູ່ຕາມບັນ­ດາຫົວ­ໜ່ວຍແຮງງານ, ໂຮງຈັກໂຮງ­ງານ, ຮາກຖານຕ່າງໆໄດ້ກາຍເປັນເຈົ້າຂອງການຜະ­ລິດ ແລະພາ­ຫະ­ນະການຜະ­ລິດເຂົາ­ເຈົ້າໄດ້ຍົກສູງສິດເປັນເຈົ້າຕົນເອງ, ເປັນເຈົ້າລວມໝູ່ ແລະເປັນເຈົ້າຂອງປະ­ເທດຊາດໄດ້ປະ­ກອບ­ສ່ວນທາງດ້ານສະ­ຕິປັນ­ຍາ ແລະກຳ­ລັງເຫື່ອແຮງໃນການພັດ­ທະ­ນາເສດ­ຖະ­ກິດ-ສັງຄົມ ແຕ່ລະໄລ­ຍະມີການເຕີບໃຫຍ່ເຂັ້ມແຂງເປັນ­ຕົ້ນການກໍ່­ສ້າງຖະ­ໜົນຫົນທາງ, ກໍ່­ສ້າງຂົວ, ອາ­ຄານ, ການຂຸດຄົ້ນແຮ່ທາດ, ນໍ້າປະ­ປາ, ກົນຈັກສ້ອມ­ແປງ, ບໍ­ລິ­ການປຸງແຕ່ງ, ການຄົມ­ມະ­ນາ­ຄົມຂົນສົ່ງ, ເຮັດການຜະ­ລິດໃນໂຮງຈັກໂຮງງານຕ່າງໆ, ການປ້ອງກັນຊາດ, ປ້ອງກັນຄວາມສະ­ຫງົບ ແລະອື່ນໆ ລ້ວນແຕ່ມີການປະ­ກອບ­ສ່ວນຢ່າງຕັ້ງ­ໜ້າຂອງກຳ­ມະ­ກອນ ແລະຊາວຜູ້ອອກ­ແຮງງານເຮັດໃຫ້ພື້ນ­ຖານໂຄງລ່າງ ແລະ ເສດ­ຖະ­ກິດ-ສັງ­ຄົມຂອງຊາດມີຄວາມໜັກແໜ້ນເຂັ້ມແຂງ.
ຊຶ່ງມັນໄດ້ສະ­ແດງໃຫ້ເຫັນວ່າເສດ­ຖະ­ກິດ-ສັງ­ຄົມ ໃນໄລ­ຍະ 5 ປີ­ຜ່ານ­ມາ ມີການຂະ­ຫຍາຍ­ຕົວຢ່າງຕໍ່ເນື່ອງສະເລ່ຍ 7,9% ຕໍ່ປີ, ລວມຍອດຜະ­ລິດຕະພັນພາຍໃນຕໍ່ຫົວຄົນສະ­ເລ່ຍ 1.970 ໂດລາ, ລື່ນແຜນ­ທີ່ວາງໄວ້ 270 ໂດລາຕໍ່ຫົວຄົນ, ໂຄງປະ­ກອບເສດ­ຖະ­ກິດຫັນ­ປ່ຽນ ໄປຕາມທິດຫັນເປັນອຸດ­ສາ­ຫະ­ກຳ ແລະ ທັນສະ­ໄໝ, ອັດ­ຕາເງິນເຟີ້ຢູ່ໃນລະ­ດັບຕໍ່າ, ການເກັບລາຍຮັບເຂົ້າງົບ­ປະ­ມານ ໄດ້ 24,6% ຂອງ ຈີດີພີ ລື່ນຄາດ­ໝາຍທີ່ກຳ­ນົດໄວ້, ການລົງ­ທຶນທັງໝົດບັນ­ລຸສູງກວ່າ 236 ພັນຕື້ກີບ, ຈຳ­ນວນຄອບຄົວທີ່ທຸກຍາກໄດ້ຫຼຸດລົງຍັງເຫຼືອ 6,59% ຂອງຈຳ­ນວນຄອບ­ຄົວທັງໝົດໃນທົ່ວປະເທດ, ພື້ນ­ຖານໂຄງລ່າງດ້ານຄົມມະນາຄົມ ແລະໂທລະຄົມ­ມະ­ນາ­ຄົມໄດ້ຂະ ຫຍາຍຕົວ­ຢ່າງແຂງ­ແຮງ, ມີເສັ້ນ­ທາງທີ່ສາ­ມາດໄປ-ມາໄດ້ທັງສອງລະ­ດູເຖິງທຸກບໍ­ລິ­ເວນຂອງປະ­ເທດ ແລະ ເຊື່ອມຈອດກັບບັນ­ດາປະ­ເທດໃກ້ຄຽງ.

ໂດຍປະ­ຈຸບັນ ທົ່ວປະ­ເທດມີ­ແຮງງານທີ່ມີວຽກເຮັດງານທຳ (ແຮງງານໃນລະ­ບົບ) ມີ 551.254 ຄົນ ໃນນັ້ນ ເປັນລັດ­ຖະ­ກອນ 161.527 ຄົນ, ແຮງງານພາກວິສາຫະກິດມີ 389.727 ຄົນ, ຍິງ 170.756 ຄົນ ແລະມີຫົວ­ໜ່ວຍ ແຮງງານທັງໝົດ 45.274 ແຫ່ງໃນທົ່ວປະ­ເທດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...