spot_img
Homeຂ່າວພາຍ​ໃນຄວນໃຊ້ເງິນກີບໃຫ້ຫຼາຍຂຶ້ນ

ຄວນໃຊ້ເງິນກີບໃຫ້ຫຼາຍຂຶ້ນ

Published on

ທະນາຄານແຫ່ງສປປລາວໃຫ້ຮູ້ວ່າ:ຜ່ານມາເຖິງວ່າຕົນໄດ້​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ໃຫ້​ສັງຄົມ​ນຳ​ໃຊ້​ເງິນ​ກີບຢ່າງ​ກວ້າງຂວາງ,​ແຕ່ການຊື້ຂາຍສິນຄ້າ  ແລະ ບໍລິການ ຕ່າງໆກໍຍັງມີການນຳໃຊ້ເງິນຕາຕ່າງປະເທດແຜ່ຫຼາຍ, ຂະນະທີ່ການຈັດຕັ້ງປະຕິບັດ​ນະໂຍບາຍຕົວ​ຈິງ​ເປັນຕົ້ນການ​ຕິດຕາມ​ກວດກາ​, ການ​ຕິດ​ລາຄາ​ສິນ ຄ້າ ​ແລະ ການ​ບໍລິການ​ເປັນ​ເງິນ​ກີບ, ການ​ຊຳລະ​ສະ​ສາງ​ຕ່າງໆ ລວມ​ເຖິງ​ການ​ປະຕິບັດ​ມາດ​ຕະ ການ​ຕໍ່​ຜູ້​ລະ​ເມີດ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຊັ່ນ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ​ເຈົ້າໜ້າ​ທີ່​ກວດກາ, ຜູ້​ຮັບຜິດຊອບ​ຈັດ​ສັນ​ຕະຫລາດ,​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ ຂັ້ນ, ຊຶ່ງທາງ​ທະຫານ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ປະສານ​ກັບ​ທຸກ​ພາກສ່ວນ​ກ່ຽວຂ້ອງ​ຮ່ວມ​ກັນ​ແກ້​ໄຂ​ດ້ວຍ​ມາດ​ຕະ ການ​ດັ່ງນີ້: ຮັບ ປະກັນ​ໃຫ້​ສະຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເງິນ ,ໂດຍສະເພາະ ແມ່ນ ການ​ຄຸ້ມ​ຄອງ​ງົບປະມານ,

ສະຖຽນ​ລະ​ພາບ​ດ້ານ​ອັດຕາ​ແລກປ່ຽນ, ອັດຕາ​ເງິນ​ເຟີ້ໃຫ້ຢູ່ໃນ​ລະດັບ​ຕ່ຳ ​ແລະ ມີ​ສະຖຽນ​ລະ​ພາບ​ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ສັງຄົມ; ລະບົບ​ທະນາຄານ​ຕ້ອງ​ສ້າງ​ຄວາມ​ໝັ້ນຄົງ, ລະບົບ​ສະ​ສາງ​ຕ້ອງ​ສະດວກ​ສະບາຍ, ພັດທະນາ​ຕະຫລາດ​ຊື້-ຂາຍ​ເງິນຕາ​ຕ່າງປະ​ເທດ​ໃຫ້​ມີ​ຄວາມ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ; ການຈັດຕັ້ງປະຕິບັດ​ລາຍ​ຮັບ-ລາຍ​ຈ່າຍ​ຂອງ​ລັດ​ຕ້ອງ​ເປັນ​ເງິນ​ກີບ ລວມທັງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕົວ​ຈິງ​ຂອງ​ລັດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນ ຕ້ອງ​ເອົາ​ວຽກ​ງານ​ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ຕິດ​ພັນ​ໄປ​ພ້ອມ, ທັງ​ຕິດຕາມ​ກວດກາ​ການຈັດຕັ້ງປະຕິບັດ​ລະບຽບ​ກົດໝາຍ​ໃຫ້​ສັກສິດ, ​ເຂັ້ມງວດ ​ແລະ ຕໍ່​ເນື່ອງ ພ້ອມ​ທັງ​ປະຕິບັດ​ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ​ທີ່​ຕິດ​ປະກາດ​ລາຄາ​ສິນຄ້າ, ຄ່າ​ບໍລິການ ​ແລະ ຊຳລະ​ເປັນ​ເງິນຕາ​ຕ່າງປະ​ເທດ​ຢ່າງ​​ເຂັ້ມງວດ ​ແລະ ​ເດັດຂາດ, ສືບຕໍ່​ປູກ​ຈິດ​ສຳ​ນຶກ​ສ້າງ​ສະຕິຊາດ, ສະຕິ​ຕໍ່​ການ​ປະຕິບັດ​ລະບຽບ​ກົດໝາຍ ກໍ​ຄື​ຕໍ່​ການ​ນຳ​ໃຊ້​ເງິນ​ກີບ​ຂອງ​ສັງຄົມ​ໃຫ້​ສູງ​ຂຶ້ນ,.

ສະ​ເພາະ​ທະນາຄານ​ແຫ່ງ ສປປ ລາວ ​ແມ່ນ​ຈະ​ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ເງິນຕາ​ແຫ່ງ​ຊາດ​ໃຫ້​ໝັ້ນທ່ຽງ, ອັດຕາ​ແລກປ່ຽນ​ໃຫ້​ມີ​ຄວາມ​ສະຫງົບ, ດຳ​ເນີນ​ການ​ຊື້-ຂາຍ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ ​ເພື່ອ​ຮັບປະກັນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ໃຫ້​ແກ່​ສັງຄົມ, ສູ້​ຊົນ​ຮັກສາ​ລະດັບ​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ອັດຕາ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນຄົງ​ຂອງ​ທະນາຄານທຸລະ​ກິດ​ຢ່າງ​ຕັ້ງໜ້າ, ຮັກສາ​ລະດັບ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ກຸ້ມ​ການ​ນຳ​ເຂົ້າ​ໃຫ້​ໄດ້ 5 ​ເດືອນ, ປັບປຸງ​ການ​ບໍລິການ ​ແລະ ການ​ຊຳລະ​ຜ່ານ​ລະບົບ​ທະນາຄານ​ໃຫ້​ນັບ​ມື້ ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ສູງ, ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ຢ່າງ​ກວ້າງຂວາງ ດ້ວຍ​ການ​ໂຄສະ ນາ​ເຜີຍ​ແຜ່​ລະບຽບ​ການ ​ແລະ ປຸກລະດົມ​ສັງຄົມ​ດ້ວຍ​ຫລາຍ​ຮູບ​ການເພື່ອເຮັດໃຫ້ເງິນກີບແຂງຄ່າ.

ທີ່ມາ http://laophatthananews.blogspot.com/2014/05/blog-post_12.html

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...