spot_img
Homeຂ່າວພາຍ​ໃນມູນຄ່າການສົ່ງອອກສິນຄ້າກະສິກຳຢູ່ແຂວງໄຊຍະບູລີ ບັນລຸ 3 ລ້ານກວ່າໂດລາສະຫະລັດ

ມູນຄ່າການສົ່ງອອກສິນຄ້າກະສິກຳຢູ່ແຂວງໄຊຍະບູລີ ບັນລຸ 3 ລ້ານກວ່າໂດລາສະຫະລັດ

Published on

ການຜະລິດສິນຄ້າກະສິກຳ ເພື່ອສົ່ງອອກ ໄຊຍະບູລີ ເປັນແຂວງໜຶ່ງ ທີ່ມີທ່າແຮງໃນການຜະລິດກະສິ ກຳເປັນສິນຄ້າ ແລະ ຂະຫຍາຍ ຕົວດີ ເຊິ່ງທົ່ວແຂວງມີເນື້ອທີ່ ປູກພືດເປັນສິນຄ້າທັງໝົດ 117,622 ເຮັກຕາ ຜົນຜະລິດ ບັນລຸໄດ້ທັງໝົດ 896,566 ໂຕນ.

ທ່ານ ສົມຈິດ ຈັນທະວົງ ຫົວ ໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງດັ່ງກ່າວໄດ້ໃຫ້ຮູ້ວ່າ: ສະເພາະໃນ 6 ເດືອນຕົ້ນສົກປີ 2015-2016 ນີ້ ທົ່ວແຂວງ ຂອງຕົນສາມາດສົ່ງອອກສິນຄ້າ ກະສິກຳ ຕາມດ່ານສາກົນມີມູນ ຄ່າທັງໝົດ 3.177.390 ໂດລາ ໃນນີ້ມີສາລີ 28.793 ໂຕນ ມູນ ຄ່າ 1.323.000 ໂດລາ, ແກ່ນ ສາລີ 4.611 ໂຕນ ມູນຄ່າ 46.111 ໂດລາ, ໝາກງາ 714 ກວ່າໂຕນ ມູນຄ່າ 449.608 ໂດລາ, ແປ້ງມັນຕົ້ນ 8.268 ໂຕນ ມູນຄ່າ 876.838 ໂດລາ, ໝາກຕາວ 92 ໂຕນກວ່າ ມູນ ຄ່າ 11.126 ໂດລາ, ໝາກ ເດືອຍ 4.244 ໂຕນ ມູນຄ່າ 355.627 ໂດລາ, ຂີ້ເລື່ອຍ 581 ໂຕນກວ່າ ມູນຄ່າ 15.476 ໂດລາ, ໝາກແຕງດອງ 455 ໂຕນກວ່າ ມູນຄ່າ 22.383 ໂດ ລາ,ຖົ່ວດິນ 534 ໂຕນກວ່າ ມູນ ຄ່າ 68.715 ໂດລາ,ກາເຟ 339 ໂຕນກວ່າ ມູນຄ່າ 684.000 ໂດລາ, ປໍສາ 31 ໂຕນກວ່າ ມູນ ຄ່າ 8.820 ໂດລາ. ສ່ວນການ ນໍາເຂົ້າສິນຄ້າຈາກຕ່າງປະເທດ ແມ່ນມີມູນຄ່າທັງໝົດ 41.570 ໂດລາ ໃນນີ້ມີໝາກໄມ້ເກືອບ 42 ໂຕນ ມູນຄ່າ 33.449 ໂດ ລາ, ຜັກຕ່າງໆເກືອບ 11 ໂຕນ ມູນຄ່າ 6.591 ໂດລາ ແລະ ເບ້ຍໄມ້ 1.800 ເບ້ຍ ມູນຄ່າ 1.530 ໂດລາ.

ທ່ານ ສົມຈິດ ຈັນທະວົງ ຍັງ ໄດ້ກ່າວຕື່ມວ່າໃນ 6 ເດືອນທ້າຍ ປີນີ້ ແຂວງໄຊຍະບູລີ ຈະສູ້ຊົນ ຊຸກຍູ້ການຜະລິດສິນຄ້າກະສິກຳ ເພື່ອສົ່ງອອກໃຫ້ເພີ່ມຂຶ້ນຫຼາຍ ກວ່າເກົ່າ ໂດຍເລັ່ງໃສ່ປະເພດ ສິນຄ້າຫຼັກເຊັ່ນ: ເຂົ້າໜຽວ,ເຂົ້າ ຈ້າວ ແລະ ເຂົ້າແນວພັນຂອງ ຈີນເພື່ອຜະລິດສົ່ງອອກໃຫ້ໄດ້ 40.000 ໂຕນ, ມັນຕົ້ນໃຫ້ໄດ້ 11.500 ເຮັກຕາ ຜົນຜະລິດໃຫ້ ບັນລຸໄດ້ 368.000 ໂຕນ, ໂດຍ ສຸມໃສ່ 4 ເມືອງໃຕ້, ສາລີອາ ຫານສັດໃນເນື້ອທີ່ 59.360 ເຮັກຕາ ຜົນຜະລິດໃຫ້ບັນລຸໄດ້ 365.160 ໂຕນ ໂດຍສຸມໃສ່ ປູກຢູ່ເຂດເມືອງປາກລາຍ,ແກ່ນ ທ້າວ, ບໍ່ແຕນ, ທົ່ງມີໄຊ ແລະ ເມືອງຄອບ ເພື່ອປ້ອນໂຮງງານ ອາຫານສັດ.ໝາກເດືອຍໃນເນື້ອ ທີ່ 23.440 ເຮັກຕາ ຜົນຜະລິດ ໃຫ້ບັນລຸໄດ້ 63.288 ໂຕນ, ປູກ ຖົ່ວຕ່າງໆໃນເນື້ອທີ່ 6.360 ເຮັກຕາ ຜົນຜະລິດໃຫ້ບັນລຸໄດ້ 10.685 ໂຕນ ໂດຍເລັ່ງປູກສະ ຫຼັບກັບສາລີ ໃນການປູກຮອບທີ 2 ແລະ ການປູກໃນລະດູແລ້ງ.

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...