spot_img
Homeຂ່າວຕ່າງປະເທດໂລກຮ້ອນ! ເກືອບ 300 ຄົນເສຍຊີວິດຢູ່ອິນເດຍ ຍ້ອນແດດຮ້ອນແກ່ຍາວ!

ໂລກຮ້ອນ! ເກືອບ 300 ຄົນເສຍຊີວິດຢູ່ອິນເດຍ ຍ້ອນແດດຮ້ອນແກ່ຍາວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ເມສາຜ່ານມານີ້ວ່າ ຈຳ​ນວນ​ປະ​ຊາ​ຊົນ​ເສຍ​ຊີ​ວິດ ​ຍ້ອນ​ແດດ​ຮ້ອນ​ທີ່​ແກ່​ຍາວຢ​ູ່​ປະ​ເທດ​ເຂດອາ​ຊີໃຕ້ ໄດ້ສືບ​ຕໍ່​ເພີ່ມ​ຂຶ້ນຕໍ່ເນື່ອງ ໂດຍອີງຕາມ​​ຕົວ​ເລກສະ​ຖິ​ຕິ​ແລ້ວ ສະ​ເພາະ​ວັນ​ທີ 23 ເມສາ 2016 ຜ່ານມານີ້ ຢ​ູ່​ລັດໂອຣິສາຂອງອິນເດຍ ໄດ້ມີຜູ້ເສຍຊີວິດຢ່າງ​ໜ້ອຍ​ 79 ຄົນ​ ​ຍ້ອນສະພາບ​ແດດ​ຮ້ອນ ສົ່ງຜົນເຮັດໃຫ້ ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ແດດ​ຮ້ອນ​ ໃນ​ທົ່ວ​ປະ​ເທດ​ອິນ​ເດຍ ເພີ່ມຂຶ້ນ​ເກືອ​ບ 300 ຄົນແລ້ວ.

ທັງນີ້ ອຸນ​ຫະ​ພູມ​ຢູ່ລັດໂອຣິສາ ໄດ້​​ເພີ່ມຂຶ້​ນ​​ສູງເຖິງ 48 ອົງ​ສາ ຊຶ່ງເປັນ​ລັດ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີວ​ິດ​​ຍ້ອນ​ແດດ​ຮ້ອນ ຫລາຍກວ່າ​ໝູ່​ຢູ່ອິນ​ເດຍ.  ດ້ານເຈົ້າໜ້າທີ່ຂອງ​ລັດຖະບານ ​ໄດ້​ອອກ​ຄຳ​ສັ່ງ​ປິດ​ການຮຽນ-ການສອນ ຢູ່​ໂຮງ​ຮຽນ​ຫລາຍ​ແຫ່ງ​ໃນບາງ​ເຂດ ພ້ອມ​ທັງ​ແຈ້ງເຕືອນ​ໃຫ້​ປະ​ຊ​າ​ຊົນ​​ ຫລີ​ກ​ລ່ຽງ​ການ​ສຳ​ຜັດກັບ​ແສງ​ແ​ດດ​​​ໃນ​ຕອນ​ແລງ ຊຶ່ງຄາດວ່າສະພາບອາກາດທີ່ມີແ​ດດ​ຮ້​ອນ​ເຊັ່ນນີ້ ຍັງ​ຈະ​​ສືບ​ຕໍ່ແກ່​ຍາວໄປອີກ.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...